ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຈີນ​ເລີ່ມ​ປະ​ຕິ​ບັດ​ດ່ານ​ພາ​ສີ​ອິດ​ສະຫຼະ​ທົ່ວ​ເກາະ​ໄຫຫຼຳ​ຢ່າງ​ເປັນ​ທາງ​ການ

Dec 18, 2025

 

 

ນັບ​ແຕ່​ວັນ​ທີ 18 ທັນ​ວາ 2025 ນີ້​ເປັນ​ຕົ້ນ​ໄປ, ຈີນ​ເລີ່ມ​ປະ​ຕິ​ບັດ​ດ່ານ​ພາ​ສີ​ອິດ​ສະຫຼະ​ທົ່ວ​ເກາະ​ໄຫຫຼຳ​ຢ່າງ​ເປັນ​ທາງ​ການ.

ນັບ​ມາ​ຮອດ​ປັດ​ຈຸ​ບັນ, ນະ​ໂຍ​ບາຍ ແລະ ​ເອ​ກະ​ສານ​ຕ່າງໆ​​ກ່ຽວ​​ກັບ​ດ່ານ​ພາ​ສີ​ອິດ​ສະຫຼະ​ໄດ້​ຮັບ​ການ​ຈັດ​ຕັ້ງ​ປ​ະ​ຕິ​ບັດ​ພ້ອມ​ກັນ ເຊັ່ນ: ບັນ​ຊີ​ລາຍ​ຊື່​ສິນ​ຄ້າ​ເກັບ​ພາ​ສີ​ນຳ​ເຂົ້າ, ນະ​ໂຍ​ບາຍ​ພາ​ສີ​ດ້ານ​ກາ​ນ​ຈໍ​ລະ​ຈອນ​ສິນ​ຄ້າ, ​ບັນ​ຊີ​ລາ​ຍ​ຊື່​ສິນ​ຄ້າ ແລະ​ວັດ​ຖຸ​ສິ່ງ​ຂອງ​ທີ່ຕ້ອງຫ້າມ ຫຼື​ຈຳ​ກັດ​ດ້ານ​ຂາ​ເຂົ້າ-ຂາ​ອອກ, ນະ​ໂຍ​ບາຍ​ຍົກ​ເວັ້ນ​ພາ​ສີ​ຕໍ່​ຜະ​ລິດ​ຕະ​ພັນ​ປຸງ​ແຕ່ງ​ທີ່​ມີ​ມູນ​ຄ່າ​ເພີ່ມ, ລະ​ບຽບ​ການ​ຕິດ​ຕາມ​ຄຸ້ມ​​ຄອງອົງ​ການ​ພ​າ​ສີ​ ແລະ​ອື່ນໆ.

​ຫຼັງ​ຈາກ​ປະ​ຕິ​ບັດດ່ານ​ພາ​ສີ​ອິດ​ສະຫຼະ​ທົ່ວ​ເກາະ​ໄຫຫຼຳ​​ແລ້ວ, ​ແຂວງ​ໄຫຫຼຳ​ຍັງ​ຈະ​ເປີດກວ້າງ​ຂົງ​ເຂດ​ການ​ເປີດ​ປະ​ຕູ​ຢ່າງ​ບໍ່​ຢຸດ​ຢັ້ງ, ສືບ​ຕໍ່​ປັບ​ປຸງ​ລະ​ບົບນະ​ໂຍ​ບາຍ ແລະ​ລະ​ບຽບ​ການ​ໃຫ້​ສົມ​ບູນ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ, ​ພະ​ຍາ​ຍາມ​ສ້າງ​ເປັນ​ດ່າ​ນ​ສຳ​ຄັນ​ທີ່​ນຳ​ພາ​ການ​ເປີດ​ປະ​ຕູ​​ສູ່​ພາຍນອກຂອງ​ຈີນ​ໃນ​ຍຸກ​ໃໝ່.