ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຈິດໃຈເພື່ອ​ປະ​ຊາ​ຊົນ ແລະ ແບບ​ແຜນ​ອັນ​ດີ​ງາມ​ ທີ່​ສືບ​ທອດ​ຈາກ​ພໍ່

Jun 17, 2025

ມີ​ຮູ​ບ​ຖ່າຍ​ເກົ່າ​ໃບ​ໜຶ່ງ​ກ່ຽວ​ກັບ​ທ່ານ ​ສີ​ຈົ້ງ​ຊຸ່ນ ພໍ່​ຂອງ​ ທ່ານ​ ສີ​ຈິ້ນ​ຜິງ ໜຶ່ງໃນອະ​ດີດ​ຜູ້​ນຳ​ຈີນ ກຳ​ລັງ​ໂອ້​ລົມ​ສົນ​ທະ​ນາ​ກັບ​ພະ​ນັກ​ງານ​ທ້ອງ​ຖິ່ນ​ຢ່າງ​ສະ​ໜິດ​ສະ​ໜົມ​ຢູ່​ທົ່ງ​ນາ, ​ສ່ວນທ່ານ ​ສີ​ຈິ້ນ​ຜິງ ກໍ​ຕັ້ງ​ໃຈຢືນ​ຟັງ​ຢູ່​ທາງຫຼັງ.
ຮູບ​ຖ່າຍ​ດັ່ງ​ກ່າວ​ແມ່ນ​ໄດ້​ບັນ​ທຶກ​ພາບ​ປະ​ທັບ​ໃຈ​ອັນ​ລ້ຳ​ຄ່າ ຄື ເດືອນ​ສິງ​ຫາ ​ປີ 1978, ໃນ​ໄລ​ຍະ​ທີ່​ທ່ານ​ສີ​ຈົ້ງ​ຊຸ່ນ ຜູ້​ເປັນ​ພໍ່​ເຮັດ​ວຽກ​ຢູ່​ແຂວງກວາງ​ຕຸ້ງ, ທ່ານ ​ສີ​ຈິ້ນ​ຜິງ ​ທີ່​ກຳ​ລັງ​ຮຽນ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ຊິງ​ຮ​ວາທີ່ນະ​ຄອນ​ຫຼວງ​ປັກ​ກິ່ງ​ ໄດ້​ໃຊ້​ເວ​ລາ​​ຍາມພັກ​ຮ້ອນ​ເພື່ອ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ພຶດ​ຕິ​ກຳ​ສັງ​ຄົມ ໂດຍ​ໄດ້​ຕິດ​ຕາມ​ພໍ່​ລົງ​ພື້ນ​ຖານ​ຢູ່​ຊົນ​ນະ​ບົດ.
ພໍ່ບອກສອນ ແລະ ເຮັດເປັນແບບຢ່າງໃຫ້ແກ່ລູກ ໄດ້ສົ່ງອິດທິພົນໃຫ້ແກ່ທ່ານ ສີຈິ້ນຜິງ ຢ່າງ​ເລິກ​ເຊິ່ງ​ແບບ​ບໍ່​ຮູ້​ສຶກ​ຕົວ. ສິ່ງ​ນີ້​ແມ່ນ​ສາ​ມາດ​ເຫັນ​ໄດ້​ຈາກ​ຈົດ​ໝາຍ​ອວຍ​ພອນ​ວັນ​ເກີດ​ທີ່​ທ່ານ ​ສີ​ຈິ້ນ​ຜິງ ​ຝາກ​ໄປ​ເຖິງ​ພໍ່.
