ຫວ່າງມໍ່ໆມານີ້, ສຳນັກງານການກວດຄົນເຂົ້າເມືອງແຫ່ງຊາດຈີນ ໄດ້ອອກຖະແຫຼງການວ່າ: ນັບແຕ່ວັນທີ 10 ກຸມພານີ້ເປັນຕົ້ນໄປ, ຄະນະນັກທ່ອງທ່ຽວທີ່ມີ 2 ຄົນ ແລະ ຫຼາຍກວ່າ 2 ຄົນຂຶ້ນໄປຈາກ 10 ປະເທດອາຊຽນ ຄື: ລາວ, ມາເລເຊຍ, ອິນໂດເນເຊຍ, ໄທ, ຟີລິບປິນ, ສິງກະໂປ, ບຣູໄນ, ຫວຽດນາມ, ມຽນມາ ແລະກຳປູເຈຍ ທີ່ຖືໜັງສືຜ່ານແດນທຳມະດາ ແລະ ຈັດຕັ້ງຕ້ອນຮັບໂດຍບໍລິສັດທ່ອງທ່ຽວຂອງຈີນ ສາມາດເຂົ້າ-ອອກແບບຍົກເວັ້ນວີຊາຜ່ານດ່ານສະໜາມບິນສາກົນກາຊາສິບສອງພັ່ນນາ, ດ່ານທາງລົດໄຟບໍ່ຫານ ແລະ ດ່ານທາງຫຼວງບໍ່ຫານ, ຂອບເຂດການທ່ອງທ່ຽວແມ່ນກິ່ງແຂວງສິບສອງພັ່ນນາ ແລະ ໄລຍະເວລາທ່ອງທ່ຽວແມ່ນບໍ່ໃຫ້ເກີນ 6 ວັນ. ນະໂຍບາຍດັ່ງກ່າວ ເປັນນະໂຍບາຍສຳຄັນທີ່ຈີນເປີດກວ້າງການເປີດປະຕູສູ່ພາຍນອກຢ່າງເປັນເຈົ້າການ ເຊິ່ງບໍ່ພຽງແຕ່ໄດ້ອຳນວຄວາມສະດວກໃຫ້ແກ່ນັກທ່ອງທ່ຽວຈາກບັນດາປະເທດອາຊີຕາເວັນອອກສຽງໃຕ້ເທົ່ານັ້ນ, ຫາກຍັງໄດ້ເພີ່ມຄວາມມີຊີວິດຊີວາໃຫ້ແກ່ການທ່ອງທ່ຽວຂ້າມຊາດຕາມທາງລົດໄຟລາວ-ຈີນ ອີກດ້ວຍ.
ໃນຊຸມປີຜ່ານມາ, ຄຽງຄູ່ກັບຂະແໜງການທ່ອງທ່ຽວຂອງຈີນໄດ້ຮັບການພັດທະນາຢ່າງວ່ອງໄວ, ການດຶງດູດນັກທ່ອງທ່ຽວຕ່າງປະເທດເຂົ້າມາທ່ຽວຈີນໄດ້ກາຍເປັນຈຸດເຕີບໂຕໃໝ່ເປັນກ້າວໆ. ການປະຕິບັດນະໂຍບາຍຍົກເວັ້ນວີຊາຄັ້ງນີ້ ໄດ້ເພີ່ມພະລັງຂັບເຄື່ອນໃຫ້ແກ່ຕະຫຼາດການທ່ອງທ່ຽວຢູ່ພາກຕາເວັນຕົກສຽງໃຕ້ຂອງຈີນຢ່າງແຂງແຮງ ແບບບໍ່ມີຫຍັງຕ້ອງສົງໄສເລີຍ, ອີງຕາມສະຖິຕິຕົວເລກຂໍ້ມູນທາງອິນເຕີເນັດສະແດງໃຫ້ເຫັນວ່າ: ພາຍຫຼັງໄດ້ປະຕິບັດນະໂຍບາຍດັ່ງກ່າວ ເປັນເວລາພຽງ 1 ຊົ່ວໂມງເທົ່ານັ້ນ, ຊາວເນັດຢູ່ບັນດາປະເທດອາຊີຕາເວັນອອກສຽງໃຕ້ ໄດ້ຄົ້ນຫາສິບສອງພັ່ນນາຂອງຈີນເພີ່ມຂຶ້ນ 37%. ສ່ວນນັບແຕ່ຕົ້ນປີຫາວັນທີ 9 ກຸມພານີ້, ຈຳນວນໃບສັ່ງຈອງໄປທ່ຽວສິບສອງພັ່ນນາຂອງນັກທ່ອງທ່ຽວຈາກບັນດາປະເທດອາຊີຕາເວັນອອກສຽງໃຕ້ ໄດ້ເພີ່ມຂຶ້ນຫຼາຍກວ່າ 250%. ໃນມື້ຕໍ່ມາ, ຂະບວນລົດໄຟ D87 ຕາມທາງລົດໄຟລາວ-ຈີນ ກໍໄດ້ປາກົດມີຄະນະນັກທ່ອງທ່ຽວຈາກລາວ, ໄທ, ມາເລເຊຍ ແລະ ຫວຽດນາມ ຫຼາຍຂຶ້ນກວ່າເກົ່າ. ຕົວເລກຂໍ້ມູນ ແລະ ສະພາບຕົວຈິງດັ່ງກ່າວ ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງວ່າ: ນະໂຍບາຍຍົກເວັ້ນວີຊາໄດ້ເຮັດໃຫ້ນັກທ່ອງທ່ຽວຈາກບັນດາປະເທດອາຊີຕາເວັນອອກສຽງໃຕ້ ຕ້ອງການເດີນທາງເຂົ້າມາທ່ຽວຈີນຢ່າງກະຕືລືລົ້ນ.
