ໃນໂອກາດວັນຊາດ ສປປ ລາວ ຄົບຮອບ 50 ປີ (02/12/1975-02/12/2025) ທ່ານ ສົມພອນ ສີຈະເລີນ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສປ ຈີນ ໄດ້ໃຫ້ສໍາພາດຕໍ່ນັກຂ່າວພະແນກພາສາລາວຂອງວິທະຍຸໂທລະພາບສູນກາງຈີນ (CMG) ຢູ່ສະຖານທູດລາວ ທີ່ນະຄອນຫຼວງປັກກິ່ງ ໃນວັນທີ 25 ພະຈິກ 2025 ວ່າ: ຜົນສຳເລັດອັນໃຫຍ່ຫຼວງທີ່ສຸດພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍ ຕະຫຼອດໄລຍະ 50 ປີ ຜ່ານມາ ພາຍໃຕ້ການນໍາພາ-ຊີ້ນໍາອັນຖືກຕ້ອງ ແລະ ສະຫຼາດສ່ອງໃສຂອງພັກປະຊາຊົນ ປະຕິວັດລາວ ເຮັດໃຫ້ປະເທດລາວ ກາຍເປັນປະເທດທີ່ມີເອກະລາດຢ່າງສົມບູນ, ປະຊາຊົນລາວບັນດາເຜົ່າມີສິດເສລີພາບທີ່ແທ້ຈິງ, ປະເທດຊາດໄດ້ຮັບການພັດທະນາຢ່າງໃຫຍ່ຫຼວງຮອບດ້ານ, ໂສມໜ້າຂອງປະເທດມີການປ່ຽນແປງໃຫຍ່ຫຼວງຮອບດ້ານ ໂດຍສະເພາະພາຍຫຼັງພັກປະຊາຊົນປະຕິວັດລາວໄດ້ວາງແນວທາງປ່ຽນແປງໃໝ່ໃນປີ 1986 ເປັນຕົ້ນມາ ເສດຖະກິດ-ສັງຄົມຂອງລາວ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນມີການປ່ຽນແປງ, ຍິ່ງກວ່ານັ້ນແມ່ນສາມາດຮັກສາໄດ້ສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ, ມີຄວາມສາມັກຄີປອງດອງ ແລະ ວັດທະນະທຳ-ສັງຄົມຂອງຊາດໄດ້ຮັບການຟື້ນຟູ ເຮັດໃຫ້ຖານະຂອງລາວໃນເວທີພາກພື້ນ ແລະສາກົນນັບມື້ໄດ້ຮັບການຍົກສູງຂຶ້ນ.

ທ່ານ ສົມພອນ ສີຈະເລີນ ໃຫ້ຮູ້ຕື່ມວ່າ: ປັດຈຸບັນ ສປປ ລາວ ໄດ້ພົວພັນກັບ 151 ປະເທດ, ມີການພົວພັນກັບ 145 ພັກການເມືອງໃນ 80 ກວ່າປະເທດ, ພ້ອມກັນນັ້ນຍັງໄດ້ເປັນສະມາຊິກຂອງອົງການຈັດຕັ້ງສາກົນຫຼາຍກວ່າ 40 ອົງການ. ຫຼ້າສຸດໃນເດືອນກັນຍາ 2025 ໄດ້ເປັນປະເທດສັງເກດການຂອງອົງການຮ່ວມມືຊຽງໄຮ້ ສະແດງໃຫ້ເຫັນວ່າ ປະເທດລາວໄດ້ ຮັບຜົນສຳເລັດອັນໃຫຍ່ຫຼວງໃນດ້ານການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ພ້ອມນີ້ ການເຄື່ອນໄຫວສາກົນນັບມື້ໄດ້ຮັບການເປີດກວ້າງ ແລະ ມີເພື່ອນມິດຜູ້ສະໜັບສະໜູນທັງທາງໃກ້ ແລະ ທາງໄກ ເຮັດໃຫ້ປະເທດລາວມີຄວາມສະຫງົບໂດຍພື້ນຖານ ອັນນີ້ແມ່ນຈະແຈ້ງທີ່ສຸດຖ້າທຽບກັບກ່ອນໜ້ານັ້ນ ຊຶ່ງສປປ ລາວ ມີຄວາມຊາບຊຶ້ງຍິນດີພາຍໃຕ້ການນຳພາຂອງພັກ, ການເຂົ້າຮ່ວມຂອງປະຊາຊົນລາວໃນທົ່ວສັງຄົມ, ທັງໄດ້ຮັບການຊ່ວຍເຫຼືອຈາກເພື່ອນມິດທາງໃກ້ ແລະ ທາງໄກ ເຮັດໃຫ້ປະເທດມີການປ່ຽນແປງໄປສູ່ໂສມໜ້າໃໝ່ ສາມາດເວົ້າໄດ້ວ່າໃນເຄິ່ງສະຕະວັດຜ່ານມາ ສປປ ລາວ ໄດ້ສ້າງພື້ນຖານອັນໜັກແໜ້ນຫຼາຍດ້ານທີ່ມີລັກສະນະພົ້ນເດັ່ນ ເພື່ອສືບຕໍ່ນຳພາປະເທດຊາດກ້າວຂຶ້ນສູ່ຈຸດໝາຍການພັດທະນາປະເທດຕາມທີ່ພັກປະຊາຊົນ ປະຕິວັດລາວ ໄດ້ວາງໄວ້.
ທ່ານ ສົມພອນ ສີຈະເລີນ ຍັງໄດ້ຕີລາຄາກ່ຽວກັບການພົວພັນຮ່ວມມືຮອບດ້ານລະຫວ່າງສອງປະເທດ ລາວ-ຈີນ ນັບຕັ້ງແຕ່ການສ້າງຕັ້ງ ສປປ ລາວ ໃນໄລຍະ 50 ປີຜ່ານມານີ້, ລາວ ແລະ ຈີນ ມີການພົວພັນຮ່ວມມືມິດຕະພາບນຳກັນມາຢ່າງຍາວນານ, ແຕ່ອັນສຳຄັນແມ່ນມີຊາຕາກຳຮ່ວມກັນ ສອງປະເທດເຄີຍໃຫ້ການຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນໄລຍະຕໍ່ສູ້ກູ້ຊາດ, ພາຍຫຼັງປະເທດລາວໄດ້ຮັບການປົດປ່ອຍ ການພົວພັນຮ່ວມມືມິດຕະພາບລະຫວ່າງ ລາວ-ຈີນ ໄດ້ຮັບການເພີ່ມພູນຄູນສ້າງນັບມື້ນັບເຂົ້າສູ່ລວງເລິກ ແລະ ມີລະດັບທີ່ສູງກວ່າເກົ່າ ກາຍເປັນຄູ່ຮ່ວມມືຮອບດ້ານໝັ້ນຄົງຍາວນານຕາມທິດ 4ດີ (ບ້ານໃກ້ເຮືອນຄຽງທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ ແລະຄູ່ ຮ່ວມທີ່ດີ) ແລະ ຈາກຄູ່ຮ່ວມມືຮອບດ້ານ ໝັ້ນຄົງຍາວນານ ກາຍເປັນຄູ່ຮ່ວມຊາຕາກຳໃນປີ 2019 ຊຶ່ງເລຂາທິການໃຫຍ່ຂອງສອງພັກ ໄດ້ລົງນາມຂໍ້ຕົກລົງວ່າດ້ວຍການສ້າງແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ ມາຮອດປັດຈຸບັນ ແມ່ນພວມຢູ່ໃນໄລຍະທີ 2 ຂອງການຈັດຕັ້ງປະຕິບັດແຜນແມ່ບົດດັ່ງກ່າວທີ່ມີໄລຍະປະຕິບັດແຕ່ປີ 2024-2028. ສິ່ງນີ້ສະແດງໃຫ້ເຫັນວ່າ ການພົວພັນຮ່ວມມືລະຫວ່າງສອງປະເທດນັບມື້ນັບນັບໄດ້ຮັບການພັດທະນາຂຶ້ນສູ່ລະດັບສູງ ດັ່ງທີ່ ສະຫາຍ ທອງລຸນ ສີສຸລິດເລຂາທິການໃຫຍ່ພັກປະຊາຊົນ ປະຕິວັດລາວ ໄດ້ເນັ້ນຢ້ຳໃນເວລາພົບປະກັບ ສະຫາຍ ສີຈິ້ນຜິງ ເລຂາທິການໃຫຍ່ພັກຄອມມູນິດຈີນວ່າ: ການພົວພັນຮ່ວມມືລະຫວ່າງສອງປະເທດແມ່ນຢູ່ໃນໄລຍະດີທີ່ສຸດໃນປະຫວັດສາດ ແລະ ນຳເອົາຜົນປະໂຫຍດນັບມື້ນັບຫຼາຍຂຶ້ນມາສູ່ປະຊາຊົນສອງຊາດ ແລະ ພາລະກິດການສ້າງສາພັດທະນາຢູ່ໃນສອງປະເທດພວກເຮົາ.

