ຕາມຂ່າວຈາກ ຊຽງໄຮ້, ນະຄອນ ຊຽງໄຮ້ ຂອງ ສປ ຈີນ ສັ່ງໂຈະການບໍລິການຈຸດເຊື່ອມຕໍ່ດ້ານຄົມມະນາຄົມ ໂດຍກຳນົດເຮືອ ກັບຄືນ ສູ່ຝັ່ງຢ່າງຮີບດ່ວນ ແລະ ປິດສະຖານທີ່ ທ່ອງທ່ຽວສຳຄັນເພື່ອກຽມ ຮັບມືກັບ ພາຍຸໄຕ້ຝຸ່ນ ເບບິນຄາ(Bebinca)ທີ່ຄາດວ່າຈະພັດເຂົ້າຝັ່ງຊຽງໄຮ້ໂດຍກົງ ແລະ ອາດຈະມີຄວາມຮຸນແຮງທີ່ສຸດໃນຮອບ 75 ປີ ຊຶ່ງເປັນພາຍຸໄຕ້ຝຸ່ນຄວາມຮຸນແຮງ ລະດັບ1 ມີຄວາມແຮງລົມສູງສຸດ ໃກ້ສູນກາງ 144 ກິໂລແມັດຕໍ່ຊົ່ວໂມງ ພວມເຄື່ອນຕົວຢູ່ຫ່າງຈາກ ນະຄອນ ຊຽງໄຮ້ ໄປທາງຕາເວັນອອກສຽງໃຕ້ 500 ກິໂລແມັດ ຄາດວ່າຈະຂຶ້ນຝັ່ງຕາເວັນອອກຂອງ ສປ ຈີນ ໃນວັນທີ 16 ກັນຍານີ້.
ນອກນີ້ ຍັງສັ່ງໂຈະຖ້ຽວບິນ ຫລາຍກວ່າ 600 ຖ້ຽວ ແລະ ແຈ້ງເຕືອນປະຊາຊົນ ກຽມຮັບມືກັບພາຍຸດັ່ງກ່າວໃນລະດັບ 4 ຊຶ່ງເປັນລະດັບ ຕ່ຳສຸດ ຈາກທັງໝົດ 4 ລະດັບ.



