ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຈີນປະກອບສ່ວນສໍາຄັນເຂົ້າໃນການປະຕິບັດແຜນການ 5 ປີ ຄັ້ງທີ IX ຂອງລາວ

Jan 12, 2026

ສປປ ລາວ ໄດ້ສໍາເລັດການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ຫຼື ແຜນການ 5 ປີ ຄັ້ງທີ IX (2021-2025) ຮຽບຮ້ອຍແລ້ວ, ຜົນໄດ້ຮັບແມ່ນໄດ້ລາຍງານຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ຈັດຂຶ້ນລະຫວ່າງວັນທີ 6-8 ມັງກອນ 2026 ເຫັນວ່າ ພາຍໃຕ້ຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຕ່າງໆ ທີ່ເກີດຂຶ້ນຢູ່ພາຍໃນ ແລະ ຕ່າງປະເທດ, ປະເທດລາວສາມາດປະຕິບັດບັນດາແຜນງານ ແລະ ໂຄງການທີ່ກຳນົດໄວ້ຢ່າງພົ້ນເດັ່ນໃນຫຼາຍດ້ານ ເຮັດໃຫ້ເສດຖະກິດຂອງປະເທດສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ລວມຍອດຜະລິດຕະພັນພາຍໃນ (GDP) ຂະຫຍາຍຕົວສະເລ່ຍໃນລະດັບ 4,24% ບັນລຸຄາດໝາຍທີ່ວາງໄວ້ 4% ຂຶ້ນໄປ.
ຜົນງານທີ່ໄດ້ມາ ຍ້ອນຄວາມເອົາໃຈໃສ່ຂອງທຸກພາກສ່ວນພາຍໃນປະເທດ ແລະ ປັດສະຈາກບໍ່ໄດ້ການຊ່ວຍເຫຼືອດ້ວຍຮູບແບບຕ່າງໆ ຈາກບັນດາປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນ ກໍຄື ຕ່າງປະເທດ, ໜຶ່ງໃນນັ້ນລວມມີ ສປ ຈີນ ທີ່ເປັນປະເທດເພື່ອນມິດຍຸດທະສາດ ແລະ ເປັນປະເທດຄູ່ຮ່ວມຊາຕາກໍາຂອງລາວ.
ເມື່ອທົບທວນຄືນຕະຫຼອດໄລຍະ 5 ປີ ເຫັນວ່າ ຈີນໄດ້ປະກອບສ່ວນສໍາຄັນເຂົ້າໃນການປະຕິບັດແຜນການ 5 ປີ ຄັ້ງທີ IX ຂອງລາວ ຊຶ່ງມີທັງການຊ່ວຍເຫຼືອຕ່າງໆ, ການຮ່ວມມືກັນປະຕິບັດບັນດາໂຄງການ ແລະອື່ນໆ ບົນພື້ນຖານຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ແລະ ມີຫຼາຍດ້ານທີ່ພົ້ນເດັ່ນ, ເລີ່ມຈາກໄລຍະເລີ່ມຕົ້ນປະຕິບັດແຜນການ, ລາວຍັງສືບຕໍ່ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19, ຈີນໄດ້ສືບຕໍ່ໃຫ້ການຊ່ວຍເຫຼືອທີ່ຈໍາເປັນເພື່ອຮັບມືກັບພະຍາດນີ້ ເຮັດໃຫ້ຈີນກາຍເປັນປະເທດທີ່ຊ່ວຍເຫຼືອລາວຮັບມືກັບການລະບາດຂອງພະຍາດໂຄວິດ-19 ຫຼາຍກວ່າໝູ່.
ຈາກນັ້ນ, ດ້ວຍການຮ່ວມມືຂອງສອງຝ່າຍ ເສັ້ນທາງລົດໄຟລາວ-ຈີນ ທີ່ຢູ່ພາຍໃຕ້ຂອບການຮ່ວມມື “ໜຶ່ງແລວໜຶ່ງເສັ້ນທາງ” ໄດ້ເປີດນໍາໃຊ້ຢ່າງເປັນທາງການໃນວັນທີ 3 ທັນວາ 2021, ຕະຫຼອດໄລຍະ 4 ປີກວ່າທີ່ເປີດບໍລິການ, ລົດໄຟສາຍນີ້ໄດ້ຊ່ວຍໃຫ້ລາວກ້າວຂຶ້ນສູ່ອຸດສາຫະກໍາການຂົນສົ່ງທັນສະໄໝແບບກ້າວກະໂດດ, ເຮັດໃຫ້ແຜນຍຸດທະສາດ “ການຫັນຈາກປະເທດບໍ່ມີຊາຍແດນຕິດກັບທະເລ ກາຍເປັນປະເທດເຊື່ອມໂຍງ-ເຊື່ອມຈອດ” ປາກົດຜົນເປັນຈິງ, ທັງເປັນກໍາລັງແຮງສໍາຄັນເຂົ້າໃນການຂັບເຄື່ອນການພັດທະນາເສດຖະກິດ-ສັງຄົມຂອງລາວ ແລະ ກາຍເປັນເສັ້ນທາງຄໍາລະຫວ່າງລາວ-ຈີນ ກໍຄື ອາຊຽນ ແລະ ພາກພື້ນ ອີກດ້ວຍ.