ສະຫາຍ ສົມພອນ ສີຈະເລີນ ຍັງໄດ້ຕີລາຄາຕໍ່ໝາກຜົນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 14 ຂອງຈີນ ຕະຫຼອດໄລຍະ 5 ປີ (2021-2025) ວ່າ: ແຜນພັດທະນາດັ່ງກ່າວ ໄດ້ຮັບຜົນສໍາເລັດທີ່ໜ້າເພີ່ງພໍໃຈທີ່ສຸດ ເພາະເປັນການພັດທະນາປະເທດທີ່ຢູ່ໃນໄລຍະທີ່ບໍ່ປົກກະຕິ ແລະ ເປັນໄລຍະທີ່ຫຍຸ້ງຍາກ ແຕ່ດ້ວຍການນຳພາທີ່ເຂັ້ມແຂງຂອງພັກຄອມມູນິດຈີນ ທີ່ມີ ສະຫາຍ ສີຈິ້ນຜິງ ເປັນແກນກາງ, ບວກກັບຄວາມສາມັກຄີຂອງປະຊາຊົນຈີນທົ່ວປະເທດທີ່ເປັນກຳລັງແຮງທີ່ບໍ່ເຫືອດແຫ້ງ ໄດ້ເຮັດໃຫ້ການພັດທະນາເສດຖະກິດຂອງຈີນ ເວົ້າລວມ, ເວົ້າສະເພາະການປະຕິບັດແຜນພັດທະນາດັ່ງກ່າວບັນລຸຜົນສຳເລັດເປັນໜ້າເພີ່ງພໍໃຈ ເຮັດໃຫ້ຈີນສືບຕໍ່ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ໄດ້ສ້າງພື້ນຖານສຳຄັນໃຫ້ແກ່ການສືບຕໍ່ວາງແຜນພັດທະນາ 5 ປີ ຄັ້ງທີ 15 ຂອງຈີນທີ່ຈະມາເຖິງ ເພາະແຜນພັດທະນາ 5 ປີ ຄັ້ງທີ 15 ເປັນແຜນພັດທະນາທີ່ໄດ້ກຳນົດຍຸດທະສາດນຳເອົາປະເທດຈີນໃຫ້ໄປສູ່ການບັນລຸການສ້າງສັງຄົມນິຍົມທີ່ທັນສະໄໝໂດຍພື້ນຖານໃນປີ 2035 ຊຶ່ງເປັນຄາດໝາຍສູ້ຊົນສຳຄັນໃນສະພາບແວດລ້ອມຂອງໂລກປັດຈຸບັນທີ່ເສດຖະກິດບໍ່ມີຄວາມໝັ້ນທ່ຽງ, ມີຫຼາຍປັດໃຈສະຫຼັບຊັບຊ້ອນ ແລະ ຄາດຄະເນໄດ້ຍາກ ແຕ່ການວາງຍຸດທະສາດ ແລະ ກໍານົດຈຸດໝາຍສູ້ຊົນທີ່ມີລັກສະນະຕໍ່ເນື່ອງຄືດັ່ງກ່າວນັ້ນໄດ້ສ້າງຄວາມປະທັບໃຈ, ສ້າງຄວາມເຊື່ອໝັ້ນໃຫ້ແກ່ວົງຄະນະຍາດສາກົນ ແລະ ການພັດທະນາທັງໂລກ ເພາະເສດຖະກິດຂອງຈີນປະກອບສ່ວນ 30% ເຂົ້າໃນການຂະຫຍາຍຕົວຂອງເສດຖະກິດໂລກ. ສະນັ້ນ, ສິ່ງນີ້ຈິ່ງແມ່ນແຮງຂັບເຄື່ອນໜຶ່ງ ແລະ ສ້າງຄວາມຫວັງໃຫ້ແກ່ສາກົນວ່າ ການພັດທະນາຂອງຈີນບໍ່ໄດ້ມີຄວາມໝາຍສໍາຄັນຕໍ່ປະເທດຈີນເທົ່ານັ້ນ, ຫາກຍັງມີຄວາມສໍາຄັນຕໍ່ສາກົນ ແລະ ໂລກອີກດ້ວຍ, ຊຶ່ງຈະສ້າງກາລະໂອກາດໃໝ່ໃຫ້ແກ່ຫຼາຍປະເທດ ນັບທັງລາວ ໃນການຮຽນຮູ້, ສຶກສາ ແລະ ຍາດເອົາກາລະໂອກາດທີ່ຈະຮ່ວມມືໃນໄລຍະໃໝ່ກັບ ສປ ຈີນ.

ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສປ ຈີນ ຍັງໄດ້ຍົກໃຫ້ເຫັນວ່າ: ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 15 ຂອງຈີນມີຜົນດີຕໍ່ການພັດທະນາຂອງລາວ ຄື: ມີລັກສະນະຍຸດທະສາດ, ມີລັກສະນະຕໍ່ເນື່ອງ, ແຕ່ທີ່ສໍາຄັນອັນໜຶ່ງແມ່ນມີລັກສະນະວິທະຍາສາດ ທີ່ໄດ້ສອດຫ້ອຍໄປກັບຜົນປະໂຫຍດອື່ນໆ ບໍ່ສະເພາະແຕ່ກັບຈີນເທົ່ານັ້ນ, ຍັງລວມໄປເຖິງປະເທດລາວ ຕື່ມອີກ. ການວາງແຜນພັດທະນາຂອງຈີນຄັ້ງນີ້ ແມ່ນສາມາດເຫັນໄດ້ຫຼາຍດ້ານ ໂດຍສະເພາະ 7 ເປົ້າໝາຍສູ້ຊົນ ແລະ 6 ຫຼັກການທີ່ຈີນວາງໄວ້, ຜ່ານການຄົ້ນຄວ້າແລ້ວເຫັນວ່າໄດ້ເປັນພື້ນຖານອັນໜຶ່ງໃຫ້ແຕ່ລະປະເທດໄດ້ຄົ້ນຄົ້ນ, ສຶກສາ ແລະ ຍາດເອົາກາລະໂອກາດໃຫ້ໄດ້ຫຼາຍທີ່ສຸດເພື່ອເຂົ້າສູ່ການຮ່ວມພັດທະນາກັບຈີນ, ຈີນ ໄດ້ຖືເອົາ ການພັດທະນາໂດຍຫັນເປັນທັນສະໄໝ ແລະ ຄຸນນະພາບສູງເປັນຕົ້ນຕໍ, ລວມທັງການພັດທະນາສີຂຽວ ແລະ ຍືນຍົງ ມີທັງດ້ານກະສິກໍາ, ອຸດສາຫະກໍາ, ດິຈິຕອນ ແລະ ອື່ນໆ. ທັງໝົດນີ້, ຖືເປັນໂອກາດດີໃຫ້ປະເທດລາວນໍາມາປັບໃຊ້ເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຂອງຕົນເພື່ອໃຫ້ການພັດທະນາປະເທດຊາດນັບມື້ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.
ໂດຍ: BT ວສລ


