ຈີນ ຈັດຢູ່ອັນດັບທີ 1 ໃນ 53 ປະເທດ ແລະ ເຂດແຄ້ວນທີ່ເຂົ້າ ມາລົງທຶນຢູ່ລາວ

ອີງຕາມຂໍ້ມູນຈາກກອງປະຊຸມສະຫຼຸບ ວຽກງານຂອງຄະນະ ກໍາມະການຮ່ວມມື ລາວ-ຈີນ ປະຈໍາປີ 2024 ແລະ ກໍານົດທິດ ທາງວຽກຈຸດສຸມ ປີ 2025 ຈັດຂຶ້ນໃນວັນທີ 14 ມີນາ 2025 ທີ່ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ນັບແຕ່ລັດຖະບານໄດ້ເປີດນະ ໂຍບາຍສົ່ງເສີມການລົງທຶນ, ການຮ່ວມມື ແລະ ການຄ້າຈາກ ສປ ຈີນ ມີທ່າກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງ ໂດຍເຫັນໄດ້ຈໍານວນໂຄງການ ແລະມູນຄ່າໂຄງການທີ່ໄດ້ອະນຸມັດແຕ່ປີ 1989 ມາຮອດປັດຈຸບັນ ມີທັງໝົດ 927 ໂຄງການ, ມີມູນຄ່າອະນຸ ມັດທັງໝົດຫຼາຍກວ່າ 18 ຕື້ກວ່າໂດລາສະຫະລັດ ເຮັດໃຫ້ຈີນຈັດຢູ່ອັນດັບ 1 ໃນ 53 ປະເທດ ແລະ ເຂດແຄ້ວນທີ່ເຂົ້າມາລົງທຶນໃນ ສປປ ລາວ.
ການລົງທຶນຈາກຈີນ ສ່ວນໃຫຍ່ແມ່ນໃນຂະແໜງພະລັງງານໄຟຟ້າ, ບໍ່ແຮ່, ບໍລິ ການ, ກະສິກຳ ແລະ ຂະແໜງການອື່ນໆ.





