ຈີນແກ້ໄຂການປ່ຽນແປງຂອງດິນຟ້າອາກາດ ດ້ວຍ “ການປະຕິບັດຕົວຈິງ” ບໍ່ແມ່ນເປັນພຽງ “ຄໍາເວົ້າ”

ປັດຈຸບັນ, ທົ່ວໂລກກໍາລັງຜະເຊີນກັບວິກິດການປ່ຽນແປງຂອງດິນຟ້າອາກາດເພີ່ມຂຶ້ນ ເຮັດໃຫ້ຄວາມສົນໃຈຂອງທົ່ວໂລກຖືກດຶງໄປຫາຊ່ອງຫວ່າງທີ່ກຳລັງຂະຫຍາຍອອກລະຫວ່າງຄວາມຄາດຫວັງຂອງໂລກ ແລະ ການປະຕິບັດຕົວຈິງເພື່ອແກ້ໄຂບັນຫາທີ່ເກີດຂຶ້ນ. ຂະນະທີ່ບາງສຽງຈາກຕາເວັນຕົກພະຍາຍາມປະຕິເສດຄວາມຮັບຜິດຊອບ, ທັງໄດ້ວິພາກວິຈານບັນດາປະເທດກຳລັງພັດທະນາ, ຂະນະທີ່ຜູ້ສັງເກດການທີ່ມີຄວາມສົງໄສຫຼາຍທີ່ສຸດເກືອບວ່າເບິ່ງຂ້າມການປະຕິບັດຢ່າງເປັນຮູບປະທໍາຂອງຈີນໃນໄລຍະທົດສະວັດຜ່ານມາ.
ຄວາມແຕກຕ່າງນີ້ມີຄວາມຊັດເຈນຍິ່ງຂຶ້ນເມື່ອປະເທດທີ່ມີຂະໜາດເສດຖະກິດໃຫຍ່ກວ່າໝູ່ຂອງໂລກໄດ້ຖອນຕົວອອກຈາກສັນຍາປາຣີ, ປະຕິເສດການປ່ຽນແປງສະພາບດິນຟ້າອາກາດວ່າເປັນ “ເລື່ອງຫຼອກລວງ” ແລະ ບໍ່ເຂົ້າຮ່ວມກອງປະຊຸມພາຄີອະນຸສັນຍາສະຫະປະຊາຊາດວ່າດ້ວຍການປ່ຽນແປງຂອງດິນຟ້າອາກາດ ຄັ້ງທີ 30 (COP30) ທີ່ຈັດຂຶ້ນຢູ່ປະເທດບຣາຊິນ ໃນລະຫວ່າງວັນທີ 10-21 ພະຈິກນີ້.

ໃນເດືອນກັນຍາປີນີ້, ຈີນໄດ້ປະກາດເປົ້າໝາຍຫຼຸດການປ່ອຍອາຍພິດເຮືອນແກ້ວເທື່ອທຳອິດຂອງຕົນ ໂດຍໃຫ້ຄຳໝັ້ນສັນຍາທີ່ຈະຫຼຸດການປ່ອຍອາຍພິດດັ່ງກ່າວຂອງທົ່ວເສດຖະກິດ ຈາກລະດັບສູງສຸດລົງ 7%-10% ພາຍໃນປີ 2035. ອີງຕາມຂໍ້ມູນທາງການ ສະແດງໃຫ້ເຫັນວ່າ ມາຮອດເດືອນມິຖຸນາປີນີ້ ກໍາລັງຕິດຕັ້ງພະລັງງານໝູນວຽນຂອງຈີນມີທັງໝົດ 2.159 ຕື້ກິໂລວັດ, ກວມເອົາ 59,2% ຂອງກໍາລັງຕິດຕັ້ງໄຟຟ້າທັງໝົດຂອງປະ ເທດ. ອັດຕາສ່ວນການໃຊ້ພະລັງງານທີ່ບໍ່ເປັນຟອສຊິວໃນປະລິມານການໃຊ້ພະລັງງານທັງໝົດຂອງຈີນ ເພີ່ມຂຶ້ນຈາກ 15,9% ໃນປີ 2020 ເປັນ 19,8% ໃນປີ 2024 ເຊິ່ງຈະປະກອບສ່ວນສໍາຄັນໃຫ້ແກ່ການຫຼຸດການປ່ອຍມົນລະພິດໃນໂລກ.
