ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຈີນ​ເປີດກວ້າງ​​ປະ​ຕູ​ສູ່​ພາຍນອກ​ໃນ​ລະ​ດັບ​ສູງ​ຢ່າງ​ຕໍ່​ເນື່ອງ​ເຮັດ​ໃຫ້​ປະ​ເທດ​ທີ່ຜະ​ລິດ​ໝາກ​ໄມ້ທົ່ວ​ໂລກ​ໄດ້​ຮັບ​ຜົນ​ປະ​ໂຫຍດ

Jun 12, 2024

ຈີນ​ເປີດກວ້າງ​​ປະ​ຕູ​ສູ່​ພາຍນອກ​ໃນ​ລະ​ດັບ​ສູງ​ຢ່າງ​ຕໍ່​ເນື່ອງ​ເຮັດ​ໃຫ້​ປະ​ເທດ​ທີ່ຜະ​ລິດ​ໝາກ​ໄມ້ທົ່ວ​ໂລກ​ໄດ້​ຮັບ​ຜົນ​ປະ​ໂຫຍດ
ຈີນ​ ເປັນ​ຕະຫຼາດ​ໃຫຍ່​ທີ່​ສຸດ​ໃນ​ການບໍ​ລິ​ໂພໂພກໝາກຖົ່ວລຽນ​ຂອງ​ທົ່ວ​ໂລກ, ການ​ປ່ຽນ​ແປງ​ຂອງ​ສະ​ພາບ​ການ​ໃນ​ຕະຫຼາດ​ໄດ້​ສ້າງ​ຜົນ​ສະ​ທ້ອ​ນ​ຢ່າງ​ເລິກ​ເຊິ່ງ​ຕໍ່​ຕ່ອງ​ໂສ້​ອຸດ​ສາ​ຫະ​ກຳ​ໝາກ​ໄມ້​ຂອງ​ທົ່ວ​ໂລກ. ໃນ​ຊຸມ​ປີ​ຜ່ານ​ມາ​ນີ້, ຄຽງ​ຄູ່​ກັບ​ຊາວຈີນ​ມີ​ຄວາມ​ຕ້ອງ​ການ​​ບໍ​ລິ​ໂພກ​ໝາກ​ໄມ້​ທີ່​ມີ​ຄຸນ​ນະ​ພາບ​ສູງເພີ່ມ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ​, ຈີນຈີ ໄດ້ເປີດກວ້າງ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ໃນ​ລະ​ດັບ​ສູງ​ຢ່າງ​ຕໍ່​ເນື່ອງ, ໝາກ​ໄມ້​ຕ່າງ​ປະ​ເທດ​ຊະ​ນິດ​ຕ່າງໆ, ເຊັ່ນ: ໝາກ​​ຖົ່ວລຽນ, ໝາກ​ເ​ຊິ​ຣີ, ໝາກ​ກີ​ວີ ແລະ​ອືອື່ນ ໄດ້ປ້ອນ​ເຂົ້າ​ຕະຫຼາດ​ຂອງ​ຈີນ, ເຮັດ​ໃຫ້​ຜູ້​ບໍ​ລິ​ໂພກ​ຂອງ​ຈີນ​ມີ​ທາງ​ເລືອກ​​ຢ່າງອຸ​ດົມ​ສົມ​ບູນ​ຂຶ້ນ, ພ້ອມ​ທັງ​ໄດ້​ສ້າງ​ໂອ​ກາດ​ດ້ານ​ຕະຫຼາດ​ອັນ​ໃຫຍ່ຫຼວງ​ຕໍ່​ປະ​ເທດ​ທີ່​ກຳ​ລັງ​ຜະ​ລິດ​ໝາກ​ໄມ້​ຂອງ​ໂລກ.
