3 ພາກສ່ວນຂອງຈີນປະກອບມີກະຊວງການຄ້າ ສປ ຈີນ, ສູນຄົ້ນຄວ້າ ແລະ ການພັດທະນາ, ອົງການສໍາຫຼວດທໍລະນີວິທະຍາ ແຫ່ງ ສປ ຈີນ ແລະຫ້ອງການເສດ ຖະກິດ-ການຄ້າ ສະຖານທູດຈີນ ປະຈໍາ ລາວ ຮ່ວມກັບ ຫ້ອງການຄະນະກໍາມະການຮ່ວມມືລາວ-ຈີນ ໄດ້ຈັດຝຶກອົບຮົມການສ້າງແຜນທີ່ທໍລະນີເຄມີ ແລະເຕັກໂນໂລຊີການສໍາຫຼວດທໍລະນີເຄມີດ້ານສິ່ງແວດລ້ອມຂອງ ສປປ ລາວ ຂຶ້ນເມື່ອບໍ່ດົນມານີ້, ພາຍໃຕ້ຫົວຂໍ້: “ການສ້າງແຜນທີ່ທໍລະນີເຄມີ ແລະເຕັກໂນໂລຊີການສໍາຫຼວດທໍລະນີເຄມີດ້ານສິ່ງແວດລ້ອມຂອງ ສປປ ລາວ” ໂດຍມີທ່ານນາງ ພັນຈິນດາ ເລັ່ງສະຫວັດ ຫົວໜ້າຫ້ອງການຄະນະກໍາມະການຮ່ວມມື ລາວ-ຈີນ, ທ່ານ ຫຼົງ ປາວ ຫຼິນ ຮອງຫົວ ໜ້າສູນຄົ້ນຄວ້າ ແລະການພັດທະນາ, ອົງການສໍາຫຼວດທໍລະນີວິທະຍາ ແຫ່ງ ສປ ຈີນ, ທ່ານ ຄໍາແກ້ວ ເລຂາໂທທີ່ປຶກສາເສດຖະກິດການຄ້າ ສະຖານທູດ ສປ ຈີນ ປະຈໍາ ສປປ ລາວເຂົ້າຮ່ວມ.
ທ່ານ ນາງ ພັນຈິນດາ ເລັ່ງສະຫວັດ ໄດ້ກ່າວວ່າ: ວຽກງານການສ້າງແຜນທີ່ທໍລະນີເຄມີ ແລະເຕັກໂນໂລຊີການສໍາຫຼວດທໍລະນີເຄມີ ເປັນໜຶ່ງໃນວຽກງານທີ່ລັດຖະບານ ສປປ ລາວ ພວມຊຸກຍູ້ ແລະ ໃຫ້ຄວາມສໍາຄັນສູງ; ສະນັ້ນ ເພື່ອຈັດຕັ້ງປະຕິບັດວຽກງານດັ່ງກ່າວໃຫ້ມີປະສິດທິພາບ ແລະປະສິດທິຜົນດີຂື້ນ ພະນັກງານວິຊາການທີ່ກ່ຽວຂ້ອງຂອງລາວ ຈະຕ້ອງໄດ້ມີການພັດທະນາ ແລະຍົກລະດັບຄວາມຮູ້ກ່ຽວກັບ ເຕັກນິກການຕ່າງໆໃນການສ້າງແຜນທີ່ທໍລະນີເຄມີ ແລະ ເຕັກໂນໂລຊີໃນການສໍາຫຼວດທໍລະນີເຄມີດ້ານສິ່ງແວດລ້ອມຕາມຄວາມຮຽກຮ້ອງຕ້ອງການຂອງໜ້າວຽກຕົວຈິງ; ດັ່ງນັ້ນ, ພວກເຮົາຈຶ່ງໃດ້ຈັດຫົວຂໍ້ຝຶກອົບຮົມນີ້ຂື້ນ ເພື່ອໃຫ້ພະນັກງານ ຊ່ຽວຊານຂອງລາວ ໄດ້ຮຽນຮູ້ເຕັກນິກໃໝ່, ວິທະຍາສາດໃໝ່ ແລະ ນະວັດຕະກໍາໃໝ່ ດ້ານການສ້າງແຜນທີ່ທໍລະນີເຄມີ ແລະ ການສໍາຫຼວດທໍລະນີເຄມີ ຈາກ ສປ ຈີນ. ພ້ອມທັງເອົາເວທີອັນນີ້ ໃນການປຶກສາຫາລືແລກປ່ຽນຄໍາເຫັນ ລະຫວ່າງນັກສໍາມະນາກອນລາວ ກັບ ຊ່ຽວຊານຄູອາຈານ ທີ່ມີຄວາມຮູ້, ຄວາມຊຳນານງານ ແລະ ປະສົມການ ຈາກ ສປ ຈີນ.
ການຈັດຝຶກອົບຮົມ ຄັ້ງນີ້ມີຜູ້ເຂົ້າຮ່ວມທັງຫມົດ 40 ທ່ານ ເຊິ່ງຈະດຳເນີນໄປເປັນ ເວລາ 21 ວັນ ເຊິ່ງນັກສໍາມະນາກອນຈະໄດ້ຮັບຟັງບົດຮຽນ ແລະປະສົບການຈາກຜູ້ຊ່ຽວຊານຈີນ, ສາມາດແລກປ່ຽນ ຄໍາຄິດຄໍາເຫັນເຊິ່ງກັນ ແລະກັນ.
ທີ່ມາ: CMG FM93





