ຈີນຍິນດີຮ່ວມກັນແບ່ງປັນໂອກາດການພັດທະນາກັບບັນດາປະເທດໃນໂລກ

“ຮ່ວມມືກັບຈີນກໍແມ່ນຮ່ວມແບ່ງປັນໂອກາດ, ເຊື່ອໝັ້ນໃນຈີນ ກໍແມ່ນເຊື່ອໝັ້ນໃນອະນາຄົດ, ລົງທຶນຢູ່ຈີນກໍແມ່ນລົງທຶນເພື່ອອະນາຄົດ.”
ຫວ່າງມໍ່ໆມານີ້, ໃນໂອກາດເຂົ້າຮ່ວມກອງປະຊຸມຜູ້ນຳເສດຖະກິດອົງການຮ່ວມມືເສດຖະກິດອາຊີປາຊີຟິກຫຼື APEC ຄັ້ງທີ 32 ຢູ່ ນະຄອນຈອງຈູ ສ ເກົາຫຼີ, ທ່ານ ສີຈິ້ນຜິງ ປະທານປະເທດຈີນໄດ້ຊີ້ແຈງຕໍ່ທົ່ວໂລກ ກ່ຽວກັບຈີນຈະລົງເລິກການປະຕິຮູບຢ່າງຮອບດ້ານຕື່ມອີກ, ເປີດກວ້າງການເປີດປະຕູສູ່ພາຍນອກໃນລະດັບສູງຢ່າງເດັດດ່ຽວໜຽວແໜ້ນ, ສະໜອງໂອກາດໃໝ່ໃຫ້ແກ່ອາຊີປາຊີຟິກກໍຄືທົ່ວໂລກ ດ້ວຍຜົນສຳເລັດໃໝ່ແຫ່ງການສ້າງຄວາມທັນສະໄໝແບບຈີນຢ່າງບໍ່ຢຸດຢັ້ງ.
ງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ 8 ໄດ້ຈັດຂຶ້ນຢູ່ນະຄອນຊຽງໄຮ ລະຫວ່າງວັນທີ 5-10 ພະຈິກ2025ນີ້. ຕະຫຼອດໄລຍະ 8 ປີມານີ້, ພາຍໃຕ້ການວາງແຜນ ແລະ ຊຸກຍູ້ຈາກທ່ານ ສີຈິ້ນຜິງ, ງານວາງສະແດງສິນຄ້ານຳເຂົ້າສາກົນຈີນ ໄດ້ກາຍເປັນປ່ອງຢ້ຽມແຫ່ງການສ້າງສະພາບການພັດທະນາແບບໃໝ່, ເປັນເວທີແຫ່ງການຊຸກຍູ້ການເປີດປະຕູສູ່ພາຍນອກໃນລະດັບສູງຂອງຈີນ ກໍຄືເປັນຜະລິດຕະພັນສາທາລະນະສາກົນທີ່ທົ່ວໂລກຊົມໃຊ້ຮ່ວມກັນ.

1, ຕະຫຼາດຂະໜາດໃຫຍ່ພິເສດຂອງຈີນສ້າງຜົນປະໂຫຍດໃຫ້ທົ່ວເຖິງ
ຈີນເປັນຕະຫຼາດຂະໜາດໃຫຍ່ພິເສດ, ຍົກຕົວຢ່າງ: ມີປະຊາກອນຫຼາຍກວ່າ 1,4 ຕື້ຄົນ, ກຸ່ມຄົນທີ່ມີລາຍຮັບປານກາງຫຼາຍກວ່າ 400 ລ້ານຄົນ, ມູນຄ່າການບໍລິໂພກມີເກືອບ 50.000 ຕື້ຢວນຕໍ່ປີ, ມູນຄ່າການນຳເຂົ້າ ໃນປີ 2025 ບັນລຸຫຼາຍກວ່າ 20.000 ຕື້ຢວນແລະອື່ນໆ. ທັງໝົດເຫຼົ່ານີ້ໄດ້ສ້າງຜົນປະໂຫຍດຢ່າງບໍ່ຢຸດຢັ້ງ, ອັນໄດ້ເພີ່ມຄວາມແນ່ນອນຫຼາຍກວ່າເກົ່າໃຫ້ແກ່ການເຕີບໂຕຂອງເສດຖະກິດໂລກ.