ໃນທົດສະວັດຜ່ານມາ, ຈີນໄດ້ສົ່ງເສີມການປ່ຽນແປງໄປສູ່ພະລັງງານສີຂຽວໃນຂອບເຂດທົ່ວໂລກຢ່າງຫ້າວຫັນ, ຈັດສັນອຸປະກອນຜະລິດໄຟຟ້າດ້ວຍພະລັງງານລົມ 60% ແລະ ພະລັງງານແສງຕາເວັນ 70% ໃຫ້ແກ່ໂລກ ເຊິ່ງຊ່ວຍຫຼຸດຕົ້ນທຶນການຜະລິດພະລັງງານລົມ ແລະ ພະລັງງານແສງຕາເວັນທົ່ວໂລກລົງຫຼາຍກວ່າ 60% ແລະ 80% ຕາມລໍາດັບ. ພ້ອມນີ້ ຍັງໄດ້ເສີມສ້າງການຮ່ວມມືໃຕ້-ໃຕ້ ເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດໂດຍໄດ້ດຳເນີນໂຄງການກໍ່ສ້າງຂີດຄວາມສາມາດຫຼາຍກວ່າ 300 ໂຄງການ ແລະ ສະໜອງການຝຶກອົບຮົມໃຫ້ພະນັກງານຫຼາຍກວ່າ 10,000 ຄົນ ຈາກຫຼາຍກວ່າ 120 ປະເທດກໍາລັງພັດທະນາ. ນອກນີ້, ນັບແຕ່ປີ 2016 ເປັນຕົ້ນມາ, ຈີນ ໄດ້ລະດົມ ແລະ ສະໜອງທຶນສະໜັບສະໜູນໂຄງການຫຼາຍກວ່າ 177 ຕື້ຢວນ ເພື່ອຊ່ວຍບັນດາປະເທດກໍາລັງພັດທະນາເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ເຊິ່ງເປັນການສະໜັບສະໜູນທີ່ມີຜົນປະໂຫຍດທີ່ສຸດ.
ວັນທີ 22 ພະຈິກນີ້, ສະມາຄົມຄົ້ນຄວ້າການປະຕິຮູບ ແລະ ພັດທະນາວິສາຫະກິດຈີນ ໄດ້ເຜີຍແຜ່ “ບົດລາຍງານການຫັນປ່ຽນພະລັງງານຂອງໂລກ 2025” ສະແດງໃຫ້ເຫັນວ່າ ຈິນໄດ້ສຳເລັດການສ້າງໂຕ່ງໂສ້ອຸດສາຫະກຳພະລັງງານສະອາດຄົບຖ້ວນທີ່ສຸດໃນໂລກແລ້ວ, ໂດຍລະບຸວ່າ: ປີ 2024, ຈີນໄດ້ລົງທຶນເຂົ້າໃນການຫັນປ່ຽນພະລັງງານເຖິງ 818 ຕື້ໂດລາ, ເຊິ່ງຫຼາຍກວ່າມູນຄ່າການລົງທຶນທັງໝົດຂອງອາເມຣິກາ, ອັງກິດ ແລະ ສະຫະພາບເອີຣົບ, ທັງຈັດເປັນອັນດັບໜຶ່ງຂອງໂລກ. ກ່ອນໜ້ານີ້ບໍ່ດົນ, ໂທລະພາບສາກົນຈີນຂອງວິທະຍຸໂທລະພາບສູນກາງຈີນ ກໍໄດ້ສໍາຫຼວດຄວາມຄິດເຫັນຊາວເນັດ 33.000 ຄົນ ຈາກ 48 ປະເທດທີ່ພັດທະນາແລ້ວ ແລະ ປະເທດໃນ “ເຂດໂລກໃຕ້”.

ຜົນການສໍາຫຼວດດັ່ງກ່າວສະແດງໃຫ້ເຫັນວ່າ: ຜູ້ຕອບແບບສອບຖາມ 76,7% ເຫັນວ່າຈີນໄດ້ຄວບຄຸມການລະບາຍອາຍພິດເຮືອນແກ້ວຢ່າງມີປະສິດທິຜົນ; 70,5% ຢືນ ຢັນຄວາມພະຍາຍາມຂອງຈີນໃນການກໍ່ສ້າງບັນດາພື້ນຖານໂຄງລ່າງດ້ານພະລັງງານສະອາດ ເຊັ່ນ: ການຜະລິດໄຟຟ້າດ້ວຍພະລັງງານລົມ, ພະລັງງານແສງຕາເວັນ ແລະ ອື່ນໆ; 79,9% ເຫັນວ່າການປະຕິບັດຕົວຈິງກ່ຽວກັບການຄຸ້ມຄອງດິນຟ້າອາກາດຂອງຈີນໄດ້ສະ ໜອງບົດຮຽນທີ່ດີໃຫ້ແກ່ປະເທດອື່ນ, ແລະ 73,4% ເຫັນດີນໍາແຜນການເຂົ້າຮ່ວມການຄຸ້ມຄອງດິນຟ້າອາກາດທົ່ວໂລກຂອງຈີນ ແລະ ຫວັງວ່າແຜນການດັ່ງກ່າວຈະສາມາດເສີມຂະຫຍາຍບົດບາດໃໝ່ໃຫຍ່ຫຼວງກວ່າເກົ່າໃນອະນາຄົດ.