ວັນ​ທີ 15 ຕຸລາ 2001, ຄອບ​ຄົວ​ໄດ້​ຈັດ​ງານ​ລ້ຽງ​ສ​ະ​ຫຼອງວັນ​ເກີດ​ຄົບ​ຮອບ 88ປີ ​ໃຫ້ ​ທ່ານ​ ສີ​ຈົ້ງຊຸ່ນ, ຄອບ​ຄົວ​ ແລະ​ ໝູ່​ເພື່ອນ​ຍາດ​ຕິ​ພີ່​ນ້ອງ​ໄດ້​ມາເຕົ້າ​ໂຮມ​ກັນ ​ເພື່ອ​ສະ​ຫຼອງວັນ​ເກີດ​ໃຫ້​ເພິ່ນ​ຢ່າງ​ເບີກ​ບານ​ມ່ວນ​ຊື່ນ. ນີ້​ແມ່ນ​ການ​ເຕົ້າ​ໂຮມ​ຄວາມ​ສາ​ມັກ​ຄີ​ພາຍ​ໃນ​ຄອ​ບ​ຄົວ​ຄັ້ງ​ຍິ່ງ​ໃຫຍ່​ທີ່​ຫາ​ຍາກ, ພຽງ​​ແຕ່ຂາດ​ຜູ້​ໜຶ່ງ​ຄື​ທ່ານ ​ສີ​ຈິ້ນ​ຜິງ ເຈົ້າ​ແຂວງ​​ແຂວງຟູ​ຈ້ຽນ​ໃນ​ເວ​ລາ​ນັ້ນ​ເທົ່າ​ນັ້ນ.
ໃນຕອນ​ນັ້ນ, ທ່ານ ​ສີ​ຈິ້ນ​ຜິງ​ ຄາ​ວຽກລັດ​ຖະ​ການ​ຫຼາຍ, ບໍ່​ມີ​ເວ​ລາ​ເມື່ອຢາມບ້ານ​ແທ້ໆ, ເພິ່ນ​ຈຶ່ງ​ຂຽນ​ຈົດ​ໝາຍອວຍ​ພອນ​ວັນ​ເກີດ​ສະບັບ​ໜຶ່ງ​ ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ຮັກ​ແພງ​ຢ່າງ​ດູດ​ດື່ມ​ສົ່ງໄປ​ເຖິງ​ພໍ່​ດ້ວຍ​ຄວາມ​ລະອາຍໃຈຂອງຜູ້ເປັນລູກ.
ເນື້ອໃນຈົດໝາຍຂອງທ່ານ ສີຈິ້ນຜິງ ສະບັບນີ້ໄດ້ລະບຸໂດຍ​ກົງວ່າ: ໄດ້ສືບທອດຄຸນສົມບັດສິນທຳປະຕິວັດທີ່ສູງສົ່ງຫຼາຍຢ່າງຈາກພໍ່, ຮຽນ​ເອົາບູລຸດ​ສະ​ທຳນຳ​ພໍ່, ຮຽນ​ເອົາວິ​ທີ​ການ​ເຮັດ​ວຽກ​ນຳ​ພໍ່, ຮຽນ​ເອົາ​ແບບ​ຢ່າງ​ຂອງ​ພໍ່​ທີ່​ມີ​ຄວາມ​ໝາຍ​ໝັ້ນ​ສະ​ແຫວງ​ຫາ​ຄວາມ​ເຊື່ອ, ຮຽນ​ເອົານ້ຳໃຈອັນບໍລິສຸດຕໍ່ປະຊາຊົນ​ນຳ​ພໍ່ ແລະ ​ຮຽນ​ເອົາແບບແຜນ​ກາ​ນ​ດຳ​ລົງ​ຊີ​ວິດ​ທີ່​ປະ​ຢັດ​ມັດ​ທະ​ຍັດ​ ແລະ ​ລຽບ​ງ່າຍນຳພໍ່.
ເນື້ອໃນຈົດໝາຍໄດ້ລະບຸດ້ວຍຄວາມດູດດື່ມວ່າ: “ພໍ່ເຮັດວຽກເພື່ອປະຊາຊົນຈີນປຽບເໝືອນງົວເຖົ້າໂຕໜຶ່ງທີ່ໄຖນາດ້ວຍຄວາມອົດທົນຢ່າງງຽບໆ. ສິ່ງນີ້ໄດ້ກະຕຸກຊຸກຍູ້ໃຫ້ລູກທຸ່ມເທເຫື່ອແຮງ ແລະ ສະຕິປັນຍາຕະຫຼອດຊີວິດຂອງຕົນເຂົ້າໃນພາລະກິດຮັບໃຊ້ປະຊາຊົນ.”
