ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຈີນຈະເຮັດໃຫ້ແຂວງໄຫໜານຫລືໄຫຫລຳກາຍເປັນສູນກາງການແລກປ່ຽນຄວາມຮ່ວມມືທາງດ້ານກະສິກຳເຂດຮອ້ນຂອງໂລກ.

Mar 18, 2024

ຫວ່າງບໍ່ດົນມານີ້ ທ່ານ ນາງ ເຫີ ສົງເມີ່ຍ ຜູ້ແທນປະຊາ ຊົນແຫ່ງຊາດຈີນ ຜູ້ອໍານວຍການສຳນັກງານການພັດທະນາເຂດຊົນນະບົດໄຫຫລຳ ໄດ້ລາຍງານໃນກອງປະຊຸມສະພາປະຊາຊົນແຫ່ງຊາດຈີນວ່າ :ພາຍໃຕ້ການຊີ້ນຳຂອງແນວຄິດການພັດທະນາໃໝ່ ກະສິກຳເຂດຮອ້ນໄຫຫລຳ ໄດ້ເສີມການພັດທະນາເຕັກໂນໂລຊີແບບນະວັດຕະກຳຢ່າງຕໍ່ເນື່ອງ ຂະນະທີ່ໃຊ້ຄາວມໄດ້ປຽບທາງນະໂຍບາຍ ໂດຍໃຊ້ຄວາມພະຍາຍາມສ້າງສັນໃຫ້ແຂວງໄຫຫລຳເປັນສູນກາງແລກປ່ຽນຄວາມຮ່ວມມືທາງດ້ານກະສິກຳເຂດຮອ້ນຂອງໂລກ.
ທ່ານ ນາງ ເຫີ ສົງເມີ່ຍ ກ່າວຕື່ມວ່າ ແຂວງໄຫຫລຳມີການສຶກສາເຕັກໂນໂລຊີ ແລະປະສົບການດີເດັ່ນທາງດ້ານກະສິກຳຈາກປະເທດຕ່າງໆ ເພື່ອນຳມາປັບປຸງໃໝ່ໃຫ້ແກ່ການພັດທະນາທຸລະກິດຂອງເຂດຊົນນະບົດ ປະຈຸບັນໄຫໜລໍາໄດ້ອົບຮົມບຸກຄະລາກອນຈາກ 99 ປະເທດ ລວມທັງໜົດ 5.000.ຄົນ ເພື່ອສົ່ງເສີມການຮ່ວມມືທາງດ້ານກະສິກຳລະຫວ່າງຈີນກັບປະເທດຕ່າງໆໃນທົ່ວໂລກໃຫ້ຫລາຍຍິ່ງຂື້ນ.