ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຈີນຍິນດີຮ່ວມກັບອາຟຣິກາຊຸກຍູ້ 10 ແຜນປະຕິບັດງານລະຫວ່າງເພື່ອນມິດເພື່ອຊຸກຍູ້ການສ້າງສາຄວາມທັນສະໄໝ

Sep 5, 2024

ຕອນເຊົ້າວັນທີ 5 ກັນຍານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ເຂົ້າຮ່ວມແລະ ກ່າວຄຳປາໄສໃນພິທີໄຂກອງປະຊຸມສຸດຍອດຂອງເວທີເປິກສາຫາລືການຮ່ວມມືຈີນ-ອາຟຣິກາ ທີ່ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ.
ທ່ານສີຈິ້ນຜິງກ່າວວ່າ: ໃນ 3 ປີຂ້າງໜ້າ, ຈີນຍິນດີຮ່ວມກັບອາຟຣິກາຊຸກຍູ້ແຜນປະຕິບັດງານລະຫວ່າງເພື່ອນມິດເພື່ອຊຸກຍູ້ການຖອດຖອນບົດຮຽນດ້ານອະລິ ຍະທຳຄວາມທັນສະໄໝ, ແຜນປະຕິບັດງານລະຫວ່າງເພື່ອນມິດເພື່ອສ້າງຄວາມຈະ ເລີນຮຸ່ງເຮືອງດ້ານການຄ້າ, ແຜນປະຕິບັດງານລະຫວ່າງເພື່ອນມິດເພື່ອການຮ່ວມມືດ້ານຕ່ອງໂສ້ອຸດສາຫະກຳ, ແຜນປະຕິບັດງານລະຫວ່າງເພື່ອນມິດເພື່ອເຊື່ອມຈອດກັນ, ແຜນປະຕິບັດງານລະຫວ່າງເພື່ອນມິດເພື່ອການຮ່ວມມືດ້ານການພັດທະນາ, ແຜນປະຕິບັດງານລະຫວ່າງເພື່ອນມິດດ້ານສາທາລະນະສຸກ, ແຜນປະຕິບັດງານລະຫວ່າງເພື່ອນມິດສ້າງຄວາມຈະເລີນຮຸ່ງເຮືອງໃຫ້ຊົນນະບົດ, ແຜນປະຕິບັດງານລະຫວ່າງເພື່ອນມິດການແລກປ່ຽນດ້ານວັດທະນະທຳ, ແຜນປະຕິບັດງານລະຫວ່າງເພື່ອນມິດການພັດທະນາສີຂຽວ ແລະ ແຜນປະຕິບັດງານລະຫວ່າງເພື່ອນມິດສ້າງຄວາມໝັ້ນຄົງຮ່ວມກັນ ເພື່ອລົງເລິກການຮ່ວມມືຈີນ-ອາຟຣິກາ ແລະ ນຳພາການສ້າງສາຄວາມທັນສະໄໝຢູ່ພາກໃຕ້ທົ່ວໂລກ.
ທີ່ມາ: CMG
May be an image of 3 people