​​​ໃຈຄວາມ​ດັ່ງ​ກ່າວ​ນີ້ ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ເຄົາ​ລົບ​ນັບ​ຖື​ຢ່າງ​ຈິງ​ໃຈ​ຂອງ​ທ່ານ ​ສີ​ຈິ້ນ​ຜິງ​ ທີ່​ມີ​ຕໍ່​ພໍ່. ເມື່ອ​ຄອບ​ຄົວ​ອ່ານ​ຈົດ​ໝາຍ​ແລ້ວໆ, ທ່ານ​ ສີ​ຈົ້ງ​ຊຸ່ນ ກໍ​ເຂົ້າ​ໃຈ​ລູກ​ທີ່​ສຸດ, ເພິ່ນ​ເວົ້າ​ກັບ​ຄອ​ບ​ຄົວ ​ແລະ​ ໝູ່​ເພື່ອນ​ຍາດ​ຕິ​ພີ່​ນ້ອງວ່າ: “ມັນ​ສົມ​ຄວນ​ຖື​ໜ້າ​ວຽກ​ເປັນ​ສິ່ງ​ສຳ​ຄັນ, ຖື​ວຽກ​ໃຫຍ່ຂອງ​ຊາດ​ເປັນ​ສິ່ງ​ສຳ​ຄັນ”,“ການ​ຮັບ​ໃຊ້​ປະ​ຊາ​ຊົນ​ ຄືຄວາມ​ກະ​ຕັນ​ຍູ​ຕໍ່​ພໍ່​ແມ່​​ທີ່ດີ​ທີ່​ສຸດ!”
ຍ້ອນ​ໄດ້​ຮັບ​ອິດ​ທິ​ພົນ​ຈາກ​ຄອບ​ຄົວ​ປະ​ຕິ​ວັດ, ທ່ານ​ ສີ​ຈິ້ນ​ຜິງ​ ຈຶ່ງມີຄວາມຫ່ວງໃຍ​ປະ​ເທດ​ຊາດ ແລະ ​ຮັບ​ໃຊ້​ປະ​ຊາ​ຊົນ​ຢ່າງສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ.
ເດືອນກັນຍາ ປີ 2021, ທ່ານ ສີຈິ້ນຜິງ ​ປະ​ທານ​ປະ​ເທດ​ຈີນທີ່ພວມເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ນະຄອນຢວີຫຼິນ ແຂວງສ້ານຊີ່ ນັ້ນໄດ້ເດີນທາງໄປຢ້ຽມຢາມອະນຸສອນສະຖານຄະນະພັກເຂດສຸຍເຕີ ເຊິ່ງ​ເປັນ​ບ່ອນ​ເຮັດ​ວຽກ​ ແລະ ​ດຳ​ລົງ​ຊີ​ວິດ​ຂອງ​ພໍ່​ໃນ​ສະ​ໄໝ​ປະ​ຕິ​ວັດ,​ ສິ່ງ​ກໍ່​ສ້າງ​ຢູ່​ໃນ​ເດີ່ນອະ​ນຸ​ສອນ​ສະ​ຖານ​ໄດ້​ຖືກ​​ສ້ອມ​ແປງຄືນ​ເໝືອນ​ເດີມ ເປັນຕົ້ນ ສະ​ຖານ​ທີ່​ເຮັດ​ວຽກ​ຂອງ​ສຳ​ນັກ​ງານ​ຄະ​ນະ​ພັກ​ເຂດ​ສຸຍ​ເຕີ​ໃນ​ສະ​ໄໝ​ປະ​ຕິ​ວັດ​ແລະ​ອື່ນໆ,​ໂດຍຫ້ອງວາງສະແດງຂອງອະນຸສອນສະຖານຖືກ​ກໍ່​ສ້າງ​ໃຫ້​ເປັນ​ແບບ​ເຮືອນ​ຖ້ຳ​ໃນ​ເມື່ອ​ກ່ອນ, ໃນ​ຫ້ອງ​ວາງ​ສະ​ແດງ​ຫຼັກ​ ມີຕົວໜັງສືສອງແຖວທີ່ສະດຸດຕາຂຽນວ່າ: “ຢືນ​ຢູ່​ຂ້າງ​ປະ​ຊາ​ຊົນ​ຊາວ​ຜູ້​ອອກ​ແຮງ​ງານ​ຫຼວງ​ຫຼາຍ​ທີ່​ສຸດ”,“ນັ່ງຢູ່ຂ້າງປະຊາຊົນຢ່າງຊື່ຕົງທີ່ສຸດ”.
