ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຈີນ ກຳລັງສະເໜີທາງເລືອກທີ່ຍຸຕິທໍາໃໝ່ໃນຂະບວນການປ່ຽນຜ່ານໃຫ້ແກ່ປະເທດເຂດໂລກໃຕ້

Dec 12, 2025

ຈີນ ກຳລັງສະເໜີທາງເລືອກທີ່ຍຸຕິທໍາໃໝ່ໃນຂະບວນການປ່ຽນຜ່ານໃຫ້ແກ່ປະເທດເຂດໂລກໃຕ້

ໃນກອງປະຊຸມພາຄີອະນຸສັນຍາສະຫະປະຊາຊາດ ວ່າດ້ວຍການປ່ຽນແປງຂອງດິນຟ້າອາກາດ ຄັ້ງທີ 30 (COP30) ທີ່ຈັດຂຶ້ນຢູ່ປະເທດບຣາຊິນໃນຕົ້ນເດືອນພະຈິກ 2025 ປະຊາຄົມໂລກໄດ້ກ້າວໄປຂ້າງໜ້າ ໂດຍການຮັບຮອງວາລະການປ່ຽນຜ່ານທີ່ຍຸຕິທໍາ (the just transition agenda) ເຊິ່ງບໍ່ໄດ້ເປັນພຽງຫຼັກການເທົ່ານັ້ນ, ຍັງເປັນການຈັດຕັ້ງປະຕິບັດຕົວຈິງ ໂດຍຮຽກຮ້ອງໃຫ້ພັດທະນາກົນໄກການປ່ຽນຜ່ານທີ່ຍຸຕິທໍາເປັນອົງປະກອບສໍາຄັນໃນການປະຕິບັດຕາມສັນຍາປາຣີວ່າດ້ວຍການປ່ຽນແປງຂອງດິນຟ້າອາກາດ. ກຸ່ມ 77 ປະ ເທດ (G77) ແລະ ຈີນ ມີບົດບາດສໍາຄັນໃນການຊຸກຍູ້ສົ່ງເສີມວາລະດັ່ງກ່າວໃນລະຫວ່າງການເຈລະຈາ.

ຄວາມເປັນຜູ້ນຳພາຂອງຈີນກ່ຽວກັບເລື່ອງນີ້ ກຳລັງປະກົດອອກມາຢ່າງຊັດເຈນ ແລະ ສາມາດມີສ່ວນຮ່ວມໃນການຈັດຕັ້ງປະຕິບັດທີ່ສຳຄັນ ໂດຍສະເພາະສໍາລັບປະເທດໃນເຂດໂລກໃຕ້. ແນວຄິດການປ່ຽນຜ່ານທີ່ຍຸຕິທໍາ ໄດ້ພັດທະນາມາຈາກຕົ້ນກຳເນີດໃນຂະບວນການແຮງງານທີ່ກ່ຽວຂ້ອງກັບແຮງງານທີ່ໄດ້ຮັບຜົນກະທົບຈາກນະໂຍບາຍດ້ານສິ່ງແວດລ້ອມຈົນກາຍມາເປັນເສົາຫຼັກສຳຄັນຂອງການຄຸ້ມຄອງການປ່ຽນແປງຂອງດິນຟ້າອາກາດໂລກ ໂດຍຮຽກຮ້ອງໃຫ້ມີການເຄົາລົບ, ຄວາມສະເໝີພາບ, ການມີສ່ວນຮ່ວມ, ແລະ ສິດທິໃນການແກ້ໄຂສິ່ງທ້າທາຍດ້ານການປ່ຽນແປງຂອງດິນຟ້າອາກາດໂລກ.

ຢ່າງໃດກໍຕາມ, ຍັງມີຊ່ອງຫວ່າງທີ່ສຳຄັນລະຫວ່າງຄວາມເຂົ້າໃຈຂອງປະເທດເຂດໂລກເໜືອ ແລະ ປະເທດເຂດໂລກໃຕ້ກ່ຽວກັບການປ່ຽນຜ່ານທີ່ຍຸຕິທໍາ. ປະເທດທີ່ຮັ່ງມີມັກເບິ່ງວ່າເປັນການຈັດການກັບການສູນເສຍວຽກເຮັດງານທໍາໃນຂະແໜງພະລັງງານຟອດຊິວ ແລະ ການປະຕິຮູບລະບົບການບໍລິຫານເພື່ອສະໜັບສະໜູນແຮງງານທີ່ໄດ້ຮັບຜົນກະທົບໂດຍບໍ່ຖິ້ມຜູ້ໃດໄວ້ຢູ່ທາງຫຼັງ. ສຳລັບຫຼາຍປະເທດເຂດໂລກໃຕ້, ມັກເປັນເລື່ອງຂອງການພັດທະນາ ແລະ ຄວາມຈະເລີນຮຸ່ງເຮືອງຂັ້ນພື້ນຖານ ເຊັ່ນ: ການຂະຫຍາຍຕາໜ່າງໄຟຟ້າໄປຫາເຂດຫ່າງໄກ, ການເຕີບໂຕຂອງອຸດສາຫະກຳພາຍໃນ ແລະ ການສ້າງວຽກເຮັດງານທໍາສີຂຽວໃນຂະແໜງທີ່ຍັງບໍ່ທັນມີ.