ໝາກຖົ່ວລຽນ​ຕ່າງ​ປະ​ເທດ​ສົ່ງ​ເຂົ້າ​ມາ​ຕະຫຼາດ​ຈີນ​ຢ່າງຫຼວງ ຫຼາຍ, ໂດຍ​ສະ​ເພາະ​ແມ່ນ​ລາ​ຄາ​ຖືກລົງຫຼາຍ​ໃນໄລ​ຍະ​ລະ​ດູ​ການ​ຂອງ​ໝາກຖົ່ວລຽນ, ​ໄດ້ເຮັດ​ໃຫ້​ຜູ້​ບໍ​ລິ​ໂພກ​​ຊາວ​ຈີນຈຳ​ນວນຫຼວງ ຫຼາຍ​ສາ​ມາດ​ຊື້​ໝາກ​​ຖົ່ວລຽນ​ມາ​ກິນ​ໄດ້​ຕາມ​ໃຈ​ມັກ. ຢູ່​ເບື້ອງຫຼັງ​ຂອງ​ປາ​ກົດ​ການ​ດັ່ງ​ກ່າວ, ແມ່ນ​ຄຸນ​ປະ​ໂຫຍດ​ສັງ​ລວມ​ຈາກ​ປັດ​ໄຈ​ຕ່າງໆ, ເຊັ່ນ: ຫຼຸດ​ຜ່ອນ​ເງື່ອນ​ໄຂ​​ການອະ​ນຸ​ຍາດ​​ໃຫ້ເຂົ້າ​ຕະຫຼາດ, ການ​ເພີ່ມ ຄວາມ​ສະ​ດວກ​ໃນ​ການ​ຜ່ານ​ດ່ານ, ປະ​ເທດ​ຕ່າງໆ​​ຢູ່​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ແຂ່ງ​ຂັນ​ກັນ​ເຂົ້າ​ສູ່​ຕະຫຼາດ​ຈີນ ແລະ​ປັດ​ໄຈ​ອື່ນໆ. ປີ 2023, ຈີນ​ໄດ້​ນຳ​ເຂົ້າ​ໝາກຖົ່ວລຽນ​ສົດ 1.426 ລ້ານ​ໂຕນ, ໃນ​ນັ້ນ ໄທ ແລະ ຫວຽດ​ນາມ​ໄດ້​ກວມ​ເອົາ​ອັດ​ຕາ​ເປັນ​ສ່ວນ​ໃຫຍ່. ໝາກຖົ່ວລຽນ​ຂອງ​ໄທ​ໄດ້​ກວມ​ອັດ​ຕາ​ສ່ວນ​ໃຫຍ່​ມາ​ເປັນ​ເວ​ລາ​ດົນ​ນານ​ແລ້ວ​ຢູ່​ໃນ​ຕະຫຼາດ​ຈີນ​ເນື່ອງ​ຈາກ​ຄຸນ​ນະ​ພາບ​ສູງ ແລະ ​ມີຕ່ອງ​ໂສ້​ອຸດ​ສາ​ຫະ​ກຳ​ທີ່​ສົມ​ບູນ, ​ສ່ວນ​ໝາກ​​ຖົ່ວລຽນ​ຂອງ​ຫວຽດ​ນາມ​ໄດ້​ພັດ​ທະ​ນາ​ຂຶ້ນ​ຢ່າງວ່ອງ​ໄວ​ດ້ວຍ​ທ່າ​ແຮງ​ດ້ານ​ພູມ​ສາດ ແລະ ຕົ້ນ​ທຶນ​ຍັງ​ຕ່ຳ​ໃນ​ການ​ຮັກ​ສາ​ຄວາມ​ສົດ, ​ຈຶ່ງໄດ້​ປ່ຽນ​ແປງ​ສະ​ພາບ​ການ​ຜູກ​ຂາດ​ຂອງ​ໝາກຖົ່ວລຽນ​ໄທ.
ການ​ເຕີບ​ໂຕ​​ດ້ານ​ການ​ນຳ​ເຂົ້າ​ໝາກ​ໄມ້​ຂອງ​ຈີນ​ບໍ່​ພຽງ​ແຕ່​ໄດ້​ສະ​ແດງ​ອອກ​ໃນ​ເລື່ອງ​ໝາກຖົ່ວລຽນ​ເທົ່າ​ນັ້ນ, ປີ 2023 ມູນ​ຄ່າ​ການ​ນຳ​ເຂົ້າ​ມີ​ເຖິງ 16.85 ຕື້​ໂດ​ລາ, ເພີ່ມ​ຂຶ້ນ 15% ເມື່ອ​ທຽບ​ໃສ່​ປີ 2022, ປະ​​ລິ​ມານ​ນຳ​ເຂົ້າ​ມີ​ເຖິງ 7.524 ລ້ານ​ໂຕນ, ເພີ່ມ​ຂຶ້ນ 3%. ທ່ວງ​ທ່າ​ການ​ເຕີບ​ໂຕ​ດັ່ງ​ກ່າວ​ແມ່ນ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​ນະ​ໂຍ​ບາຍ​ຂອງ​ຈີນ​ທີ່​ເປີດກວ້າງ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ຢ່າງ​ບໍ່​ຢຸດ​ຢັ້ງ, ​ໝາກ​ໄມ້ຫຼາຍຊະ​ນິດ​​ທີ່ຖືກ​ອະ​ນຸ​ຍາດ​ໃຫ້​ນຳ​ເຂົ້າ​ນັ້ນ​ກໍ​ເພີ່ມ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ, ອັດ​ຕາ​ພາ​ສີ​ກໍຫຼຸດ​ຕ່ຳ​ລົງ​​ໄປເທື່ອ​ລະ​ກ້າວ, ເຊິ່ງ​ໄດ້​ອຳ​ນວຍ​ໂອ​ກາດ​ດ້ານ​ການ​ຕະຫຼາດຫຼາຍກວ່າ​ເກົ່າ​ໃຫ້​ແກ່​ປະ​ເທດ​ທີ່​ຜະ​ລິດ​ໝາກ​ໄມ້​ໃນ​ທົ່ວ​ໂລກ.