ໃນດ້ານການລົງທຶນ ໄລຍະ 5 ປີ ຜ່ານມາ ລາວສາມາດລະດົມການລົງທຶນໄດ້ທັງໝົດ 387,372 ຕື້ກີບ, ເທົ່າກັບ 189% ຂອງແຜນການ. ແນ່ນອນວ່າ ຈີນໄດ້ປະກອບສ່ວນສໍາຄັນເຂົ້າໃນຂະບວນການດັ່ງກ່າວ ເພາະມາຮອດປັດຈຸບັນ ຈີນຍັງສືບຕໍ່ຢູ່ອັນດັບທີໜຶ່ງໃນຈໍານວນ 53 ປະເທດ ແລະ ເຂດແຄວ້ນທີ່ເຂົ້າມາລົງທຶນຢູ່ລາວ. ສ່ວນດ້ານການຄ້າກັບຕ່າງ ປະເທດຂອງລາວທີ່ບັນລຸ 84,4 ຕື້ໂດລາ, ເທົ່າກັບ 119% ຂອງແຜນການ, ຈີນໄດ້ປະກອບສ່ວນສໍາຄັນເຊັ່ນດຽວກັນ ເພາະປັດຈຸບັນ ຈີນໄດ້ກາຍເປັນຄູ່ການຄ້າທີ່ໃຫຍ່ອັນດັບ2 ຂອງລາວມາໄດ້ຫຼາຍປີແລ້ວ, ບັນດານັກວິເຄາະເຊື່ອໝັ້ນວ່າ ໃນອີກບໍ່ດົນນີ້ຈີນຈະກາຍ ເປັນຄູ່ການຄ້າທີ່ໃຫຍ່ອັນດັບ 1 ຂອງລາວ.
May be an image of train, railroad and the Panama Canal
ສ່ວນການແກ້ໄຂຄວາມທຸກຍາກທີ່ເປັນວຽກບຸລິມະສິດຂອງລາວ. ອັດຕາຄວາມທຸກຍາກຢູ່ລາວໄດ້ຫຼຸດລົງຈາກ 18,3% ໃນປີ 2019 ຍັງເຫຼືອ 15% ຂອງປະຊາກອນທັງໝົດໃນປີ 2025. ໃນວຽກງານນີ້ ຈີນໄດ້ປະກອບສ່ວນຊ່ວຍເຫຼືອທາງກົງໂດຍຜ່ານໂຄງການທົດລອງຮ່ວມມືແກ້ໄຂຄວາມທຸກຍາກລາວ-ຈີນ ໄລຍະ 1 ແລະ ໄລຍະ 2 ທີ່ຈັດຕັ້ງປະຕິບັດຢູ່ນະຄອນຫຼວງວຽງຈັນ ແລະ ແຂວງຫຼວງພະບາງ, ໃນນີ້ ບ້ານຊຽງລ້ອມ, ນະຄອນຫຼວງພະບາງ ເປັນໜຶ່ງໃນບັນດາບ້ານເປົ້າໝາຍຂອງໂຄງການໄດ້ກາຍເປັນບົດຮຽນດີທີ່ສຸດ ເພາະເປັນບ້ານທີ່ໄດ້ນໍາໃຊ້ບົດຮຽນກ່ຽວກັບການລຶບລ້າງຄວາມທຸກຍາກຢູ່ບ້ານ 18 ຖໍ້າຂອງຈີນມານໍາໃຊ້ໄດ້ຮັບປະສິດທິຜົນເປັນຢ່າງດີ.
