ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຈີນ ຈັດພິທີສວນສະໜາມ ເພື່ອລະນຶກໄຊຊະນະສົງຄາມປະຊາຊົນຈີນຕໍ່ຕ້ານຟາດຊິດ ຄົບຮອບ 80 ປີ

Sep 3, 2025

ຈີນ ຈັດພິທີສວນສະໜາມ ເພື່ອລະນຶກໄຊຊະນະສົງຄາມປະຊາຊົນຈີນຕໍ່ຕ້ານຟາດຊິດ ຄົບຮອບ 80 ປີ
ວັນທີ 3 ກັນຍານີ້, ພິທີລະນຶກໄຊຊະນະສົງຄາມປະຊາຊົນຈີນຕໍ່ຕ້ານການຮຸກຮານຂອງຟາດຊິດ ແລະ ສົງຄາມຕໍ່ຕ້ານຟາດຊິດໂລກ ຄົບຮອບ 80 ປີ ໄດ້ຈັດຂຶ້ນຢ່າງຍິ່ງໃຫຍ່ຢູ່ສະໜາມຫຼວງທຽນອ່ານເມີນ ນະຄອນຫຼວງປັກກິ່ງ ສປ ຈີນ, ໃນພິທີດັ່ງກ່າວ ໄດ້ມີການສວນສະໜາມຢ່າງຍິ່ງໃຫຍ່. ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດ ປະທານຄະນະກຳມະການການທະຫານສູນກາງຈີນ ໄດ້ກ່າວຄຳປາໄສ ພ້ອມທັງກວດແຖວທະຫານ. ພິທີລະ ນຶກດັ່ງກ່າວພາຍໃຕ້ຫົວຂໍ້: “ຈົດຈຳປະຫວັດສາດ, ຈາລຶກຄຸນງາມຄວາມດີຂອງວິລະຊົນຜູ້ເສຍສະຫຼະຊີວິດ, ຖະໜອມຮັກສັນຕິພາບ ແລະ ສ້າງອະນາຄົດ”
ໂດຍຕອບສະໜອງຕາມຄຳເຊີນຂອງທ່ານ ສີຈິ້ນຜິງ, ປະມຸກລັດ ແລະ ຫົວໜ້າລັດຖະບານຕ່າງປະເທດ 26 ທ່ານ ໄດ້ເຂົ້າຮ່ວມພິທີດັ່ງກ່າວ, ໃນນັ້ນ ລວມທັງ ທ່ານ ທອງລຸນ ສີສຸລິດ, ເລຂາ ທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດລາວ, ພ້ອມນີ້ ໂດຍຕອບສະໜອງຕາມຄຳເຊີນຂອງລັດຖະບານຈີນ, ປະທານລັດຖະສະພາ, ຮອງນາຍົກລັດຖະມົນ ຕີ, ຜູ້ຕາງໜ້າລະດັບສູງ, ຜູ້ຮັບຜິດຊອບອົງການຈັດຕັ້ງສາກົນ, ອະດີດບຸກຄົນສຳຄັນທາງການເມືອງຂອງປະເທດຈຳນວນໜຶ່ງໄດ້ເຂົ້າຮ່ວມກິດຈະກຳລະນຶກຄັ້ງນີ້. ນອກຈາກນີ້, ຍັງມີທູຕານຸທູດ, ທູດທະຫານຂອງຕ່າງປະເທດປະຈຳຈີນ, ຜູ້ຕາງໜ້າອົງການຈັດຕັ້ງສາກົນປະຈຳຈີນ, ເພື່ອນມິດສາກົນ ຫຼື ຜູ້ຕາງໜ້າຄອບຄົວຂອງເຂົາເຈົ້າ 50 ທ່ານຈາກ 14 ປະເທດເຊັ່ນ: ຣັດເຊຍ, ສະຫະລັດ ອາເມຣິກາ, ອັງ ກິດ, ຝຣັ່ງ, ການາດາ ເປັນຕົ້ນ ໄດ້ເຂົ້າຮ່ວມພິທີຕາມການເຊີນ.
ກ່ອນໜ້ານີ້ 80 ປີ, ປະຊາຊາດຈີນໄດ້ຜ່ານການຕໍ່ສູ້ຢ່າງນອງເລືອດທີ່ຫຍຸ້ງຍາກລຳບາກ ແລະ ຍືດເຍື້ອຍາວນານເປັນເວລາເຖິງ 14 ປີ ຈົນສາມາດຍາດໄດ້ໄຊຊະນະອັນຍິ່ງໃຫຍ່ຂອງສົງຄາມຕໍ່ຕ້ານການຮຸກຮານຂອງຟາດຊິດ ແລະ ປະກາດໄຊຊະນະຢ່າງສົມບູນຂອງສົງຄາມຕໍ່ຕ້ານຟາດຊິດໂລກ. ສົງຄາມຕໍ່ຕ້ານຟາດຊິດຂອງຈີນແມ່ນເລີ່ມຂຶ້ນກ່ອນໝູ່, ດຳເນີນເປັນເວລາດົນນານທີ່ສຸດ, ໂດຍໄດ້ຄ້ຳຊູສະໝໍລະພູມຮົບຫຼັກຢູ່ຕາເວັນອອກຂອງສົງຄາມຕໍ່ຕ້ານຟາດຊິດໂລກດ້ວຍການເສຍສະຫຼະຊີວິດຢ່າງຫຼວງຫຼາຍຂອງຊາດຕົນ ຊຶ່ງໄດ້ປະກອບສ່ວນສຳຄັນທາງປະຫວັດສາດເຂົ້າໃນໄຊຊະນະສົງຄາມຕໍ່ຕ້ານຟາດຊິດໂລກ.