ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ປີນີ້ແມ່ນປີສ້າງຕັ້ງອາຊຽນຄົບຮອບ 55 ປີ ທັງເປັນປີທຳອິດຂອງສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານຈີນ-ອາຊຽນ. ໃນຖານະເປັນປະເທດໃກ້ຄຽງແລະຄູ່ຮ່ວມຍຸດທະສາດຮອບດ້ານຂອງອາຊຽນ, ຈີນຫວັງຢາກເຫັນອາຊຽນທີ່ສາມັກຄີ, ເອກະລາດ, ເຂັ້ມແຂງ ແລະພັດທະນາ, ຈີນສະໜັບສະໜູນຖານະໃຈກາງຂອງອາຊຽນໃນໂຄງປະກອບພາກພື້ນແລະສະໜັບສະໜູນອາຊຽນເສີມຂະຫຍາຍບົດບາດຫຼາຍກວ່າເກົ່າໃນວຽກງານພາກພື້ນແລະສາກົນ.
ຈີນແລະອາຊຽນເປັນຄູ່ການຄ້າໃຫຍ່ກວ່າໝູ່ເຊິ່ງກັນແລະກັນ, ຍອດມູນຄ່າການຄ້າສອງຝ່າຍໄດ້ເພີ່ມຂຶ້ນ 100 ເທົ່າເມື່ອທຽບໃສ່ 30 ປີກ່ອນ, ການລົງທຶນໂດຍກົງໄດ້ບັນລຸຫຼາຍກວ່າ 310 ຕື້ໂດລາສະຫະລັດ. ທາງລົດໄຟລາວ-ຈີນໄດ້ເປີດນຳໃຊ້ຢ່າງເປັນທາງການ, ໂຄງການຕ່າງໆໃນການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ເຊັ່ນ: ໂຄງການທາງລົດໄຟຄວາມໄວສູງຈາກາຕາ-ບັນດຸງ, ໂຄງການທາງລົດໄຟຈີນ-ໄທ, ໂຄງການເຂດນິຄົມອຸດສາຫະກຳຈີນ-ມາເລເຊຍ, ໂຄງການເຂດນິຄົມອຸດສາຫະກຳຈີນ-ອິນໂດເນເຊຍແລະອື່ນໆ ໄດ້ຮັບຄວາມຄືບໜ້າຢ່າງຕັ້ງໜ້າ. ໃນປີ 2021, ຍອດມູນຄ່າການຄ້າຈີນ-ອາຊຽນໄດ້ສ້າງສະຖິຕິສູງສຸດໃນປະຫວັດສາດອີກຄັ້ງໜຶ່ງໂດຍບັນລຸ 878,2 ຕື້ໂດລາສະຫະລັດ.
ສາຍພົວພັນການຄ້າທີ່ແໜ້ນແຟ້ນລະຫວ່າງຈີນກັບອາຊຽນໄດ້ສ້າງພື້ນຖານອັນໜັກແໜ້ນໃຫ້ກັບການເພີ່ມທະວີການຮ່ວມມືດ້ານການເມືອງແລະຄວາມໝັ້ນຄົງກໍຄືການເພີ່ມທະວີການພົວພັນລະຫວ່າງສອງຝ່າຍ. ພາຍໃຕ້ຄວາມພະຍາຍາມຮ່ວມຂອງຈີນແລະປະເທດສະມາຊິກອາຊຽນ, “ຖະແຫຼງການຮ່ວມວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຈີນໃຕ້” ໄດ້ຮັບການປະຕິບັດຢ່າງມີປະສິດທິຜົນແລະຮອບດ້ານ, ສ່ວນການປຶກສາຫາລືກ່ຽວກັບ “ກົດແຫ່ງການປະພຶດຢູ່ທະເລຈີນໃຕ້”ກໍໄດ້ຮັບການຊຸກຍູ້ຢ່າງຕັ້ງໜ້າ. ການແລກປ່ຽນດ້ານຄວາມໝັ້ນຄົງການທະຫານໄດ້ກ້າວເຂົ້າສູ່ລວງເລິກ, ການຮ່ວມມືໃນຂົງເຂດໄພຄຸກຄາມຄວາມໝັ້ນຄົງແບບໃໝ່ ເຊັ່ນ: ການຮ່ວມມືດ້ານການຕ້ານການກໍ່ການຮ້າຍ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຄວາມປອດໄພດ້ານອິນເຕີເນັດ, ການປາບອາຊະຍາກຳຂ້າມຊາດ, ການປ້ອງກັນ ແລະບັນເທົາໄພແລະອື່ນໆກໍໄດ້ປະສົບຜົນສຳເລັດຢ່າງຫຼວງຫຼາຍ.
ໃນກອງປະຊຸມສຸດຍອດລະນຶກການສ້າງຕັ້ງສາຍພົວພັນຄູ່ສົນທະນາຈີນ-ອາຊຽນຄົບຮອບ 30 ປີທີ່ຈັດຂຶ້ນໃນເດືອນພະຈິກປີ 2021 ຜ່ານມານີ້, ຈີນແລະອາຊຽນໄດ້ປະກາດສ້າງຕັ້ງສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານຢ່າງເປັນທາງການ. ໃນກອງປະຊຸມດັ່ງກ່າວ, ທ່ານສີຈິ້ນຜິງປະທານປະເທດຈີນໄດ້ກ່າວເນັ້ນໜັກວ່າ: ຈີນຖືສາຍພົວພັນກັບອາຊຽນເປັນທິດທາງບູລິມະສິດໃນວຽກງານການຕ່າງປະເທດກັບປະເທດອ້ອມຂ້າງຢ່າງໝັ້ນໜຽວບໍ່ປ່ຽນແປງ, ສະໜັບສະໜູນຄວາມສະມັກຄີຂອງອາຊຽນ ແລະການສ້າງປະຊາຄົມອາຊຽນຢ່າງໝັ້ນໜຽວບໍ່ປ່ຽນແປງ, ສະໜັບສະໜູນຖານະໃຈກາງຂອງອາຊຽນໃນໂຄງປະກອບພາກພື້ນຢ່າງໝັ້ນໜຽວບໍ່ປ່ຽນແປງ.
ໃນກອງປະຊຸມລັດຖະມົນຕີການຕ່າງປະເທດຈີນ-ອາຊຽນ(10+1) ທີ່ຈັດຂຶ້ນໃນວັນທີ 4 ສິງຫາ 2022 ນີ້, ຈີນໄດ້ເປີດເຜີຍເອກະສານວ່າດ້ວຍຫຼັກໝັ້ນຂອງຈີນກ່ຽວກັບການສະໜັບສະໜູນຖານະໃຈກາງຂອງອາຊຽນ. ເລື່ອງເຫຼົ່ານີ້ເປັນການສະແດງໃຫ້ເຫັນວ່າ: ຈີນໄດ້ໃຫ້ຄຳໝັ້ນສັນຍາແລະສະໜັບສະໜູນຖານະໃຈກາງຂອງອາຊຽນຢ່າງຈະແຈ້ງມາໂດຍຕະຫຼອດ.