ງານວາງສະແດງສິນຄ້ານຳເຂົ້າສາກົນຈີນປີນີ້, ມີວິສາຫະກິດທີ່ຖືກຈັດໃນ 500 ບໍລິສັດຊັ້ນນຳຂອງໂລກ ແລະ ວິສາຫະກິດແຖວໜ້າໃນຂະແໜງການຕ່າງໆຂອງໂລກລວມທັງໝົດ 290 ແຫ່ງເຂົ້າຮ່ວມ, ທຽບໃສ່ປີຜ່ານມາໄດ້ເພີ່ມຂຶ້ນ 600 ກວ່າແຫ່ງ. ນັບລວມແລ້ວ, ໃນງານວາງສະແດງສິນຄ້ານຳເຂົ້າສາກົນຈີນ 7 ຄັ້ງຜ່ານມາ ໄດ້ວາງສະແດງຜະລິດຕະພັນໃໝ່, ເຕັກໂນໂລຊີໃໝ່, ການບໍລິການໃໝ່ປະມານ 3000 ຢ່າງ, ຍອດມູນຄ່າທີ່ມີເຈດຈຳນົງຈະເຊັນສັນຍາຊື້ຂາຍກັນບັນລຸຫຼາຍກວ່າ 500 ຕື້ໂດລາ, ໄດ້ດຶງດູດວິສາຫະກິດຕ່າງປະເທດມາເຂົ້າຮ່ວມງານເຖິງ 23.000 ແຫ່ງເທື່ອ.

ຈາກການສ້າງຕັ້ງເວທີໃໝ່ຕ່າງໆເຊັ່ນ: ງານວາງສະແດງສິນຄ້ານຳເຂົ້າສາກົນຈີນ, ງານວາງສະແດງເຄື່ອງບໍລິໂພກສາກົນຈີນ, ງານຕະຫຼາດນັດການຄ້າການບໍລິການສາກົນຈີນເປັນຕົ້ນ, ຮອດການຂະຫຍາຍເຂດການຄ້າເສລີ, ທ່າການຄ້າເສລີໄຫຫຼຳ ເປີດດ່ານພາສີອິດສະຫຼະທົ່ວເກາະ, ຈົນຮອດການປັບຫຼຸດບັນຊີດ້ານລົບຂອງມາດຕະການຄຸ້ມຄອງພິເສດກ່ຽວກັບການເຂົ້າເຖິງຕະຫຼາດຈີນສຳລັບນັກລົງທຶນຕ່າງປະເທດຢ່າງບໍ່ຢຸດຢັ້ງ, ເປີດກວ້າງຂອບເຂດປະເທດທີ່ຈີນປະຕິບັດນະໂຍບາຍຍົກເວັ້ນວິຊາແຕ່ຝ່າຍດຽວ ແລະອື່ນໆ. ຈີນໄດ້ໃຊ້ການກະທຳຕົວຈິງຢ່າງຕໍ່ເນື່ອງເພື່ອພິສູດໃຫ້ເຫັນເຖິງຄວາມຕັດສິນໃຈໃນການສະໜັບສະໜູນການຄ້າເສລີ ແລະ ເປັນເຈົ້າການເປີດຕະຫຼາດສູ່ທົ່ວໂລກ.