ຫຼັກການຂອງກຸ່ມ 20 ປະເທດ (G20) ສໍາລັບການປ່ຽນຜ່ານພະລັງງານທີ່ຍຸດຕິທໍາ ແລະ ກວມລວມທີ່ນຳສະເໜີໃນກອງປະຊຸມສຸດຍອດທີ່ລີໂອເດຈາເນໂຣປີ 2024 ແລະ ກົນໄກການປ່ຽນຜ່ານທີ່ຍຸຕິທໍາຂອງສະຫະພາບເອີຣົບ ພາຍໃຕ້ຂໍ້ຕົກລົງສີຂຽວທີ່ເປີດຕົວໃນປີ 2020 ໄດ້ສະເໜີພື້ນຖານທີ່ມີຄ່າ, ແຕ່ຫຼັກການຂອງ G20 ເປັນແບບສະໝັກໃຈ ແລະ ສຸມໃສ່ການຮວມພະລັງເປັນຕົ້ນຕໍ, ໃນຂະນະທີ່ແນວທາງຂອງສະຫະພັບເອີຣົບແມ່ນເນັ້ນໃສ່ວຽກເຮັດງານທໍາ ແລະ ພື້ນທີ່ຖ່ານຫີນເປັນຕົ້ນຕໍ. ທັງສອງຝ່າຍບໍ່ໄດ້ເວົ້າເຖິງຄວາມຕ້ອງການພັດທະນາເປັນອັນດັບທໍາອິດ ແລະ ຄວາມເປັນຈິງຂອງສະຖາບັນຂອງຫຼາຍປະເທດໃນເຂດໂລກໃຕ້.

ຂອບການເຮັດວຽກເສີມທີ່ປະສານຍຸດທະສາດການພັດທະນາແຫ່ງຊາດ, ການປ່ຽນຜ່ານອຸດສາຫະກຳ ແລະ ການເຂົ້າເຖິງພະລັງງານ ແມ່ນສິ່ງຈຳເປັນເພື່ອເຮັດໃຫ້ການປ່ຽນຜ່ານທີ່ຍຸຕິທໍາດໍາເນີນໄປແບບກວມລວມ ແລະ ສາມາດດຳເນີນການໄດ້ໃນທົ່ວໂລກ. ນີ້ແມ່ນບ່ອນທີ່ປະສົບການຂອງຈີນມີຄວາມກ່ຽວຂ້ອງໂດຍກົງ ເຊິ່ງບໍ່ແມ່ນແຜນແມ່ບົດ, ແຕ່ເປັນຕົວຢ່າງຂອງວິທີການທີ່ການພັດທະນາ ແລະ ການຫຼຸດການປ່ອຍກາກບອນສາມາດດຳເນີນໄປພ້ອມກັນ ເຊິ່ງ ທ່ານ ປະທານ ສີຈິນຜິງ, ປະທານປະເທດຈີນ ໄດ້ກ່າວເນັ້ນ  ໜັກວ່າ “ການປ່ຽນແປງສີຂຽວບໍ່ພຽງແຕ່ເປັນເສັ້ນທາງພື້ນຖານໃນການແກ້ໄຂການປ່ຽນແປງຂອງດິນຟ້າອາກາດ, ຍັງເປັນເຄື່ອງຈັກໃໝ່ສຳລັບການພັດທະນາເສດຖະກິດ ແລະ ສັງຄົມ” ແລະ ເນັ້ນຢໍ້າວ່າ:  ການປ່ຽນແປງສີຂຽວຕ້ອງຖືເອົາປະຊາຊົນເປັນໃຈກາງ ແລະ ດຳເນີນໄປໃນທາງທີ່ສົ່ງເສີມຊີວິດການເປັນຢູ່ທີ່ດີຂຶ້ນຂອງປະຊາຊົນ ແລະ ການຄຸ້ມຄອງສະພາບດິນຟ້າອາກາດໄປພ້ອມກັນ.