ຄຳເວົ້ານີ້ແມ່ນໃຊ້ສັບທ້ອງຖິ່ນຂອງເຂດກ່ວນຈົ່ງ ໃນພາກກາງຂອງແຂວງສ້ານຊີ່, ເມື່ອຫວນຄືນເຖິງຄຳເວົ້າແບບພາສາທ້ອງຖິ່ນດັ່ງກ່າວຂອງທ່ານ ສີຈົ້ງຊຸ່ນ ຜູ້ເປັນພໍ່, ທ່ານ ສີຈິ້ນຜິງ ຮູ້ສຶກປະທັບໃຈຫຼາຍ.
​ ຫຼາຍ​ສິບ​ປີ​ຜ່ານ​ມາ​ນີ້, ໃນ​ໄລ​ຍະ​ເຮັດ​ວຽກ​ເປັນ​ການ​ນຳ​ ນັບຈາກ​ບ້ານ​ຫຼຽງ​ເຈ່ຍ​ເຫີ ແຂວງ​ສ້ານ​ຊີ່ ຮອດ​ເມືອງ​ເຈີ້ງ​ຕິ້ງ ແຂວງ​ເຫີ​ເປີຍ, ​ຈາກ​ແຂວງ​ຟູ​ຈ້ຽນ​ ຮອດ​ແຂວງ​ເຈີ້​ຈ່ຽງ, ຈາກ​ນະ​ຄອນ​ຊຽງ​ໄຮ້ ​ຮອດ​ນະ​ຄອນ​ຫຼວງ​ປັກ​ກິ່ງ, ທ່ານ ​ສີຈິ້ນ​ຜິງ ໄດ້ລົງ​ເຄື່ອນ​ໄຫວ​ເຮັດ​ວຽກ​ຢູ່​ຂັ້ນ​ຮາກ​ຖານ​ເລື້ອຍ​ໆ: ແຂ່ງລົມແຮງ ຫິມະຕົກໜັກ, ແຂ່ງແດດກ້າ, ລຸຍທາງດິນຕົມ, ຂຶ້ນພູຂ້າມຫ້ວຍ, ນັ່ງຕຽງເຕົາໄຟ, ນັ່ງຕັ່ງນ້ອຍໂອ້ລົມສົນທະນາກັບປະຊາຊົນຜູ້ທຸກຍາກ, ກິນເຂົ້າແບບລຽບງ່າຍຮ່ວມກັບຊາວບ້ານ, ລົມເລື່ອງລາວຊີວິດປະຈຳວັນກັບຊາວ ບ້ານແບບເປັນກັນເອງ…​ທ່ານ ​ສີ​ຈິ້ນ​ຜິງ ​ໄດ້​ປະ​ຕິ​ບັດ​ຕົວ​ຈິງ​ໃຫ້​ສົມ​ກັບ​ຄວາມ​ຫວັງທີ່​ພໍ່​ຝາກ​ໄວ້​ນຳ​ຕົນ​ເອງ​ເປັນ​ຢ່າງ​ຍິ່ງ​, ໂດຍ​ໄດ້​ປະ​ຕິ​ບັດ​ຕາມ​ຈຸດ​ປະ​ສົງ ​ຄື “ຮັບ​ໃຊ້​ປະ​ຊາ​ຊົນ​ຢ່າງ​ສຸດ​ໃຈ”​ ດ້ວຍການ​ກະ​ທຳ​ຕົວ​ຈິງ​.
“ບໍ່ວ່າລູກຈະເປັນເຈົ້າໃຫຍ່ນາຍໂຕສູງສ່ຳໃດກໍຕາມ, ຢ່າສູ່ຫຼົງລືມການຮັບໃຊ້ປະຊາຊົນດ້ວຍຄວາມດຸໝັ່ນຂະຫຍັນພຽນ, ຄິດເພື່ອປະຊົນຢ່າງແທ້ຈິງ, ຕ້ອງໃກ້ຊິດຕິດແທດມະຫາຊົນ, ເປັນກັນເອງກັບປະຊາຊົນ.” ຄຳ​ເວົ້າ​ຈາກ​ໃຈ​ຈິງ​ຂອງ​ພໍ່​ໄດ້​ກາຍ​ເປັນ​ເປົ້າ​ໝາຍ​ທີ່​ທ່ານ ​ສີຈິ້ນ​ຜິງ ​ສູ້​ຊົນ​ສະ​ແຫວງ​ຫາ​ມາຕະ​ຫຼອດ​ຊີ​ວິດ.