ອີງຕາມແຫຼ່ງຂ່າວຫຼ້າສຸດຈາກກະຊວງກະສິກຳ ແລະຊົນນະບົດຈີນແຈ້ງໃຫ້ຮູ້ວ່າ: ນັບແຕ່ໄລຍະຂ້າມຜ່ານແຫ່ງການເຊື່ອມຕໍ່ຢ່າງມີປະສິດທິຜົນລະຫວ່າງການເສີມຂະ ຫຍາຍຜົນງານບັ້ນລຶບລ້າງຄວາມທຸກຍາກກັບການພັດທະນາຊົນນະບົດໃຫ້ຈະເລີນຮຸ່ງເຮືອງເປັນຕົ້ນມາ, ດ້ວຍຄວາມພະຍາຍາມຮ່ວມຂອງຝ່າຍຕ່າງໆ, ຜົນງານບັ້ນລຶບລ້າງຄວາມທຸກຍາກໄດ້ຮັບການຮັດແໜ້ນ ແລະເສີມຂະຫຍາຍຢ່າງຕໍ່ເນືອງ.
ປັດຈຸບັນ, ຕົວເລກການປະລະການຮຽນຂອງນັກຮຽນໃນໄລຍະການສຶກສາພາກບັງຄັບຈາກຄອບຄົວພົ້ນທຸກແລະຄອບຄົວເປົ້າໝາຍການຕິດຕາມກວດກາ ເພື່ອປ້ອງກັນບໍ່ໃຫ້ກັບຄືນໄປທຸກນັ້ນ ໄດ້ຖືກກຳຈັດໃຫ້ເປັນສູນຢູ່ທຸກເວລາ, ອັດຕາສ່ວນຂອງປະຊາກອນພົ້ນທຸກ ແລະປະຊາກອນທີ່ມີລາຍຮັບຕ່ຳໃນຊົນນະບົດ ໄດ້ຮັບການຄຸ້ມຄອງໃນລະບົບການປະກັນສຸຂະພາບຂັ້ນພື້ນຖານ ແມ່ນສາມາດຮັກສາຢູ່ໃນລະ ດັບ 99%ຂຶ້ນໄປ, ການປັບປຸງເຮືອນຢູ່ທີ່ອາໄສບໍ່ແໜ້ນໜາ ແລະການດັດສ້າງເຮືອນຢູ່ຂອງຊາວກະສິກອນ ໃຫ້ສາມາດຕ້ານທານກັບແຜ່ນດິນໄຫວໄດ້ໃນຊົນນະບົດ ໄດ້ຮັບການຊຸກຍູ້ການປະຕິບັດຢ່າງໜັກແໜ້ນ, ບັນຫາຄວາມປອດໄພດ້ານນ້ຳດື່ມຢູ່ຊົນນະບົດໄດ້ຮັບການແກ້ໄຂຢູ່ທຸກເວລາ, ນ້ຳປະປາເຂົ້າເຖິງເຂດຊົນນະບົດບັນລຸເຖິງ 94%, ຜົນງານດ້ານການຮັບປະກັນການສຶກສາພາກບັງຄັບ, ການປິ່ນປົວຂັ້ນພື້ນ ຖານ, ປະຊາຊົນມີເຮືອນຢູ່ຖາວອນ ແລະການຮັບປະກັນຄວາມປອດໄພດ້ານນ້ຳດື່ມໄດ້ຮັບການປັບປຸງຍົກລະດັບສູງຂຶ້ນຢ່າງຕໍ່ເນື່ອງ.
ເມືອງພົ້ນທຸກຈຳນວນ 832 ເມືອງລ້ວນແຕ່ໄດ້ບົ່ມເພາະໃຫ້ເກີດມີອຸດສາຫະກຳຕົ້ນຕໍ, ປະຊາກອນພົ້ນທຸກເກືອບ 3/4ໄດ້ຮ່ວມກັບຫົວໜ່ວຍທຸລະກິດກະສິກຳແບບໃໝ່ສ້າງກົນໄກຜູກພັນຜົນປະໂຫຍດ. ຈຳນວນແຮງງານພົ້ນທຸກທີ່ໄດ້ປະກອບອາຊີບແມ່ນຢູ່ໃນລະດັບ 30.000.000 ຄົນຂຶ້ນໄປຢ່າງໝັ້ນທ່ຽງໃນໄລຍະ 4 ປີຕິດຕໍ່ກັນ.
Cr: CMG




