ວັນທີ 5 ກັນຍານີ້, ທ່ານ ສີຈິ້ນຜິງ ປະທານປະເທດຈີນ ໄດ້ກ່າວຄຳປາໄສໃນພິທີໄຂກອງປະຊຸມສຸດຍອດປັກກິ່ງຂອງເວທີເປິກສາຫາລືການຮ່ວມມື ຈີນ-ອາຟຣິກາ ວ່າ: ຈີນ ຍິນດີເປີດຕະຫລາດພຽງແຕ່ຝ່າຍດຽວຢ່າງກວ້າງຂວາງກວ່າເກົ່າ ແລະຕົກລົງຍົກເວັ້ນພາສີ 100% ຕໍ່ສິນຄ້າສົ່ງອອກມາຈີນຂອງປະເທດດ້ອຍພັດທະນາຢູ່ໃນໂລກທີ່ໄດ້ສ້າງຕັ້ງສາຍພົວພັນທາງການທູດກັບຈີນ ເຊິ່ງລວມທັງ 33 ປະເທດອາຟຣິກາ.
ຈີນ ໄດ້ກາຍເປັນປະເທດໃຫຍ່ທີ່ພວມພັດທະນາ ແລະ ກຸ່ມເສດຖະກິດຕົ້ນຕໍຂອງໂລກປະເທດທຳອິດທີ່ໄດ້ປະຕິບັດມາດຕະການດັ່ງກ່າວ ເຊິ່ງຈະຊຸກຍູ້ໃຫ້ຕະຫລາດໃຫຍ່ຂອງຈີນກາຍເປັນໂອກາດໃຫຍ່ສຳລັບ ອາຟຣິກາ.
ທີ່ມາ: CMG