2, ສະໜອງເວທີກວ້າງຂວາງອັນໃໝ່ສຳລັບການປະດິດສ້າງ
ຈີນທີ່ພັດທະນາດ້ວຍຄຸນນະພາບສູງ ໄດ້ຍຶດໝັ້ນການຫັນປ່ຽນຕາມທິດສີຂຽວ, ດິຈີຕອນ ແລະ ອັດສະລິຍະ, ເຊິ່ງໄດ້ເປີດຊ່ອງທາງອັນກວ້າງຂວາງໃຫ້ແກ່ການຮ່ວມມືດ້ານການປະດິດສ້າງໃນທົ່ວໂລກ. ໃນໄລຍະປະຕິບັດແຜນການພັດທະນາເສດຖະກິດສັງຄົມແຫ່ງຊາດ 5 ປີຄັ້ງທີ 14(2021-2025),ຈີນໄດ້ມີຖັນແຖວພະນັກງານຄົນຄວ້າພັດທະນາທີ່ມີຂະໜາດໃຫຍ່ທີ່ສຸດຢູ່ໃນໂລກ, ໃນກຸ່ມປະດິດສ້າງດ້ານວິທະຍາສາດເຕັກໂນໂລຊີຊັ້ນນຳ 100 ແຫ່ງຂອງໂລກ, ຈີນມີເຖິງ 26 ແຫ່ງ, ຄອງອັນດັບໜຶ່ງຂອງໂລກ. ອີງຕາມບົດລາຍງານດັດຊະນີການປະດິດສ້າງໂລກ 2025 ທີ່ອົງການຊັບສິນທາງປັນຍາໂລກເປີດເຜີຍໃນເດືອນກັນຍາປີນີ້ສະແດງໃຫ້ເຫັນວ່າ: ຈີນໄດ້ຖືກຈັດອັນດັບຍົກສູງຂຶ້ນເປັນອັນດັບທີ10ຂອງໂລກ.
ໃນງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງນີ້, ຜະລິດຕະພັນໃໝ່, ເຕັກໂນໂລຊີໃໝ່, ການບໍລິການໃໝ່ 461 ຢ່າງ ໄດ້ຖືກນຳມາວາງສະແດງໃນງານ, ຂະນະທີ່ວິສາຫະກິດນຳໜ້າທົ່ວໂລກໃນຂະແໜງການຕ່າງໆເຊັ່ນ: ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ປັນຍາປະດິດລຸ້ນໃໝ່, ເຕັກນິກສີຂຽວ ແລະ ກາກບອນຕ່ຳເປັນຕົ້ນ ກໍໄດ້ນຳເອົາໝາກຜົນຫຼ້າສຸດມາວາງສະແດງໃນງານເຊັ່ນກັນ.

3, ສະແຫວງຫາການພັດທະນາຮ່ວມກັນ ແລະ ຊົມໃຊ້ຄວາມຈະເລີນຮຸ່ງເຮືອງຮ່ວມກັນ.
ນັບແຕ່ຈັດງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທຳອິດເປັນຕົ້ນມາ, ງານວາງສະແດງດັ່ງກ່າວ ໄດ້ຕັ້ງໜ້າອຳນວຍຄວາມສະດວກໃຫ້ແກ່ປະເທດດ້ວຍພັດທະນາທີ່ສຸດເຂົ້າຮ່ວມງານມາໂດຍຕະຫຼອດ.
ສຳລັບງານວາງສະແດງປີນີ້ ແມ່ນໄດ້ຊຸກຍູ້ໃຫ້ວິສາຫະກິດ ແລະ ຜະລິດຕະພັນຂອງທຸກປະເທດດ້ອຍພັດທະນາທີ່ສຸດ ທີ່ໄດ້ສ້າງສາຍພົວພັນທາງການທູດກັບຈີນລວມເຖິງ 53 ປະເທດໃນອາຟຣິກາ ໃຫ້ໄດ້ຮັບສິດທິພິເສດຈາກນະໂຍບາຍ “ພາສີເປັນສູນ” ຢ່າງເຕັມສ່ວນ, ວິສາຫະກິດຈາກປະເທດດ້ອຍພັດທະນາທີ່ສຸດ ທີ່ເຂົ້າຮ່ວມງານຄັ້ງນີ້ໄດ້ເພີ່ມຂຶ້ນ 23,5% ເມື່ອທຽບໃສ່ຄັ້ງຜ່ານມາ.
