ປັນຍາປະດິດ ຫຼື AI ໄດ້ກາຍເປັນນະວັດຕະກໍາທີ່ມີບົດບາດສໍາຄັນຕໍ່ການພັດທະນາເສດຖະກິດ-ສັງຄົມຂອງບັນດາປະເທດທົ່ວ ໂລກ ເຮັດໃຫ້ເກີດການແຂ່ງຂັນກັນໃນດ້ານນີ້ຂອງບັນດາປະເທດທີ່ມີວິທະຍາສາດເຕັກໂນໂລຊີທັນສະໄໝໃນລະດັບແຖວໜ້າຂອງໂລກນັບມື້ເພີ່ມຂຶ້ນຢ່າງຕໍ່ເນື່ອງ.
ສໍາລັບ ສປ ຈີນ, ເຊິ່ງເປັນປະເທດທີ່ມີເສດຖະກິດຂະໜາດໃຫຍ່ອັນດັບສອງຂອງໂລກ ແລະ ເປັນປະເທດທີ່ມີການພັດທະນາດ້ານ AI ໄດ້ຮັບຜົນສໍາເລັດຢ່າງກ້າວກະ ໂດດ ແລະ ທົ່ວໂລກໃຫ້ ການຍອມຮັບ. ໃນວັນທີ 20 ກໍລະກົດ ປີ 2017, ລັດຖະບານຈີນ ໄດ້ປະກາດແຜນພັດທະນາປັນຍາປະດິດຍຸກໃໝ່ ຫຼືເອີ້ນວ່າ: ແຜນ AI 2030 ເຊິ່ງເປັນແຜນແມ່ບົດທີ່ກໍານົດຍຸດທະສາດ ແລະ ແນວທາງການພັດທະນາດ້ານນະວັດຕະກໍາ AI ທີ່ເປັນລະ ບົບ ແລະ ເປັນສ່ວນໜຶ່ງຂອງຍຸດທະສາດການພັດທະນາແຫ່ງ ຊາດທີ່ສໍາຄັນຕໍ່ການຍົກລະດັບຄວາມສາມາດຂອງການແຂ່ງຂັນໃນເວທີໂລກຂອງຈີນ ເພື່ອກ້າວຂຶ້ນເປັນຜູ້ນໍາໜ້າດ້ານ AI ຂອງໂລກພາຍໃນປີ 2030.
AI 2030 ແມ່ນແຜນແມ່ບົດໃນການພັດທະນາ AI ຍຸກໃໝ່ເປັນຄັ້ງທໍາອິດຂອງຈີນ ໂດຍແບ່ງເປົ້າໝາຍການພັດທະນາອອກເປັນ 3 ໄລຍະ ຄື:
– ພາຍໃນປີ 2020 ຂະໜາດອຸດສາຫະກໍາຕົ້ນຕໍດ້ານ AI ຕ້ອງບັນລຸ 150 ຕື້ຢວນ ແລະ ຊຸກຍູ້ຂະໜາດຂອງອຸດສາຫະກໍາທີ່ກ່ຽວຂ້ອງກັບ AI ເຊັ່ນ: ການຜະລິດອັດສະລິຍະ, ການແພດທັນສະໄໝ, ການສຶກສາສະໄໝໃໝ່ ແລະ ພະລັງງານໃໝ່ ບັນລຸ 1 ພັນຕື້ຢວນ.
– ພາຍໃນປີ 2025 ເຮັດໃຫ້ມີຄວາມກ້າວໜ້າໃນການພັດທະນາທິດສະດີພື້ນຖານດ້ານ AI ໂດຍເຕັກໂນໂລຊີ ແລະ ການປະຍຸກໃຊ້ງານບາງສ່ວນຕ້ອງຂຶ້ນສູ່ລະດັບແຖວໜ້າຂອງໂລກດ, ເຮັດໃຫ້ອຸດສາຫະກໍາຕົ້ນຕໍດ້ານ AI ບັນລຸຫຼາຍກວ່າ 400 ຕື້ຢວນ ແລະ ອຸດສາຫະກໍາທີ່ກ່ຽວຂ້ອງກັບ AI ມີມູນຄ່າ 5 ພັນຕື້ຢວນ.
– ພາຍໃນປີ 2030 ທິດສະດີເຕັກໂນໂລຊີ ແລະ ການປະຍຸກໃຊ້ AI ຂອງຈີນຈະກ້າວສູ່ລະດັບແຖວໜ້າຂອງໂລກດ້ວຍຂະໜາດອຸດສາຫະກໍາຕົ້ນຕໍດ້ານ AI ຫຼາຍກວ່າ 1 ພັນຕື້ຢວນ ແລະ ອຸດ ສາຫະກໍາທີ່ກ່ຽວຂ້ອງກັບ AI ຫຼາຍກວ່າ 1 ໝື່ນຕື້ຢວນ.
ດ້ວຍການການສະໜັບສະໜູນຈາກຢ່າງເຕັມທີ່ຈາກລັດຖະ ບານຈີນ, ບວກກັບການເອົາໃຈໃສ່ລົງ ທຶນພັດທະນາຈາກພາກເອກະຊົນ ເຮັດໃຫ້ນະວັດຕະກໍາ AI ຢູ່ຈີນ ໄດ້ຮັບການພັດທະນາຢ່າງວ່ອງໄວແລະ ຖືກນໍາໃຊ້ເຂົ້າໃນແຕ່ລະຂົງເຂດ ເຊັ່ນ: ການຄ້າ, ການຜະລິດ, ການເງິນ, ໂລຊິສຕິກ, ການສຶກສາ, ສາ ທາລະນະສຸກ, ການສ້າງຕົວເມືອງອັດສະລິຍະ, ລະບົບຂົນສົ່ງອັດຕະໂນມັດ ແລະ ອື່ນໆ ເຮັດໃຫ້ AI ປະກອບສ່ວນສໍາຄັນຕໍ່ການພັດທະນາເສດຖະກິດ-ສັງຄົມຂອງຈີນຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ເພີ່ມຄວາມສາມາດໃນການແຂ່ງຂັນໃນລະດັບສາກົນດີຂຶ້ນກວ່າເກົ່າ.
ໃນນີ້, ພົ້ນເດັ່ນທີ່ສຸດແມ່ນເຂດສາມຫຼ່ຽມປາກແມ່ນໍ້າຢງຊີກຽງ (Yangtze River Delta – YRD) ເຊິ່ງປະກອບມີ: ນະຄອນຊຽງໄຮ້, ແຂວງຈຽງຊູ, ແຂວງເຈີຈຽງ ແລະ ແຂວງອານຮຸຍ ໄດ້ກ້າວຂຶ້ນເປັນພື້ນທີ່ນໍາໜ້າດ້ານ AI ທີ່ມີຂະໜາດອຸດສາຫະກໍາ AI ມູນຄ່າ 200 ຕື້ຢວນ, ເທົ່າກັບ 1 ສ່ວນ 3 ຂອງອຸດສາຫະກໍາ AI ຂອງຈີນໃນປີ 2024.
ນອກຈາກນີ້, ການເກີດຂຶ້ນຂອງ DeepSeek AI ຂອງຈີນໃນບໍ່ດົນມານີ້ ໄດ້ສ້າງຄວາມສົນໃຈຈາກທົ່ວໂລກຍ້ອນ DeepSeek ສາມາດແຂ່ງຂັນກັບບໍລິສັດໃຫຍ່ ຄື: OpenAI ແລະ Google ເຮັດໃຫ້ຫຼາຍອົງກອນທຸລະກິດໃນຈີນ ແລະ ບັນດາປະເທດໃນອາຊີຫັນມາໃຊ້ AI ຈາກຈີນນັບມື້ເພີ່ມຂຶ້ນ, ພ້ອມນີ້ DeepSeek AI ໄດ້ຖືກນຳໃຊ້ເຂົ້າໃນການປິ່ນປົວພະຍາດ, ການສຶກສາ, ຄົມມະ ນາຄົມ, ປ້ອງກັນຄວາມສະຫງົບ ແລະ ຂົງເຂດອື່ນໆ ນັບມື້ເພີ່ມ ຂຶ້ນເຊັ່ນດຽວກັນ.