ການເປີດນຳໃຊ້ທາງລົດໄຟລາວ-ຈີນ ໄດ້ອຳນວຍຄວາມສະດວກໃນດ້ານການຄົມມະນາຄົມ ໃຫ້ແກ່ການທ່ອງທ່ຽວຂ້າມຊາດ ໃນພາກພື້ນອາຊີຕາເວັນອອກສຽງໃຕ້. ທາງລົດໄຟສາຍນີ້ ບໍ່ພຽງແຕ່ໄດ້ເຊື່ອມຕໍ່ລາວ ແລະ ຈີນ ເທົ່ານັ້ນ, ຫາກຍັງໄດ້ເຊື່ອມຕໍ່ກັບເຄືອຂ່າຍຄົມມະນາຄົມຂອງໄທ ແລະ ຫວຽດນາມອີກດ້ວຍ. ປັດຈຸບັນ, ນັກທ່ອງທ່ຽວຈາກບັນດາປະເທດອາຊີຕາເວັນອອກສຽງໃຕ້ ສາມາດເຂົ້າມາທ່ຽວກິ່ງແຂວງສິບສອງພັ່ນນາ ໂດຍຜ່ານດ່ານທາງລົດໄຟບໍ່ຫານ-ບໍ່ເຕນ ແບບຍົກເວັ້ນວີຊາ ເຊິ່ງໄດ້ປະຢັດຕົ້ນທຶນ ແລະ ເວລາໃນການທ່ອງທ່ຽວ. ການເປີດນຳໃຊ້ທາງລົດໄຟລາວ-ຈີນ ແລະ ການຍົກເວັ້ນວີຊາ ໄດ້ເຮັດໃຫ້ການທ່ອງທ່ຽວຂ້າມຊາດມີຄວາມສະດວກສະບາຍກວ່າເກົ່າ ເຊິ່ງໄດ້ດຶງດູດນັກທ່ອງທ່ຽວຈາກບັນດາປະເທດອາຊີຕາເວັນອອກສຽງໃຕ້ ເລືອກເດີນທາງມາທ່ຽວຈີນຕາມເສັ້ນທາງລົດໄຟສາຍນີ້.
ເພື່ອບໍລິການນັກທ່ອງທ່ຽວຂ້າມຊາດໃຫ້ດີຂຶ້ນກວ່າເກົ່າ, ທາງລົດໄຟລາວ-ຈີນຍັງໄດ້ໃຫ້ການບໍລິການດ້ານພາສາໃຫ້ແກ່ນັກທ່ອງທ່ຽວຕ່າງປະເທດ. ຂະນະດຽວກັນ, ໃນຖານະເປັນດ່ານທາງບົກສາທາລະນະສຸກສາກົນແຫ່ງທຳອິດ, ດ່ານທາງລົດໄຟບໍ່ຫານຂອງຈີນຍັງໄດ້ສ້າງຕັ້ງຈຸດກອບກູ້ຊ່ວຍເຫຼືອທາງການແພດສຸກເສີນໃນດ່ານ, ໄດ້ປະກອບຈັກກະຕຸ້ນຫົວໃຈ ຫຼື AED, ການຕິດຕາມແລະປ້ອງກັນຫົວໃຈ ແລະ ຫີບໃສ່ຢາປະຖົມພະຍາບານ ແລະອື່ນໆ, ສະຖານີລົດໄຟຍັງໄດ້ຕິດຕັ້ງຕູ້ ATM ຢູ່ໃນສະຖານທີ່ກວດຄົນເຂົ້າ-ອອກເມືອງ ເພື່ອອໍານວຍຄວາມສະດວກໃຫ້ແກ່ການກົດເງິນຂອງຜູ້ໂດຍສານ.
ໃນອະນາຄົດ, ຄຽງຄູ່ກັບຈີນໄດ້ປະຕິບັດນະໂຍບາຍທີ່ຄ້າຍຄືກັນນັບມື້ນັບຫຼາຍຂຶ້ນ, ການທ່ອງທ່ຽວລະຫວ່າງຈີນ ແລະ ບັນດາປະເທດອາຊຽນອາດຈະໄດ້ພົວພັນກັນແໜ້ນແຟ້ນຂຶ້ນຕື່ມອີກ. ໃນຂະນະດຽວກັນ, ການພັດທະນາຊັບພະຍາກອນທ່ອງທ່ຽວຕາມທາງລົດໄຟລາວ-ຈີນ ກໍຈະພົບໂອກາດໃໝ່ ເຊິ່ງຈະສ້າງພື້ນທີ່ທີ່ກວ້າງຂວາງກວ່າເກົ່າ ໃຫ້ແກ່ການຮ່ວມມືດ້ານການທ່ອງທ່ຽວຂ້າມຊາດລະຫວ່າງຈີນ ແລະ ບັນດາປະເທດອາຊຽນ.