ໃນເວລາເຂົ້າຮ່ວມກອງປະຊຸມ APEC ຄັ້ງທີ 32 ຢູ່ ສ ເກົາຫຼີ, ທ່ານ ສີຈິ້ນຜິງ ປະທານປະເທດຈີນໄດ້ກ່າວເນັ້ນໜັກຫຼາຍເທື່ອເຖິງຄຳວ່າ “ຮ່ວມກັນ”: “ຈໍ່ຕົວເປັນສະພາບການຮ່ວມມືແບບປະເທດຕ່າງໆ ຊ່ວຍຊູຍູ້ໜູນກັນໃຫ້ປະສົບຜົນສຳເລັດ ແລະ ພັດທະນາຮ່ວມກັນ”, “ສຸມໃສ່ຮ່ວມກັບບັນດາປະເທດພັດທະນາຮ່ວມກັນ, ຊົມໃຊ້ຄວາມຈະເລີນຮຸ່ງເຮືອງຮ່ວມກັນ.” “ຮ່ວມກັນສ້າງອະນາຄົດທີ່ດີງາມແບບຍືນຍົງ”…
ຊຸມປີຜ່ານມານີ້, ຈີນໄດ້ຮ່ວມກັບທົ່ວໂລກ ແບ່ງປັນໂອກາດຈາກຕະຫຼາດໃຫຍ່ຂອງຈີນ, ໃຫ້ສິດທິພິເສດ “ພາສີເປັນສູນ” ຕໍ່ຜະລິດຕະພັນທັງໝົດຂອງທຸກປະເທດທີ່ດ້ອຍພັດທະນາທີ່ສຸດ ທີ່ໄດ້ສ້າງສາຍພົວພັນທາງການທູດກັບຈີນຢ່າງຕໍ່ເນື່ອງ; ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ໄດ້ກາຍເປັນເວທີການຮ່ວມມືສາກົນທີ່ມີຂອບເຂດກວ້າງຂວາງທີ່ສຸດແລະມີຂະໜາດໃຫຍ່ທີ່ສຸດຢູ່ໃນໂລກປັດຈຸບັນ; ທາງລົດໄຟລາວ-ຈີນ, ທາງລົດໄຟຄວາມໄວສູງຈາກາຕາ-ບັນດຸງ, ທ່າກຳປັ່ນຈັນໄກ, ທາງລົດໄຟມົມບາຊາ-ໄນໂຣບີ ແລະ ໂຄງການອື່ນໆໄດ້ຊຸກຍູ້ການສ້າງສະພາບການໃໝ່ ແຫ່ງການເຊື່ອມໂຍງເຊື່ອມຈອດກັນຢ່າງບໍ່ຢຸດຢັ້ງ, ຫຼາຍໆໂຄງການເພື່ອປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ທີ່ລົງທຶນໜ້ອຍແຕ່ໄດ້ຮັບປະສິດທິຜົນຫຼາຍ ກຳລັງຈັດຕັ້ງປະຕິບັດຢູ່ປະເທດຕ່າງໆຢ່າງເປັນຮູບປະທຳ ເຊິ່ງໄດ້ເພີ່ມພູນຄູນສ້າງຄວາມຜາສຸກໃຫ້ແກ່ປະຊາຊົນບັນດາປະເທດທີ່ຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”ຢ່າງມີປະສິດທິຜົນ…
ໃນການພົບປະກັນລະຫວ່າງປະມຸກລັດຈີນ-ອາເມຣິກາ ຢູ່ ສ ເກົາຫຼີເມື່ອບໍ່ດົນມານີ້, ທ່ານ ສີຈິ້ນຜິງ ໄດ້ຊີ້ແຈງເຄັດລັບແຫ່ງການປະສົບຜົນສຳເລັດຂອງຈີນຢ່າງເລິກເຊິ່ງວ່າ: “ພວກເຮົາຍຶດໝັ້ນວາງແຜນພັດທະນາແລ້ວກໍສູ້ຊົນຢ່າງຕໍ່ເນື່ອງຈົນເຖິງທີ່ສຸດ ໂດຍບໍ່ເຄີຍຄິດທີ່ຈະທ້າທາຍໃຜ ແລະ ເຂົ້າແທນໃຜ, ແຕ່ແມ່ນສຸມກຳລັງເຂົ້າໃນການພັດທະນາຂອງຕົນໃຫ້ດີ ແລະ ພັດທະນາໃຫ້ດີກວ່າເກົ່າ ເພື່ອຮ່ວມກັນແບ່ງປັນໂອກາດການພັດທະນາກັບບັນດາປະເທດໃນໂລກ”

