ງານມະຫະກໍາກິລາ ກິລາເອຊຽນເກມລະດູໜາວ ຄັ້ງທີ 9 (9th Asian Winter Games) ທີ່ ສປ ຈີນ ໄດ້ຮັບກຽດເປັນເຈົ້າພາບ ຈັດຂຶ້ນຢູ່ນະຄອນຮາບີນ, ແຂວງເຮີ່ຍລົງຈ່ຽງ ໄດ້ສໍາເລັດຢ່າງເປັນທາງການໃນຕອນຄໍ່າວັນທີ 14 ກຸມພານີ້ ຫລັງຈາກເປີດການແຂ່ງຂັນຢ່າງເປັນທາງການໃນວັນທີ 7 ກຸມພານີ້, ພາຍໃຕ້ຄໍາຂັວນ: “ລະດູໜາວແຫ່ງຄວາມຝັນສານຮັກທີ່ອາຊີ” (Dream of Winter, Love among Asia)
ງານຄັ້ງນີ້ ມີນັກກິລາຫລາຍກວ່າ 1.200 ຄົນ ຈາກ 34 ປະເທດ ແລະ ເຂດແຄວ້ນ ເຂົ້າຮ່ວມແຂ່ງຂັນທັງໝົດ 11 ປະເພດກິລາ, ມີຊີງໄຊກັນທັງໝົດ 64 ຫຼຽນຄໍາ.
ສະຫລຸບຫລຽນການແຂ່ງຂັນຢ່າງເປັນທາງການ.
– ອັນດັບທີ 1: ຈີນ 32 ຫລຍນຄໍາ, 27 ຫຼຽນເງິນ ແລະ 26 ຫຼຽນທອງ
– ອັນດັບ2: ສ.ເກົາຫຼີ 16 ຫລຽນຄໍາ, 15 ຫຼຽນເງິນ ແລະ 15 ຫຼຽນທອງ
– ອັນດັບທີ 3: ຍີ່ປຸນ 10 ຫລຽນຄໍາ, 12 ຫຼຽນເງິນ ແລະ 15 ຫຼຽນທອງ
– ອັນດັບທີ 4: ກາຊັກສະຖານ 4 ຫລຽນຄໍາ, 9 ຫຼຽນເງິນ ແລະ 7 ຫຼຽນທອງ
– ອັນດັບທີ 5: ຟິລິບປິນ ແລະ ອຸສເບກິສຖານ 1 ຫລຽນຄໍາ, 1 ຫຼຽນທອງ
– ອັນດັບທີ 7: ສປປ ເກົາຫຼີ 1 ຫລຽນເງິນ, 1 ຫຼຽນທອງ
– ອັນດັບທີ 8: ໄຕ້ຫວັນຈີນ ແລະ ໄທ 1 ຫຼຽນທອງ
ສໍາລັບງານມະຫະກໍາກິລາ ກິລາເອຊຽນເກມລະດູໜາວ ຄັ້ງທີ 10 (10th Asian Winter Games) ຈະຈັດຂຶ້ນຢູ່ນະຄອນໂຕຣເຈນາ, ປະເທດອາຣັບບີ ຊາອຸດິດ ໃນປີ 2029 ຊຶ່ງເປັນພາກພື້ນອາຊີຕາເວັນຕົກ ທີ່ເປັນເຈົ້າພາບຈັດງານກິລາລະດູໜາວໃນຂັ້ນທະວີບເປັນຄັ້ງທໍາອິດ.





+6