ໃນບົດລາຍງານຂອງລັດຖະບານຈີນ ທີ່ສະເໜີຕໍ່ກອງປະຊຸມສອງສະພາແຫ່ງຊາດຈີນ ທີ່ຈັດຂຶ້ນຢູ່ນະ ຄອນຫຼວງວຽງຈັນໃນຕົ້ນເດືອນມີນາ 2025 ໄດ້ຢືນຢັນຢ່າງໜັກແໜ້ນກ່ຽວກັບນະໂຍ ບາຍຂອງລັດຖະບານຈີນ ເພື່ອເຮັດໃຫ້ເສດຖະກິດຂອງຈີນຂະ
ຫຍາຍຕົວ 5% ໃນປີ 2025 ດ້ວຍຄຸນນະພາບສູງ ແລະ ການປະ ດິດສ້າງໃໝ່ດ້ານເຕັກໂນໂລຊີທີ່ມີ AI ເປັນຕົວຂັບເຄື່ອນສໍາຄັນທີ່ສຸດ ໂດຍມີພາກສ່ວນເອກະຊົນທີ່ມີທ່າແຮງສໍາຄັນໃນການພັດ ທະນາ AI ເຂົ້າມາມີສ່ວນຮ່ວມໃນການພັດທະນາເສດຖະກິດຂອງປະເທດໃຫ້ຫຼາຍຂຶ້ນ, ເນື່ອງຈາກໃນໂອກາດເຂົ້າຮ່ວມກອງປະ ຊຸມສອງສະພາແຫ່ງຂອງຈີນໃນປີນີ້ ກໍຄື ໃນໂອກາດພົບປະກັບບັນດານັກທຸລະກິດລະດັບແຖວໜ້າຈາກທົ່ວປະເທດຈີນທີ່ຈັດຂຶ້ນໃນເດືອນກຸມພາປີນີ້, ທ່ານ ສີ ຈິ້ນຜິງ, ປະທານປະເທດຈີນ ໄດ້ເນັ້ນ ໜັກເປັນພິເສດກ່ຽວກັບການຊຸກຍູ້ສົ່ງການປະດິດສ້າງໃໝ່ດ້ານວິທະຍາສາດເຕັກໂນໂລຊີທັນສະໄໝ ກໍຄື ການນໍາໃຊ້ນະວັດຕະກໍາ AI ເຂົ້າໃນຂົງເຂດຕ່າງໆ ໃຫ້ນັບມື້ກວ້າງຂວາງ ແລະ ມີປະສິດ ທິຜົນກວ່າເກົ່າ.
ນັກວິເຄາະເຫັນວ່າ: ແຜນແມ່ບົດ AI 2030 ຂອງລັດຖະ ບານຈີນ ໄດ້ກໍານົດໂຄງສ້າງການພັດ ທະນາ AI ຢ່າງເປັນລະບົບ, ນັບຕັ້ງແຕ່ການວິໄຈ, ການພັດທະນາເຕັກໂນໂລຊີ ແລະ ນະວັດຕະກໍາ, ການສ້າງລະບົບໂຄງສ້າງ, ການກໍ່ສ້າງບຸກຄະລາກອນ, ການປະ ຍຸກໃຊ້, ການກໍານົດລະບຽບຄຸ້ມຄອງ, ລວມເຖີງການກໍານົດບົດ ບາດຂອງພາກລັດ, ພາກເອກະຊົນ ແລະ ພາກສ່ວນທີ່ກ່ຽວຂ້ອງໄດ້ສະແດງໃຫ້ເຫັນເຖີງຄວາມສໍາຄັນຂອງເຕັກໂນໂລຊີ AI ທີ່ຕໍ່ການພັດທະນາ ແລະ ການປະຕິຮູບປະເທດຈີນໃນຍຸກສະໄໝໃໝ່ທີ່ສະຖານະການທົ່ວໂລກປ່ຽນແປງ ແລະ ມີຄວາມທ້າທາຍໃໝ່ເກີດຂຶ້ນຢ່າງຕໍ່ເນື່ອງ.