ນີ້ແມ່ນສິ່ງທີ່ກ່ຽວຂ້ອງຢ່າງຍິ່ງກັບປະເທດເຂດໂລກໃຕ້ ເຊິ່ງເປັນບ່ອນທີ່ດຳເນີນການດ້ານດິນຟ້າອາກາດຕ້ອງໃຫ້ຜົນປະໂຫຍດໃນການພັດທະນາໂດຍທັນທີ. ສຳລັບຫຼາຍຕື້ຄົນ, ການປ່ຽນຜ່ານທີ່ຍຸດຕິທໍາບໍ່ແມ່ນພຽງແຕ່ເປັນເລື່ອງຂອງການຂະຫຍາຍຕົວຊ້າລົງທາງເສດ ຖະກິດ ແຕ່ເປັນເລື່ອງຂອງການຕໍ່ສູ້ກັບຄວາມອຶດຫິວ ແລະ ຄວາມທຸກຍາກເພື່ອຄວາມຍຸຕິທໍາດ້ານດິນຟ້າອາກາດ, ດັ່ງທີ່ຫົວຂໍ້ຂອງ COP30 ໄດ້ລະບຸໄວ້.

ຂໍ້ຄວາມທີ່ໄດ້ຜ່ານການຮັບຮອງໃນ COP30 ເນັ້ນໜັກວ່າ ການປ່ຽນຜ່ານທີ່ຍຸດຕິທໍາ ມີຄວາມສຳຄັນສຳລັບທຸກປະເທດ ແລະ ບໍ່ມີແບບແຜນດຽວ. ການປ່ຽນຜ່ານຕ້ອງກວມຫຼາຍກວ່າຂະແໜງພະລັງງານ, ຫຼາຍພາກສ່ວນ ແລະ ກວມລວມ, ດັ່ງນັ້ນ ແຕ່ລະປະເທດຕ້ອງມີແນວທາງຂອງຕົນເອງທີ່ກວມເອົາທັງສັງຄົມ ແລະ ເສດຖະກິດທັງໝົດ. ແຕ່ລະປະເທດຜະເຊີນກັບສິ່ງທ້າທາຍ ແລະ ໂອກາດທີ່ແຕກຕ່າງກັນ ແລະ ເພື່ອກ້າວໄປຂ້າງໜ້າໂດຍສະ ເພາະໃນປະເທດກຳລັງພັດທະນາຕ້ອງມີການສະໜັບສະໜູນການສ້າງຂີດຄວາມສາມາດ, ການຊ່ວຍເຫຼືອທາງການເງິນສໍາລັບດ້ານດິນຟ້າອາກາດ, ລວມທັງການພັດທະນາ ແລະ ຖ່າຍທອດເຕັກໂນໂລຊີໂດຍມີການຮ່ວມມືສາກົນທີ່ເຂັ້ມແຂງຂຶ້ນ

ການປ່ຽນຜ່ານທີ່ຍຸດຕິທໍາອາດຟັງຄືວ່າເປັນແນວຄິດໃໝ່ໃນປະເທດຈີນ. ຢ່າງໃດກໍຕາມ, ການປ່ຽນຜ່ານການພັດທະນາແບບຍືນຍົງເປັນໂຄງການທີ່ດຳເນີນມາຫຼາຍທົດສະວັດໃນຫຼາຍພາກພື້ນທີ່ໃຊ້ຊັບພະຍາກອນຢ່າງຫຼວງຫຼາຍ ໂດຍມີຍຸດທະສາດ, ນະໂຍບາຍ, ແລະ ການສະໜັບສະໜູນດ້ານການເງິນທີ່ເໝາະສົມ. ຄວາມພະຍາຍາມໃນການປະຕິຮູບໂຄງສ້າງຂອງຂົງເຂດ ແລະ ແຂວງທີ່ອີງໃສ່ຖ່ານຫີນ ເຊັ່ນ: ແຂວງສານຊີ ບໍ່ພຽງແຕ່ໄດ້ປິດການຂຸດຄົ້ນບໍ່ແຮ່, ຫາກຍັງລວມເຖິງການກະຈາຍອຸດສາຫະກໍາ, ໂຄງການສະໜັບສະໜູນທາງສັງຄົມ ແລະ ການລົງທຶນໃສ່ພື້ນຖານໂຄງລ່າງ. ສານຊີ ກຳລັງກາຍເປັນຈຸດໝາຍປາຍທາງທີ່ສໍາຄັນຂອງການທ່ອງທ່ຽວທາງວັດທະນະທໍາ. ສ່ວນແຂວງອານຮຸ້ຍ ກາຍເປັນຜູ້ຜະລິດ ແລະ ສົ່ງອອກລົດໄຟຟ້າ, ອຸປະກອນພະລັງງານແສງຕາເວັນ ແລະ ຫຸ່ນຍົນອຸດສາຫະກຳຊັ້ນນຳ.