ຄວາມກ້າວໜ້າ ແລະ ການປະກອບສ່ວນຢ່າງມີຄວາມໝັ້ນຄົງຂອງຈີນ ຖືເປັນຫຼັກຖານສະແດງໃຫ້ເຫັນຢ່າງຈະແຈ້ງວ່າ ຈີນແກ້ໄຂການປ່ຽນແປງຂອງດິນຟ້າອາກາດ ດ້ວຍ “ການປະຕິບັດຕົວຈິງ” ບໍ່ແມ່ນເປັນພຽງ “ຄໍາເວົ້າ” ຄືບາງປະເທດຕາເວັນຕົກ, ແລະ ສິ່ງທີ່ໂລກຕ້ອງການໃນຕອນນີ້ບໍ່ແມ່ນການຊີ້ນິ້ວມືຈັບຜິດເຊິ່ງກັນ ແລະ ກັນ, ແຕ່ແມ່ນການປະຕິບັດງານຮ່ວມກັນຢ່າງແທ້ຈິງ. ການປ່ຽນແປງຂອງດິນຟ້າອາກາດເປັນສິ່ງທ້າທາຍຂອງໂລກທີ່ບໍ່ມີປະເທດໃດບໍ່ວ່າຈະເປັນປະເທດພັດທະນາແລ້ວ ຫຼື ປະເທດກຳລັງພັດທະນາສາມາດຫຼີກລ່ຽງໄດ້.

ປັດຈຸບັນ, ສິ່ງທີ່ໂລກຕ້ອງການຢ່າງຮີບດ່ວນ ແມ່ນໃຫ້ປະເທດພັດທະນາແລ້ວທີ່ເຄີຍເປັນຜູ້ປ່ອຍມົນລະພິດຫຼາຍທີ່ສຸດໃນອະດີດຕ້ອງມີຄວາມຮັບຜິດຊອບດ້ວຍການປະຕິບັດຕົວຈິງ, ເຊິ່ງລວມການສະໜອງທຶນຮອນທີ່ຍັງຄ້າງຊໍາລະມາດົນນານສໍາລັບການແກ້ໄຂບັນຫາດິນຟ້າອາກາດ ແລະ ການໂອນຖ່າຍເຕັກໂນໂລຊີສີຂຽວໃຫ້ໄວຂຶ້ນ, ລວມທັງການຍົກເລີກມາດຕະຖານທີ່ກຳນົດຄວາມຄາດຫວັງຕໍ່ປະເທດກຳລັງພັດທະນາສູງກວ່າຄວາມຮັບຜິດຊອບໃນອະດີດ ແລະ ຄວາມສາມາດໃນປັດຈຸບັນຂອງພວກເຂົາ. ຄຳໝັ້ນສັນຍານໍ້າເຕົ້າເປົ່າ ແລະ ການຖິ້ມຄວາມຜິດຊອບໃຫ້ກັນເປັນພຽງການຫຼຸດການຕອບສະໜອງຂອງທົ່ວໂລກ ແລະ ບັ່ນທອນກຳລັງແຮງໃນການປ່ຽນແປງໄປສູ່ສີຂຽວໃຫ້ອ່ອນແອລົງ.
ວິກິດການດ້ານດິນຟ້າອາກາດທີ່ຮ້າຍແຮງຂຶ້ນ ໄດ້ເຮັດໃຫ້ມະນຸດຊາດບໍ່ສາມາດປ່ອຍເວລາໃຫ້ເສຍໄປລ້າ. ໂລກບໍ່ສາມາດທົນຕໍ່ຄໍາໝັ້ນສັນຍານໍ້າເຕົ້າເປົ່າ, ແຕ່ສິ່ງທີ່ຕ້ອງການແມ່ນຄວາມສາມັກຄີ, ຄວາມຮັບຜິດຊອບ ແລະ ການປະຕິບັດງານຢ່າງເດັດຂາດນັບແຕ່ດຽວນີ້ເປັນຕົ້ນໄປ, ເຊິ່ງຕະຫຼອດທົດສະວັດຜ່ານມາ ນອກຈາກໄດ້ສຸມໃສ່ປະຕິບັດວຽກງານຕົວຈິງໃນການແກ້ໄຂບັນຫາການປ່ຽນແປງຂອງດິນຟ້າອາກາດຢ່າງສໍາເລັດຜົນ, ຈີນສາມາດສະໜອງບົດຮຽນທີ່ດີໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດໃຫ້ແກ່ບັນດາປະເທດໃນໂລກ ແລະ ຫຼາຍປະເທດສະແດງຄວາມຫວັງວ່າຈີນຈະສືບຕໍ່ເປັນຜູ້ນໍາໜ້າໃນວຽກງານນີ້ດ້ວຍຜົນສໍາເລັດໃໝ່ໃຫຍ່ຫຼວງກວ່າເກົ່າໃນອະນາຄົດ.


