ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຈີນ-ມຽນມາ-ໄທ ຮ່ວມ​ກັນປຶກສາຫາລືຕ້ານອາຊະຍາກໍາຂ້າມ​ຊາດດ້ານ​ການຫຼອກລວງທາງໂທລະຄົມ

Mar 5, 2025

​ຫວ່າງ​ມໍ່ໆ​ມານີ້, ພາກ​ສ່ວນ​ທີ່​​ກ່ຽວ​ຂ້ອງ​ຂອງຈີນ-ມຽນມາ-ໄທ​ໄດ້​ຈັດກອງປະຊຸມປະສານງານລະດັບກະຊວງເພື່ອຮ່ວມ​ກັນປາບ ປາມອາຊະຍາກໍາຂ້າມ​ຊາດດ້ານ​ການຫຼອກລວທາງໂທລະຄົມຢູ່ນະ ຄອນຫຼວງບາງກອກຂອງໄທ ໂດຍໄດ້ແລກປ່ຽນຄວາມເຫັນ​ຢ່າງເລິກເຊິ່ງ ແລະ ມີ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອ​ກະ​ພາບ​ກັນຫຼາຍ​ຢ່າງ​ກ່ຽວ​ກັບ​ບັນ​ຫາການ​ຮ່ວມ​ກັນຕ້ານອາຊະຍາກໍາຂ້າມ​ຊາດດັ່ງກ່າວ‌​ຕື່ມ​ອີກ.
ກອງ​ປະ​ຊຸມ​ຄັ້ງ​ນີ້​ ແມ່ນຜົນສໍາເລັດທີ່ສໍາຄັນ​ລັກ​ສະ​ນະຂັ້ນຕອນແຫ່ງ​ການ​ຮ່ວມ​ມື​ປະ​ຕິ​ບັດ​ກົດ​ໝາຍ​ລະ​ຫວ່າງຈີນ-ມຽນມາ-ໄທ​ໃນ​ການປາບປາມອາຊະຍາກໍາຂ້າມ​ຊາດດ້ານ​ການຫຼອກລວງທາງໂທ ລະຄົມ, 3 ຝ່າຍ​ຕ້ອງ​ລົງ​ເລິກ​ຈັດ​ຕັ້ງ​ປະ​ຕິ​ບັດ​ຄວາມຮັບ​ຮູ້​ທີ່​ເປັນ​ເອ​ກະ​ພາບ​ກັນ​​ໃນ​ການ​ຮ່ວມ​ກັນປາບປາມອາຊະຍາກໍາຂ້າມ​ຊາດດ້ານ​ການຫຼອກລວງທາງໂທລະຄົມ​, ສ້າງກົນໄກປະສານງານທີ່ເປັນປະ​ຈຳ, ເ​ພີ່ມ​ທະ​ວີການ​ຊົມ​ໃຊ້ຂໍ້ມູນຂ່າວສານ​ຮ່ວມ​ກັນ, ດໍາເນີນ​ວຽກ​ງານສົ່ງຄືນຜູ້ຕ້ອງ​ຫາແລະ​ປັບ​ປຸງ​ລະ​ບຽບ​ການ​ທີ່​ກ່ຽວ​ຂ້ອງ​ໃຫ້​ສົມ​ບູນຂຶ້ນຢ່າງຕໍ່ເນື່ອງ, ​ຍົກສູງປະສິດທິຜົນ​ໃນ​ການປາບ ປາມໃຫ້ສູງ​ຂຶ້ນ​ຢ່າງ​ບໍ່​ຢຸດຢັ້ງ, ພ້ອມ​ທັງ​ເພີ່ມ​ທະ​ວີການ ຮ່ວມມືກັບປະເທດອື່ນໃນ​ດ້ານ​ການ​ປະ​ຕິ​ບັດ​ກົດ​ໝາຍ, ​ຮ່ວມ​ກັນ​ປົກ​ປັກ​ຮັກ​ສາສັນ​ຕິ​ພາບ​ແລະຄວາມສະຫງົບຂອງພາກພື້ນ.
ທີ່ມາ: CMG
May be an image of 2 people