ຈາກການເຕີບໂຕ 5,2% ຈະໄດ້ເຫັນເສດຖະກິດຈີນມີທ່ວງທ່າເປັນແນວໃດແດ່?

ແຕ່ຕົ້ນປີນີ້ມາ, ໂດຍຜະເຊີນໜ້າກັບສະພາບການອັນສັບສົນທີ່ມີຄວາມກົດດັນຈາກພາຍນອກຫຼາຍຂຶ້ນ ແລະ ພາຍໃນປະສົບຄວາມຫຍຸ້ງຍາກອ່າວຫຼາຍ, ເສດຖະກິດຈີນກໍຍັງຍາດໄດ້ຜົນງານທີ່ດີສົມຄວນ ຄື: ເມື່ອຄິດໄລ່ເບື້ອງຕົ້ນແລ້ວເຫັນວ່າ ລວມຍອດຜະລິດຕະພັນພາຍໃນ ຫຼື GDP ໃນສາມໄຕມາດທຳອິດຂອງປີນີ້ໄດ້ເພີ່ມຂຶ້ນ 5,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ. ສື່ມວນຊົນຕ່າງປະເທດໄດ້ໃຫ້ຄວາມສົນໃຈເປັນຢ່າງສູງຕໍ່ຕົວເລກຂໍ້ມູນເສດຖະກິດຈີນ, ໃນນັ້ນ ໜັງສືພິມ “ນິວຢອກທາມສ໌” ໄດ້ຕີລາຄາວ່າ: ເສດຖະກິດຈີນໄດ້ເຕີບໂຕຢ່າງໝັ້ນທ່ຽງໃນສາມໄຕມາດຜ່ານມາ.
ສ່ວນໃນຕົວເລກຂໍ້ມູນດັ່ງກ່າວ ບໍ່ພຽງແຕ່ໄດ້ສະແດງໃຫ້ເຫັນເຖິງຜົນງານໃນໄລຍະສັ້ນເທົ່ານັ້ນ ແຕ່ຍັງໄດ້ສະແດງໃຫ້ເຫັນເຖິງທ່ວງທ່າໃນໄລຍະຍາວອີກດ້ວຍ. ປີນີ້ແມ່ນປີສຸດທ້າຍຂອງການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 14 ຂອງຈີນ ແລະ ເປັນປີວາງແຜນປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 15. ໃນວັນທີ 20 ຕຸລານີ້, ກອງປະຊຸມຄົບຄະນະຂອງຄະນະກຳມະການສູນກາງພັກຄອມມູນິດຈີນ ຄັ້ງທີ 4 ສະໄໝທີ 20 ທີ່ປະຈັກຕາຕໍ່ຄົນທັງຫຼາຍໄດ້ໄຂຂຶ້ນຢູ່ນະຄອນຫຼວງປັກກິ່ງ ໂດຍຈະດຳເນີນການອອກແບບລະດັບສູງສຸດ ແລະ ວາງແຜນຍຸດທະສາດສຳລັບ 5 ປີຂ້າງໜ້າຂອງຈີນ. ປະຊາຄົມໂລກໄດ້ພາກັນຕີລາຄາວ່າ ການວາງແຜນປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 15 ຂອງຈີນຈະມີຄວາມໝາຍສຳຄັນຕໍ່ເສດຖະກິດໂລກ. ທົ່ວໂລກພວມຄອງຄອຍຕໍ່ຈີນທີ່ວາງນະໂຍບາຍຢ່າງໝັ້ນທ່ຽງ ແລະ ເປີດປະຕູຕໍ່ພາຍນອກໃຫ້ກວ້າງອອກເລື້ອຍໆ ເພື່ອຊຸກຍູ້ການພັດທະນາຂອງໂລກ.
ໃນສະເພາະໜ້ານີ້, ສະພາບແວດລ້ອມພາຍນອກພວມມີການຜັນແປຢ່າງສັບສົນ, ການພັດທະນາເສດຖະກິດປະສົບຄວາມກົດດັນບໍ່ໜ້ອຍ ແຕ່ເສດຖະກິດຈີນທີ່ມີຄວາມໝັ້ນທ່ຽງ, ມີທ່າອ່ຽງທີ່ພັດທະນາກ້າວໜ້າ ແລະ ມີຄວາມທົນທານນັ້ນ ບໍ່ໄດ້ມີການປ່ຽນແປງແຕ່ຢ່າງໃດ, ເງື່ອນໄຂທີ່ມີຜົນດີເຮັດໃຫ້ເສດຖະກິດເຄື່ອນໄຫວຢ່າງໝັ້ນທ່ຽງພວມເພີ່ມຫຼາຍຂຶ້ນ. ຈີນຈະເດັດດ່ຽວເຮັດວຽກຂອງຕົນໃຫ້ດີ, ສ້າງໂອກາດໃໝ່ໃຫ້ແກ່ໂລກ ດ້ວຍການພັດທະນາຢ່າງມີຄຸນນະພາບສູງຂອງຕົນທີ່ສາມາດຢືນຢັນໄດ້. ດ້ວຍເຫດນີ້, ວິສາຫະກິດຕ່າງປະເທດຈຶ່ງພາກັນເຫັນວ່າ ເສດຖະກິດຈີນເຕັມໄປດ້ວຍຄວາມຫວັງໃນອະນາຄົດ, ຕະຫຼາດຈີນທີ່ເປັນ “ຕະຫຼາດທີ່ລ້ຳຄ່າ” ແຫ່ງນີ້ ແມ່ນທາງເລືອກທີ່ເດັດດ່ຽວຂອງພວກເຂົາ.


