ກອງປະຊຸມປຶກສາຫາລື ເພື່ອຜ່ານບົດລາຍງານການສຶກສາເບື້ອງຕົ້ນ ກ່ຽວກັບຜົນກະທົບ ຕໍ່ສິ່ງແວດລ້ອມ-ສັງຄົມ ແລະ ທໍາມະຊາດ ຂອງໂຄງການກໍ່ສ້າງໂຮງງານແປ້ງມັນຕົ້ນ ເຄເອັມ ວັນນະລັງສີ ຢູ່ບ້ານຫລັກ 30 ເມືອງປະທຸມພອນ ແຂວງຈຳປາສັກ ຈັດຂຶ້ນໃນວັນທີ 21 ພຶດສະພາ 2024 ທີ່ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ (ພຊສ) ແຂວງຈຳປາສັກ ໂດຍການເປັນປະທານຂອງ ທ່ານ ກໍລະກັນ ຄໍາມະວົງ ຮອງຫົວໜ້າພະແນກ ຊັບພະຍາກກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ, ທ່ານ ກິ່ງແກ້ວ ນະວະພົມ ຮອງເຈົ້າເມືອງປະທຸມພອນ, ທ່ານ ຄໍາມອນ ວັນນະລັງສີ ຜູ້ອຳນວຍການ ບໍລິສັດ ວັນນະລັງສີ ຂາອອກ-ຂາເຂົ້າຈຳກັດຜູ້ດຽວ, ທ່ານ ດາວອນ ແກ້ວມະນີ ຜູ້ອໍານວຍການ ບໍລິສັດ ທີ່ປຶກສາ ເອັນວາຍໂປຣ ຈໍາກັດຜູ້ດຽວ ພ້ອມດ້ວຍພະນັກງານວິຊາການ ແລະ ຂະແໜງການທີ່ກ່ຽວຂ້ອງຂອງແຂວງ, ເມືອງເຂົ້າຮ່ວມ.
ທ່ານ ດາວອນ ແກ້ວມະນີ ໄດ້ຜ່ານຮ່າງບົດລາຍງານການສຶກສາເບື້ອງຕົ້ນ ກ່ຽວກັບຜົນກະທົບຕໍ່ສິ່ງແວດລ້ອມ-ສັງຄົມ ແລະ ທໍາມະຊາດ ຂອງໂຮງງານ ໂດຍປະຕິບັດຕາມດໍາລັດ ວ່າດ້ວຍການປະເມີນຜົນກະທົບ ຕໍ່ສິ່ງແວດລ້ອມ ເລກທີ 389/ລບ, ລົງວັນທີ 20 ຕຸລາ 2022 ແລະ ປະຕິບັດຕາມລະບຽບ, ຫລັກການໃນການດໍາເນີນງານຂອງໂຮງງານ ໂດຍມອບໝາຍໃຫ້ ບໍລິສັດ ທີ່ປຶກສາ ເອັນວາຍໂປຣ ຈຳກັດຜູ້ດຽວ ຈັດຕັ້ງປະຕິບັດ ໃນການດໍາເນີນການສ້າງຮ່າງບົດລາຍງານ ການສຶກສາເບື້ອງຕົ້ນ ກ່ຽວກັບຜົນກະທົບຕໍ່ສິ່ງແວດລ້ອມ-ສັງຄົມ ແລະ ທໍາມະຊາດ ຂອງໂຮງງານ, ການຄາດຄະເນຜົນກະທົບ, ມາດຕະການປ້ອງກັນ ແລະ ແກ້ໄຂຜົນກະທົບ, ແຜນການ-ງົບປະມານໃນຄຸ້ມຄອງ ແລະ ຕິດຕາມກວດກາສິ່ງແວດລ້ອມ-ສັງຄົມ ແລະ ທໍາມະຊາດ ເພື່ອນໍາສະເໜີພາກສ່ວນທີ່ກ່ຽວຂ້ອງ ພິຈາລະນາ ແລະ ຮັບຮອງເອົາບົດລາຍງານດັ່ງກ່າວ ຕາມລະບຽບການ.
ໂຮງງານແປ້ງມັນຕົ້ນ ເຄເອັມ ວັນນະລັງສີ ຈະກໍ່ສ້າງຢູ່ບ້ານຫລັກ 30 ເມືອງປະທຸມພອນ ແຂວງຈໍາປາສັກ ຕາມຂໍ້ຕົກລົງຂອງກະຊວງກະສິກໍາ ແລະ ປ່າໄມ້ ເລກທີ 3879/ກປ, ລົງວັນທີ 8 ກັນຍາ 2023, ມີທຶນຈົດທະບຽນ 77 ຕື້ກວ່າກີບ, ຮູບແບບການລົງທຶນພາຍໃນ 100%. ຂະໜາດເຄື່ອງຈັກ 251 ແຮງມ້າ, ຄວາມອາດສາມາດໃນການຜະລິດ 60.000 ໂຕນ/ປີ ໂດຍນໍາໃຊ້ວັດຖຸດິບພາຍໃນ. ກິດຈະການເຄື່ອນໄຫວພາຍຫລັງສ້າງຕັ້ງໂຮງງານສໍາເລັດ ແມ່ນຜະລິດແປ້ງມັນຕົ້ນ ເພື່ອຈຳໜ່າຍພາຍໃນ ແລະ ສົ່ງອອກຕ່າງປະເທດ.
ເພື່ອເຮັດໃຫ້ການກໍ່ສ້າງໄດ້ຮັບການຈັດຕັ້ງປະຕິບັດ ແຕ່ພາກສ່ວນໄດ້ສະເໜີໃຫ້ບໍລິສັດ ດໍາເນີນໂຄງການ ໃຫ້ຖືກຕ້ອງຕາມລະບຽບກົດໝາຍ, ຖືກຕ້ອງຕາມບົດວິພາກເສດຖະກິດເຕັກນິກ ໃນການພັດທະນາທີ່ກຳນົດອອກ ແລະ ໃຫ້ສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງ ແລະເມືອງ ຕິດພັນກັບການປົກປັກຮັກສາສິ່ງແວດລ້ອມ ໃຫ້ມີຄວາມຍືນຍົງ, ຮັກສາໄດ້ຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ໃນການພັດທະນາໂຮງງານ. ນອກນີ້, ບໍລິສັດ ຈະຕ້ອງໄດ້ສ້າງແຜນຄຸ້ມຄອງການນໍາໃຊ້ນໍ້າ, ສ້າງແຜນການປ່ອຍນໍ້າເປື້ອນ, ການປ່ອຍນໍ້າເປື້ອນທຸກຄັ້ງຕ້ອງຜ່ານຂະບວນການບຳບັດ ໃຫ້ໄດ້ມາດຖານການປ່ອຍນໍ້າເປື້ອນ ກ່ອນຈະປ່ອຍລົງສູ່ແຫລ່ງນໍ້າທຳມະຊາດ ເຊິ່ງໄດ້ກຳນົດ ໄວ້ໃນກົດໝາຍ ວ່າດ້ວຍນໍ້າ ແລະ ຊັບພະຍາກອນນໍ້າ.
ຂ່າວ-ພາບ: ທູນທອງໃຈ




