ຈຳປາສັກ ເປີດຕະຫລາດຊື້-ຂາຍສິນຄ້າຜົນຜະລິດກະສິກໍາ

ພະແນກອຸດສາຫະກໍາ ແລະ ການຄ້າແຂວງຈໍາປາສັກ ຮ່ວມກັບສະພາການຄ້າ ແລະ ອຸດສາຫະກຳແຂວງ, ບໍລິສັດ ເອເດັນ ອຸດົມຜົນ ຈໍາກັດຜູ້ດຽວ ເປີດຕະຫລາດຊື້-ຂາຍສິນຄ້າກະສິກຳ ຂາຍ ຍົກ-ຂາຍຍ່ອຍ ແລະ ຜົນຜະລິດກະສິກໍາ, ສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນ (ໂອດັອບ) ແລະ ຂາຍສິນຄ້າລາຄາຕົ້ນທຶນ ໃນວັນທີ 27 ມີນາ 2025 ທີ່ເຂດສວນວັດທະນະທຳແຂວງ ຫລັກ 7 ບ້ານພັດທະນາ ນະຄອນປາກເຊ ໂດຍການເຂົ້າຮ່ວມຂອງ ທ່ານ ອາລຸນໄຊ ສູນນະລາດ, ເຈົ້າແຂວງຈໍາປາສັກ.
ທ່ານ ບຸນຍະເດດ ທອງສະຫວັນ ຫົວໜ້າພະແນກອຸດສາຫະ ກຳ ແລະ ການຄ້າແຂວງຈໍາປາສັກ ໄດ້ກ່າວວ່າ: ການຈັດງານຕະ ຫລາດນັດຄັ້ງນີ້ ເພື່ອປະຕິບັດຕາມທິດຊີ້ນໍາຂອງເຈົ້າແຂວງຈຳ ປາສັກ ໃນການປະກອບສ່ວນສະເຫລີມສະຫລອງວັນສໍາຄັນຂອງຊາດ, ຂອງພັກ. ສໍາລັບພະແນກອຸດສາຫະກໍາ ແລະ ການຄ້າແຂວງ ມີ 8 ແຜນຈຸດສຸມ ໃນນັ້ນ, ກໍມີງານວາງສະແດງ ແລະ ຈໍາໜ່າຍສິນຄ້າ, ການເປີດຕະຫລາດສິນຄ້າກະສິກຳ ຂາຍຍົກ-ຂາຍ ຍ່ອຍ ເຊິ່ງມີ 2 ກິດຈະກໍາ ຄື: ວາງສະແດງ ແລະ ຈໍາໜ່າຍສິນຄ້າ ລວມມີສິນຄ້າກະສິກໍາ, ອຸດສາຫະກໍາປຸງແຕ່ງ, ສິນຄ້າຫັດຖະກໍາ, ສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນ (ໂອດັອບ) ແລະ ຂາຍສິນຄ້າລາຄາຕົ້ນທຶນ ລວມມີ 8 ບໍລິສັດ ເຂົ້າຮ່ວມວາງສະແດງ, ຈໍາໜ່າຍສິນຄ້າ ແລະ ຊື້-ຂາຍສິນຄ້າລາຄາຕົ້ນທຶນ
ສໍາລັບຕະຫລາດກະສິກຳ ຂາຍຍົກ-ຂາຍຍ່ອຍ ໄດ້ເລີ່ມກໍ່ສ້າງໃນວັນທີ 15 ທັນວາ 2024. ເປົ້າໝາຍເພື່ອເປັນການຈັດສັນ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍ, ເປັນບ່ອນເຕົ້າໂຮມສິນຄ້າກະສິກຳ ແລະ ເປັນຈຸດກະຈາຍສິນຄ້າພາຍໃນ ເພື່ອສົ່ງເສີມຕະ ຫລາດໃຫ້ກະສິກອນ ແລະ ກຸ່ມຜະລິດ ເພື່ອສົ່ງເສີມແຜນຍຸດທະສາດຂອງພັກ-ລັດໃນການຈັດສັນຕົວເມືອງ ໃຫ້ມີຄວາມເປັນລະບຽບ ປັດຈຸບັນໄດ້ມີຜູ້ປະກອບການມາຈັບຈ່ອງແລ້ວ 176 ຫ້ອງ ແລະ ທາງບໍລິສັດທີ່ກ່ຽວຂ້ອງ ມີແຜນຈະສືບຕໍ່ຂະຫຍາຍ ເພື່ອສະໜອງຕາມຄວາມຕ້ອງການຂອງຜູ້ຊົມໃຊ້, ສືບ ຕໍ່ຂະຫຍາຍຕະຫລາດ ຂອງຜະລິດຕະພັນພາຍໃນໃຫ້ນັບມື້ເຕີບໃຫຍ່ຂະຫຍາຍຕົວ.
ຂ່າວ-ພາບ: ທູນທອງໃຈ