​ ​ຈີນ ກັບ​ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນມີການ​ຮ່ວມ​ມື​ດ້ານ​ການ​ຄ້າ​ຢ່າງ​ແໜ້ນ​ແຟ້ນ, ຄຽງ​ຄູ່​ກັບ​ຄວາມ​ຄືບ​ໜ້າ​ຂອງ​ໂຄງ​ການ​ສຳ​ຄັນ​ຕ່າງໆ, ເຊັ່ນ: ​ຊ່ອງທາງ​​ໃໝ່​ທາງ​ບົກ ແລະ ທາງ​ທະ​ເລ​ພາກ​ຕາ​ເວັນ​ຕົກ, ເສັ້ນ​ທາງ​ລົດ​ໄຟ​ຈີນ-ລາວ ແລະ​ອື່ນໆ, ພ້ອມ​ດ້ວຍ​ການ​ປັບ​ປຸງທີ່​ດີ​ຂຶ້ນ​ຂອງ​ຕ່ອງ​ໂສ້​ການ​ຂົນ​ສົ່ງ​ແບບ​ແຊ່​ເຢັນ, ສາງ​ສະ​ສົມ​ແຊ່​ເຢັນ ແລະ​ອື່ນໆ​ ໃນ​ພາກ​ພື້ນ,ໄດ້​ຊຸກ​ຍູ້​ການ​ພັດ​ທະ​ນາຂອງ​ການ​ຄ້າ​ໝາກ​ໄມ້​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນ​ຕື່ມ​ອີກ. ນອກ​ນີ້, ​ ປະ​ເທດ​ຊີ​ເລ​ທີ່​ຫ່າງ​ໄກ​ກັບ​ຈີນ​ເຖິງ 2 ໝື່ນ​ກິ​ໂລ​ແມັດກໍ​ສາ​ມາດ​ຂົນ​ສົ່ງ​ໝາກ​ເຊິ​ຣີ​ສົດ​ໄປ​ເຖິງ​ຕະຫຼາດ​ຈີນໄດ້​ພາຍ​ໃນ​ເວ​ລາ 3 ມື້​ສັ້ນໆເທົ່າ​ນັ້ນ, ​ນີ້​ກໍແມ່ນ​ໄດ້​ຮັບ​ຜົນ​ດີ​ຈາກ “ທາງ​​ຂົນ​ສົ່ງດ່ວນ​​ສຳ​ລັບ​ໝາກ​ເຊິ​ຣີ” ​ຜ່ານ​ທາງທະ​ເລ​ລະ​ຫວ່າງ​ຈີນ ແລະ ປະ​ເທດ​​ຊີ​ເລ.
ການ​ເປີດກວ້າງ​ຂ​ອງ​ຕະຫຼາດ​ຈີນ​ເຮັດ​ໃຫ້​ຜູ້​ບໍ​ລິ​ໂພກ​ພາຍ​ໃນ​ປະ​ເທດ​ຈີນ​ມີ​ທາງ​ເລືອກຫຼາຍກວ່າ​ເກົ່າ​ໃນ​ການ​ເລືອກຊື້​ໝາກ​ໄມ້, ​ແລະກໍ​ໄດ້​ສ້າງ​ໂອ​ກາດ​ດ້ານ​ທຸ​ລະ​ກິດ​ອັນ​ໃຫຍ່ຫຼວງ​ຕໍ່​ປະ​ເທດ​ທີ່​ຜະ​ລິດ​ໝາກ​ໄມ້​ໃນ​ທົ່ວ​ໂລກ. ​ຄວາມ​ປາດ​ຖະ​ໜາ​ຂອງຜູ້​ບໍ​ລິ​ໂພກ​​ຈີນໃນ​ການ​ຊື້​ໝາກ​ໄມ້​ມາ​ກິນ​ໄດ້​ຕາມ​ໃຈ​ມັກ​ນັ້ນ​ໄດ້​ຮັບ​ການ​ຕອບ​ສະ​ໜອງ, ໝາກ​ໄມ້​ຄຸນ​ນະ​ພາບ​ດີ​ຈາກ​ແຫ່ງ​ຕ່າງໆ​ຂອງ​ໂລກ​ກໍ​ໄດ້​ຖືກວາງ​ໄວ້​ຢູ່​ເທິງ​ໂຕະ​ອາ​ຫານ​ຂອງ​ປະ​ຊາ​ຊົນ​ຈີນ. ຕະຫຼາດ​ໃຫຍ່​ຂອງ​ຈີນ​ໄດ້​ສ້າງ​ໂອາ​ກາດ​ນັບ​ມື້​ນັບຫຼາຍ​ໃຫ້​ກັບ​ທົ່ວ​ໂລກ, ສຳ​ລັບ​ທັງ​ສອງ​ສົ້ນ​ຂອງ​ຕະຫຼາດ​ກໍ​ມີ​ຄວາມ​ຮູ້​ສຶກ​ຄື​ກັບ​ວ່າ “ຫວານ​ຊື່ນ” ເຊັ່ນ​ດຽວ​ກັນ.