ນອກຈາກນີ້, ນະໂຍບາຍ ແລະມາດຕະການເພີ່ມຕື່ມ ເຊັ່ນ: ການກໍານົດແນວທາງການວິໄຈຂະໜາດໃຫຍ່, ການສ້າງຮູບແບບນະວັດຕະກໍາສໍາລັບການພັດທະນາ AI ຍຸກໃໝ່ ແລະ ການຈັດຕັ້ງເຂດທົດລອງ AI ຢູ່ນະຄອນຊຽງໄຮ້ ລ້ວນແຕ່ສອດຄ່ອງກັບທິດ ທາງການພັດທະນາໃນແຕ່ລະໄລຍະຂອງຈີນ. ຈາກຄວາມກ້າວໜ້າທາງດ້ານ AI ໃນປັດຈຸບັນ ໄດ້ເຮັດໃຫ້ຈີນ ບໍ່ພຽງແຕ່ຮັກສາຕໍາແໜ່ງເປັນສູນກາງການຜະລິດຂອງໂລກເທົ່ານັ້ນ ແຕ່ຫາກຍັງກ້າວໄປເຖີງເປັນຜູ້ນໍາໃນດ້ານການຜະລິດອັດສະລິຍະ ແລະ ຄວາມທັນ ສະໄໝອີກດ້ວຍ. ສະນັ້ນ ເຖິງວ່າຕ້ອງພົບຄວາມທ້າທາຍຫຼາຍຢ່າງໃນຕໍ່ໜ້າແຕ່ການພັດທະນາ AI ຂອງຈີນຈະນັບມື້ປະສົບຜົນສໍາເລັດໃຫຍ່ຫຼວງກວ່າເກົ່າ.
ເວົ້າລວມແລ້ວ, ເຖິງວ່າຍັງບໍ່ສາມາດສະຫຼຸບໄດ້ວ່າ ຈີນ ຈະສາມາດກາຍເປັນຜູ້ນໍາໜ້າດ້ານນະວັດ ຕະກໍາ AI ລະດັບໂລກພາຍໃນປີ 2030 ໄດ້ ຫຼື ບໍ່, ແຕ່ຈາກການສະໜັບສະໜູນຂອງລັດຖະບານ ແລະ ປັດໄຈສະໜັບສະໜູນອີກຫຼາຍດ້ານ, ບວກກັບຜົນສໍາເລັດຕົວຈິງທີ່ເຫັນຢ່າງປະຈັກຕາຂອງທົ່ວໂລກໃນ ດ້ານ AI ຂອງຈີນ ເຮັດໃຫ້ມີຄວາມໝັ້ນໃຈສູງວ່າ ຈີນ ຈະສາມາດບັນລຸເປົ້າ ໝາຍກາຍເປັນຜູ້ນໍາໜ້າດ້ານນະວັດຕະກໍາ AI ລະດັບໂລກພາຍໃນປີ 2030 ຕາມທີ່ວາງໄວ້.
ຜົນສໍາເລັດດ້ານນະວັດຕະກໍາ AI ຂອງຈີນ ຈະກາຍເປັນບົດ ຮຽນທີ່ສໍາຄັນ ແລະ ມີຜົນດີທີ່ສຸດໃຫ້ບັນດາປະເທດທົ່ວໂລກ, ໃນນັ້ນລວມທັງປະເທດລາວທີ່ໄດ້ຮ່ວມກັນລົງນາມໃນສັນຍາວ່າດ້ວຍການຮ່ວມກັນສ້າງສູນຮ່ວມມືການປະດິດສ້າງໃໝ່ດ້ານ AI ກັບຈີນ ເມື່ອບໍ່ດົນມານີ້ ເພື່ອຊ່ວຍປະເທດລາວຍົກລະດັບຄວາມສາມາດພື້ນຖານຂອງລາວໃຫ້ສູງຂຶ້ນຢ່າງເປັນລະບົບໃນຍຸກ AI ແລະ ກາຍເປັນພະລັງຂັບເຄື່ອນໃຫ້ແກ່ຂະແໜງການຕ່າງໆ ຂອງລາວດີຂຶ້ນກວ່າເກົ່າ.
ນອກຈາກນີ້, ສູນຮ່ວມມືການປະດິດສ້າງໃໝ່ດ້ານ AI ລາວ- ຈີນ ຍັງເປັນເວທີການຮ່ວມມືປະດິດສ້າງໃໝ່ດ້ານ AI ແຫ່ງທຳອິດ ລະຫວ່າງຈີນກັບອາຊຽນ ແລະ ເປັນການຕອບສະໜອງຢ່າງຕັ້ງ ໜ້າຕໍ່ຖະແຫຼງການຮ່ວມຈີນ-ອາຊຽນ ວ່າດ້ວຍການສ້າງການຮ່ວມມືດ້ານນິເວດທາງດ້ານດີຈີຕອນທີ່ຍືນຍົງ ແລະ ກວມລວມ ຕື່ມອີກ.