ອີກຂົງເຂດໜຶ່ງທີ່ພົ້ນເດັ່ນ, ຈີນໄດ້ຊ່ວຍເຫຼືອລາວດ້ານເຕັກໂນໂລຊີ ໂດຍສະເພາະການປະດິດສ້າງໃໝ່ ຫຼື ນະວັດຕະກໍາ ເພື່ອນໍາໃຊ້ເຂົ້າໃນການພັດທະນາປະເທດໃຫ້ມີຄຸນນະພາບສູງ ດ້ວຍການຮ່ວມກັບລາວສ້າງສູນການຮ່ວມມືການປະດິດສ້າງໃໝ່ດ້ານປັນຍາປະດິດ (AI) ແລະ ຊ່ວຍເຫຼືອລາວສ້າງລະບົບປັນຍາປະດິດລາວ (Lao AI) ຊຶ່ງເປັນບາດກ້າວສໍາຄັນເພື່ອນໍາໃຊ້ດ້ານນີ້ເຂົ້າໃນທຸກຂົງເຂດວຽກງານຂອງລາວໃຫ້ດີຂຶ້ນກວ່າເກົ່າ. ພ້ອມນີ້ ຍັງໄດ້ຊ່ວຍເຫຼືອລາວດ້ານການພັດທະນາສີຂຽວ, ໃນນີ້ ໂຄງການໃຫຍ່ທີ່ຖືກເວົ້າເຖິງຫຼາຍໃນດ້ານນີ້ຢູ່ລາວແມ່ນໂຄງການຜະລິດໄຟຟ້າດ້ວຍພະລັງງານລົມ ຕັ້ງຢູ່ພາກໃຕ້ຂອງລາວ, ລວມເຖິງໂຄງການພະລັງງານແສງຕາເວັນ ຕັ້ງຢູ່ແຂວງອຸດົມໄຊ ແລະ ແຂວງຫຼວງນ້ຳທາ, ໂຄງການເຫຼົ່ານີ້ ນອກຈາກເປັນໂຄງການທີ່ຊ່ວຍອະນຸລັກສິ່ງແວດລ້ອມທຳມະຊາດ ແລະ ຫຼຸດການປ່ອຍກາກບອນແລ້ວ, ຍັງຊ່ວຍປັບປຸງຊີວິດການເປັນຢູ່ຂອງປະຊາຊົນລາວທີ່ຢູ່ໃກ້ຄຽງໃຫ້ດີຂຶ້ນຕື່ມອີກ.
May be an image of ‎one or more people, newsroom and ‎text that says '‎พิทิเตุ้มสัมยาภามร่อมมิ හාඉ ทาๆด้ามอรภวามขับยาปะถิด ลาอ- ลาอ-จิม จิม 老中人工智能合作协议 签约仪式 3 ישעת 3รุมพาปิ វ 5年2月‎'‎‎
ສາມາດເວົ້າໄດ້ວ່າຈີນໄດ້ປະກອບສ່ວນສໍາຄັນຫຼາຍດ້ານເຂົ້າໃນການປະຕິບັດແຜນການ 5 ປີ ຄັ້ງທີ IX ຂອງລາວໂດຍຜ່ານຫຼາຍຮູບແບບທີ່ເປັນຮູບປະທໍາຕົວຈິງ. ທັງໝົດນີ້ແມ່ນຜົນທີ່ໄດ້ຮັບຈາກການຮ່ວມກັນຈັດຕັ້ງແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາລາວ-ຈີນ ທີ່ມີການນໍາພາ-ຊີ້ນໍາຢ່າງໃກ້ສິດທີ່ສຸດຈາກການນໍາສອງປະເທດລາວ-ຈີນ.
ລາວ ແລະ ຈີນ ໄດ້ພັດທະນາປະເທດຕາມແຜນພັດທະນາ 5 ປີ ທີ່ຄ້າຍຄືກັນ ໂດຍສະເພາະການຖືເອົາປະຊາຊົນເປັນຫົວໃຈສໍາຄັນຂອງການພັດທະນາ, ຖືເປັນບົດຮຽນທີ່ສໍາຄັນໃຫ້ແກ່ກັນ. ປີ 2026 ແມ່ນປີທີ່ສອງປະເທດເລີ່ມເຂົ້າສູ່ການປະຕິບັດແຜນການ 5 ປີຄັ້ງໃໝ່ ຄື: ລາວເຂົ້າສູ່ການປະຕິບັດແຜນການ 5 ປີ ຄັ້ງທີ X, ສ່ວນຈີນເຂົ້າສູ່ການປະຕິບັດແຜນການ 5 ປີ ຄັ້ງທີ XV.
ໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ໄດ້ຊີ້ອອກວ່າ: 5 ປີຕໍ່ໜ້າ, ລາວຈະສືບຕໍ່ການພົວພັນຮ່ວມມືກັບຕ່າງປະເທດໃຫ້ດີຂຶ້ນກວ່າເກົ່າ, ໃນນັ້ນລວມທັງການຮ່ວມມືກັບຈີນດ້ວຍການສືບຕໍ່ເສີມຂະຫຍາຍສາຍພົວພັນ ແລະ ຄູ່ຮ່ວມຍຸດທະສາດຮອບດ້ານ, ໝັ້ນຄົງ, ຍາວນານ ຕາມທິດ 4 ດີ ກັບຈີນ ຕິດພັນກັບການປະຕິບັດແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ໃຫ້ມີມາດຕະຖານສູງ, ລະດັບສູງ ແລະ ຄຸນນະພາບສູງ. ຂະນະທີ່ຄໍາສະເໜີຂອງສູນກາງພັກຄອມມູນິດຈີນ ຕໍ່ແຜນການ 5 ປີ ຄັ້ງທີ XV ຂອງຈີນ ໄດ້ສະເໜີໃຫ້ສືບຕໍ່ເປີດກວ້າງການເປີດປະຕູສູ່ພາຍນອກ​ທີ່​ມີ​ລະ​ດັບ​ສູງ, ສ້າງ​ສະ​ພາບ​ການ​ໃໝ່​ແຫ່ງ​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດ ແລະ ຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ທີ່ມີຄຸນ​ນະ​ພາບ​ສູງ.
May be an image of child and studying
ສ່ວນເນື້ອໃນສານຊົມເຊີຍທີ່ ສະຫາຍ ສີ ຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ສົ່ງເຖິງ ສະຫາຍ ທອງລຸນ ສີສຸລິດ ໃນໂອກາດໄດ້ຮັບເລືອກໃຫ້ເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ສະໄໝທີ XII ໄດ້ຊີ້ໃຫ້ເຫັນວ່າ: ສາຍພົວພັນຈີນ-ລາວ ໄດ້ກ້າວເຂົ້າສູ່ໄລຍະດີທີ່ສຸດໃນປະຫວັດສາດ, ການສ້າງຄູ່ຮ່ວມຊາຕາກຳຈີນ-ລາວ ທີ່ມີຄວາມໝາຍຍຸດທະສາດໄດ້ກ້າວເຂົ້າສູ່ລວງເລິກຢ່າງບໍ່ຢຸດຢັ້ງ ແລະ ໄດ້ຮັບຜົນສໍາເລັດຢ່າງຫຼວງຫຼາຍ. ສະຫາຍ ສີ ຈິ້ນຜິງ ໄດ້ສະແດງຄວາມຍິນດີຮ່ວມກັບ ສະຫາຍ ທອງລຸນ ສີສຸລິດ ຊຸກຍູ້ໃຫ້ການສ້າງຄູ່ຮ່ວມຊາຕາກຳ ຈີນ-ລາວ ກ້າວໄປສູ່ມາດຕະຖານສູງ, ຄຸນນະພາບສູງ ແລະ ລະດັບສູງຢ່າງບໍ່ຢຸດຢັ້ງ ເພື່ອສ້າງຄວາມຜາສຸກໃຫ້ປະຊາຊົນສອງຊາດ ແລະ ຮັບໃຊ້ການພັດທະນາພາລະກິດສັງຄົມນິຍົມຂອງແຕ່ລະປະເທດໃຫ້ດີຂຶ້ນກວ່າເກົ່າ, ປະກອບສ່ວນອັນໃໝ່ເຂົ້າໃນການຊຸກຍູ້ສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາເພື່ອຄວາມຈະເລີນຮຸ່ງເຮືອງຂອງພາກພື້ນ ແລະ ທົ່ວໂລກ.
ທັງໝົດນີ້ ຖືເປັນທິດຊີ້ນໍາທາງຍຸດທະສາດສໍາຄັນທີ່ຈະຊ່ວຍໃຫ້ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຂອງສອງປະເທດໃນໄລຍະ 5 ປີ ຕໍ່ໜ້າຊ່ວຍຊູຍູ້ໜູນກັນບົນພື້ນຖານຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດຢ່າງມີປະສິດທິຜົນກວ່າເກົ່າ, ຈະເຮັດໃຫ້ຈີນ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງລາວນັບມື້ຫຼາຍຂຶ້ນ, ເຊັ່ນດຽວກັບການປະກອບສ່ວນຂອງລາວເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຈີນຕາມເງື່ອນໄຂ ແລະ ທ່າແຮງບົ່ມຊ້ອນຕົງຈິງຂອງແຕ່ລະຝ່າຍ.
ໂດຍ: BT, ວສລ