ຄວາມ​ຈະ​ເລີນ​​ຮຸ່ງ​ເຮືອງຂອງ​ຕະຫຼາດ​ໝາກ​ທຸ​ລຽນ​ຢູ່​ຈີນ ແລະ ການ​ທີ່​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຂອງ​ຕ່ອງ​ໂສ້​ອຸດ​ສາ​ຫະ​ກຳ​ໝາກ​ໄມ້​ທົ່ວ​ໂລກ, ​ໄດ້ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ​ແບບ​ໂລ​ກາ​ພິ​ວັດ. ຄຽງ​ຄູ່​ກັບ​ຈີນ​ສືບ​ຕໍ່​ເປີດ​ປະ​ຕູ​ສູ່​ພາຍ ນອກ, ນະ​ໂຍ​ບາຍ​ທີ່​ອຳ​ນວຍ​ຄວາມ​ສະ​ດວກ​ຕ່າງໆ ເຊັ່ນ: ອັດ​ຕາ​ພາ​ສີ​ຕ່ຳ, ​ການກວດ​ກາ ແລະ​ກັກ​ກັນ​ພືດ​ດຳ​ເນີນ​ຢ່າງວ່ອງ​ໄວ ແລະ​ອື່ນໆ, ພ້ອມ​ດ້ວຍ​ການ​ສ້າງ​ເວ​ທີ​ການ​ຄ້າ​ຕ່າງໆ, ເຊັ່ນ: ງານ​ຕຕະຫຼາດນັດ​ສິນ​ຄ້າ​ນຳ​ເຂົ້າ​-ສົ່ງອອກ​ຈີນ, ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ, ງານ​ວາງ​ສະ​ແດງ​ເຄື່ອງ​ອຸ​ປະ​ໂພກ-ບໍ​ລິ​ໂພກ​ສາ​ກົນ​ຈີນ ແລະ​ອື່ນໆ, ໝາກ​ໄມ້​ຄຸນ​ນະ​ພາບ​ດີ​ນັບ​ມື້​ນັບຫຼາຍຈະ​ຖືກ​ຂົນ​ສົ່ງ​ຈາກ​ຟາມກະ​ເສດ​ຂອ​ງ​ປະ​ເທດ​ຕ່າງໆ​ໄປ​ໄວ້​ຢູ່​ເທິງ​ໂຕະ​ອາ​ຫານ​ຂອງ​ຊາວ​ຈີນ.
ນີ້​ບໍ່​ພຽງ​ແຕ່​ໄດ້​ຕອບ​ສະ​ໜອງ​ກັບ​ຄວາມ​ຕ້ອງ​ການ​ຂອງ​ຜູ້​ບໍ​ລິ​ໂພກ​ຊາວ​ຈີນ​ຕໍ່​ກັບ​ຊີ​ວິດ​ການ​ເປັນ​ຢູ່​ທີ່​ມີ​ຄຸນ​ນະ​ພາບ​ສູງ​ເທົ່າ​ນັ້ນ, ແຕ່​ຍັງ​ໄດ້​ເພີ່ມ​ພະ​ລັງ​ຊີ​ວິດ​ອັນ​ໃໝ່​ຕໍ່​ການ​ພັດ​ທະ​ນາ​ຂອງ​ອຸດ​ສາ​ຫະ​ກຳ​ໝາກ​ໄມ້​ຂອງ​ທົ່ວ​ໂລກ​ອີກ​ດ້ວຍ.