ການສະໜັບສະໜູນໄດ້ຊ່ວຍເຮັດໃຫ້ແຮງງານປ່ຽນຜ່ານຈາກວຽກໃນຂະແໜງຖ່ານຫີນໄປສູ່ອຸດສາຫະກຳໃໝ່, ພ້ອມກັບການປັບປຸງສະຫວັດດີການທາງສັງຄົມ. ທີ່ສຳຄັນກວ່ານັ້ນ, ຄວາມມຸ້ງໝັ້ນຂອງຈີນໃນການວາງການປ່ຽນແປງສີຂຽວເປັນໃຈກາງຂອງຍຸດທະສາດການພັດທະນາຂອງຕົນໄດ້ສ້າງໂອກາດການເຮັດວຽກໃໝ່, ພ້ອມນີ້ ຍັງມີບົດຮຽນສຳຄັນທີ່ໄດ້ຮັບຈາກໄລຍະທົດລອງຕື່ມອີກ.

ບູລິມະສິດສໍາຄັນຂອງປະເທດເຂດໂລກໃຕ້ ແລະ ການປະຕິບັດຕົວຈິງຂອງຈີນ ໄດ້ຮັບການປະສົມເຂົ້າເປັນຂອບການເຮັດວຽກສຳລັບການປ່ຽນຜ່ານທີ່ຍຸຕິທໍາ ເຊິ່ງເປັນຂອບການເຮັດວຽກທີ່ນຳໂດຍປະເທດ, ສອດຄ່ອງກັບການພັດທະນາ ແລະ ມີປະຊາຊົນເປັນໃຈກາງທີ່ເປັນແນວທາງທີ່ໝັ້ນໜຽວ, ທັງມີພື້ນຖານທີ່ແນ່ນອນ.

ປະການທໍາອິດ: ການນໍາໂດຍປະເທດ ໝາຍຄວາມວ່າລັດຖະບານແຫ່ງຊາດຕ້ອງພັດທະນາເສັ້ນທາງການປ່ຽນຜ່ານຂອງຕົນ. ແບບແຜນທີ່ໃຊ້ໄດ້ກັບທຸກຄົນ ແມ່ນບໍ່ມັກສະທ້ອນເຖິງຄວາມເປັນຈິງໃນພື້ນທີ່ ແລະ ວິທີແກ້ໄຂທີ່ຖືກບັງຄັບຈາກພາຍນອກມັກເບິ່ງຂ້າມຄວາມຕ້ອງການການພັດທະນາທີ່ສຳຄັນ.

ປະການທີສອງ: ການປ່ຽນຜ່ານທີ່ຍຸຕິທໍາຕ້ອງສາມາດດຳເນີນການໄດ້ໃນທາງເສດຖະກິດ ແລະ ສອດຄ່ອງກັບຄວາມຕ້ອງການດ້ານການພັດທະນາ. ນະໂຍບາຍຄວນໃຫ້ບູລິມະສິດກັບການສ້າງວຽກເຮັດງານທໍາ, ການຍົກລະດັບອຸດສາຫະກຳ ແລະ ການເຂົ້າເຖິງພະລັງງານ, ຄຽງຄູ່ກັບການຫຼຸດການປ່ອຍອາຍແກັສ.

ປະການທີສາມ: ການປ່ຽນຜ່ານທີ່ຍຸດຕິທໍາຄວນປົກປ້ອງ ແລະ ເສີມສ້າງພະລັງໃຫ້ແກ່ປະຊາຊົນທີ່ຖືກຜົນກະທົບຫຼາຍທີ່ສຸດ ໂດຍສະເພາະແຮງງານ, ຜູ້ທີ່ມີລາຍຮັບຕ່ຳ ແລະ ຊຸມຊົນທີ່ມີຄວາມອ່ອນໄຫວ. ການປ່ຽນຜ່ານທີ່ຍຸຕິທໍາຕ້ອງຮັບໃຊ້ຄວາມສະຫງົບສຸກທາງສັງຄົມ ພ້ອມດ້ວຍຜົນໄດ້ຮັບດ້ານດິນຟ້າອາກາດ.

