ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຈີນມີຄວາມຕັດສິນໃຈຢ່າງເດັດດ່ຽວຮ່ວມກັບປະເທດຕ່າງໆປາບປາມການພະນັນທາງອິນເຕີເນັດ ແລະ ການຫຼອກລວງທາງໂທລະຄົມ

Feb 22, 2025

ກອງປະຊຸມຖະແຫຼງຂ່າວຈັດຂຶ້ນໃນວັນທີ 21 ກຸມພານີ້, ມີນັກຂ່າວຖາມໂດຍອ້າງຕາມການລາຍງານຂ່າວວ່າ: ຜູ້ຕ້ອງຫາໃນຂໍ້ຫາການຫຼອກລວງທາງໂທລະຄົມທີ່ເປັນສັນຊາດຈີນງວດທໍາອິດຈໍານວນ 200 ຄົນທີ່ມຽນມາມອບໃຫ້ຈີນນັ້ນໄດ້ຖືກສົ່ງຄືນຈີນໂດຍຜ່ານປະເທດໄທໃນວັນທີ 20 ກຸມພານີ້. ຝ່າຍຈີນຕີລາຄາແນວໃດຕໍ່ການປະຕິບັດກົດໝາຍຮ່ວມລະຫວ່າງຈີນ-ມຽນມາ-ໄທໃນຄັ້ງນີ້? ຈະນໍາໃຊ້ການເຄື່ອນໄຫວແນວໃດໃນຂັ້ນຕອນຕໍ່ໄປ?
ທ່ານ ໂກ່ວເຈ່ຍຄູ່ນ, ໂຄສົກກະຊວງການຕ່າງປະເທດຈີນ ຢືນ ຢັນວ່າ: ໃນຫວ່າງມໍ່ໆມານີ້, ໂດຍແນໃສ່ຄະດີການພະນັນທາງອິນເຕີເນັດ ແລະ ການຫຼອກລວງທາງໂທລະຄົມທີ່ເກີດຂຶ້ນຢ່າງຕໍ່ ເນື່ອງຢູ່ເຂດຊາຍແດນລະຫວ່າງໄທ-ມຽນມາ, ຈີນ-ໄທ-ມຽນມາໄດ້ສຸມຄວາມພະຍາຍາມຮ່ວມກັນດໍາເນີນການໂຈມຕີອາດຊະຍາກໍາ, ໂດຍໄດ້ຈັບກຸມຜູ້ຕ້ອງຫາຢ່າງຫຼວງຫຼາຍ.
ຕາມຂ່າວແຈ້ງໃຫ້ຮູ້ວ່າ: ນອກຈາກຜູ້ຕ້ອງຫາທີ່ເປັນສັນຊາດຈີນງວດທໍາອິດຈໍານວນ 200 ຄົນແລ້ວ, ຄາດວ່າຍັງຈະມີຜູ້ຕ້ອງ ຫາຫຼາຍງວດຖືກສົ່ງກັບຄືນສູ່ປະເທດທີ່ກ່ຽວຂ້ອງນໍາຫຼັງ. ຈີນສະແດງຄວາມຊົມເຊີຍຕໍ່ໄທ ແລະ ມຽນມາທີ່ໄດ້ນໍາໃຊ້ມາດຕະການທີ່ເຂັ້ມແຂງໃນການປາບປາມກຸ່ມຫຼອກລວງທາງໂທລະຄົມ ກໍຄືການປົກປັກຮັກສາຄວາມປອດໄພດ້ານຊີວິດ ແລະ ຊັບສິນຂອງພົນລະເມືອງຈີນກໍຄືພົນລະເມືອງປະເທດຕ່າງໆ.
ທີ່ມາ: CMG
May be an image of 1 person and text that says '中华 Ministr 外交部例行记者会 2025年2月21日'