ຈີນ ຢູ່ໃນຖານະທີ່ໂດດເດັ່ນໃນການສະໜັບສະໜູນການປະຕິບັດຕົວຈິງແກ່ປະເທດຕ່າງໆ ທີ່ກຳລັງຊອກຫາການປ່ຽນຜ່ານຂອງຕົນຜ່ານການເປັນຄູ່ຮ່ວມມື, ການສ້າງຂີດຄວາມສາມາດ ແລະ ການຮ່ວມມືພາກໃຕ້-ພາກໃຕ້, ການປະຕິບັດແບບຮຽນຮູ້ຈາກການລົງ ມືປະຕິບັດດ້ວຍຕົນເອງຂອງຈີນ ແມ່ນກ່ຽວຂ້ອງທີ່ສຸດກັບປະເທດເຂດໂລກໃຕ້ ໂດຍສະເພາະໃນການນຳໃຊ້ເຕັກໂນໂລຊີ, ການປ່ຽນຜ່ານຂອງພາກພື້ນ ແລະ ຍຸດທະສາດການພັດທະນາກໍາລັງແຮງງານ.

ໃນຖານະຜູ້ນຳໂລກດ້ານເຕັກໂນໂລຊີສີຂຽວ, ຈີນ ສາມາດເປັນຄູ່ຮ່ວມມືກັບປະເທດໃນເຂດໂລກໃຕ້ອື່ນໆ ເພື່ອແບ່ງປັນຜົນປະໂຫຍດຂອງເສດຖະກິດສີຂຽວ ໂດຍສະເພາະໃນພະລັງງານທົດແທນ, ລົດໄຟຟ້າ ແລະ ການຜະລິດລໍ້າຍຸກຂະແໜງອື່ນໆ ຜ່ານຂໍ້ລິເລີ່ມໜຶ່ງແລວໜຶ່ງເສັ້ນທາງ ແລະ ເວທີສາກົນອື່ນໆ. ນອກຈາກນີ້, ຄວາມກ້າວໜ້າທາງເຕັກໂນໂລຊີ, ການປະຕິບັດຂອງຈີນໃນການວາງແຜນຍຸດທະສາດແບບຍາວນານ, ການພັດທະນາຄູ່ຮ່ວມງານລະຫວ່າງລັດ ແລະ ເອກະຊົນ, ການເຕີບໂຕຂອງພາກພື້ນທີ່ຫຼາກຫຼາຍ ແລະ ປະສົບການຂອງຕົນໃນການນຳໃຊ້ປະໂຫຍດຈາກການສະໜັບສະໜູນຈາກສາກົນເພື່ອເປົ້າໝາຍພາຍໃນ ລ້ວນແຕ່ມີຄຸນຄ່າໃນການສະໜັບສະໜູນການປ່ຽນຜ່ານທີ່ຍຸດຕິທໍາຂອງປະເທດເຂດໂລກໃຕ້ ແລະ ສາມາດແບ່ງປັນຜ່ານການລິເລີ່ມສ້າງຂີດຄວາມສາມາດທີ່ໄດ້ຮັບການສະໜັບສະໜູນຈາກໂຄງການພັດທະນາສາກົນ.

COP30 ໄດ້ເນັ້ນໃຫ້ເຫັນບົດບາດທີ່ສຳຄັນຂອງການປ່ຽນຜ່ານທີ່ຍຸດຕິທໍາ. ແຕ່ແຮງບັນດານໃຈຕ້ອງໃຫ້ທາງໄປສູ່ການຈັດຕັ້ງປະຕິບັດ. ປະສົບການຂອງຈີນ ແລະ ຄວາມຕັ້ງໃຈທີ່ຈະແບ່ງປັນບົດຮຽນທີ່ໄດ້ຮັບ ແລະ ປະສົບການທີ່ໄດ້ຮັບ ສາມາດຊ່ວຍເຮັດໃຫ້ວິໄສທັດນີ້ເປັນຈິງ. ຜົນງານທີ່ມີພະລັງທີ່ສຸດຂອງຈີນ ອາດຈະເປັນຄວາມສາມາດໃນການສ້າງຄວາມໝັ້ນໃຈວ່າ ການປ່ຽນຜ່ານສີຂຽວ ສາມາດ ແລະ ຕ້ອງເຮັດວຽກເພື່ອຜົນປະໂຫຍດຂອງທຸກຄົນ.