ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຈີນ-ລາວ ຈັດສຳມະນາຜັນຂະຫຍາຍຈິດໃຈກອງປະຊຸມຄົບຄະນະ ຄັ້ງທີ 4 ສະໄຫມທີ XX ຂອງພັກກອມມູນິດຈີນ

Nov 25, 2025

ວັນທີ 24 ພະຈິກ 2025 ກົງສູນໃຫຍ່ ສປ ຈີນ ປະຈຳແຂວງຫຼວງພະບາງ ຮ່ວມກັບ ວິທະຍຸໂທລະພາບສູນກາງຈີນ CMG ປະຈຳລາວໄດ້ຈັດກອງປະຊຸມສຳມະນາ ຜັນຂະຫຍາຍ ຈິດໃຈກອງປະຊຸມຄົບຄະນະ ຄັ້ງທີ 4 ສະໄໝທີ XX ຂອງສູນກາງພັກກອມມູນິດຈີນ ຮ່ວມກັນສ້າງຄູ່ຮ່ວມຊາຕາກຳລາວ-ຈີນ ພາຍໃຕ້ຫົວຂໍ້: ຂະບວນການໃໝ່ ໂອກາດໃໝ່ການພັດທະນາໃໝ່” ໂດຍການເຂົ້າຮ່ວມຂອງທ່ານ ນາງ ວິລະວອນ ພັນທະວົງ ຮອງຫົວຫນ້າຄະນະໂຄສະນາອົບຮົມສູນກາງພັກ, ທ່ານ ຄຳຫຼ້າ ລຽນປະດິດ ຮອງເລຂາພັກແຂວງຫລວງພະບາງ, ທ່ານ ຈ່າງ ເສີຜິງ ຫົວຫນ້າສະຖານກົງສູນໃຫຍ່ ສປ ຈີນ ປະຈຳຫຼວງພະບາງ, ທ່ານ ນາງ ແສງແກ້ວ ຫົວໜ້າ CMG ປະຈຳລາວ ພ້ອມດ້ວຍແຂກຮັບເຊີນ ແລະ ການນໍາແຂວງອ້ອມຂ້າງເຂົ້າຮ່ວມ.
May be an image of one or more people and text No photo description available.
ໃນກອງປະຊຸມຄັ້ງນີ້, ທ່ານ ຈ່າງ ເສີຜິງ ກ່າວວ່າ: ກອງປະຊຸມຄົບຄະນະ ຄັ້ງທີ 4 ຂອງຄະນະກຳມະການສູນກາງພັກກອມມູນິດຈີນ ສະໄໝທີ XX ໄດ້ຮັບຮອງເອົາແຜນການ 5 ປີຄັ້ງທີ XV ຢ່າງສຳເລັດຜົນ, ສະແດງໃຫ້ເຫັນເຖິງການນຳພາທີ່ສົມບູນແບບຂອງພັກ ແລະ ຂໍ້ໄດ້ປຽບຂອງລະບົບສັງຄົມນິຍົມທີ່ມີລັກສະນະສີສັນຂອງຈີນ. ການພັດທະນາຂອງຈີນບໍ່ພຽງແຕ່ກ່ຽວຂ້ອງກັບຕົນເອງເທົ່ານັ້ນ ຫາກຍັງເຊື່ອມໂຍງຢ່າງໃກ້ຊິດກັບໂລກ, ໂດຍສະເພາະການຮ່ວມມືກັບປະເທດເພື່ອນບ້ານເຊັ່ນ: ສປປ ລາວ. ທາງລົດໄຟຈີນ-ລາວ ໄດ້ກາຍເປັນແຮງຂັບເຄື່ອນໃໝ່ສຳລັບການເຕີບໂຕທາງເສດຖະກິດຂອງລາວ ແລະ ການຮ່ວມມືໃນຂົງເຂດຕ່າງໆທີ່ກຳລັງຈະເລີນຮຸ່ງເຮືອງ. ຈີນຍິນດີ ຈະຮ່ວມມືກັບລາວ ເພື່ອສ້າງຄູ່ຮ່ວມຊະຕາກຳຈີນ-ລາວ ທີ່ມີອະນາຄົດຮ່ວມກັນ, ເລັ່ງການພັດທະນາເສັ້ນທາງລົດໄຟ, ສ້າງເຂດເສດຖະກິດ ທີ່ມີຄຸນນະພາບສູງ ແລະ ຍົກລະດັບການຮ່ວມມືຍຸດທະສາດຮອບດ້ານ.
No photo description available. No photo description available.
ທ່ານ ນາງ ວິລະວອນ ພັນທະວົງກ່າວວ່າ: ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີເທື່ອໃດ ລ້ວນແຕ່ໄດ້ສືບທອດເປົ້າໝາຍຍຸດທະສາດໄລຍະຍາວ, ທັງໄດ້ເພີ່ມເນື້ອໃນເຂົ້າ ໂດຍອີງຕາມຈຸດພິເສດຂອງແຕ່ລະໄລຍະ ເຊັ່ນ: ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ XV ໄດ້ເນັ້ນເຖິງ ການພັດທະນາຢ່າງມີຄຸນນະພາບສູງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງໃນດ້ານເຕັກນິກວິທະຍາສາດ. ສິ່ງນີ້ໄດ້ຕອບສະໜອງເຖິງຄວາມຮຽກຮ້ອງຕ້ອງການຂອງໂລກໃນປັດຈຸບັນ ທີ່ສຸມໃສ່ການແຂ່ງຂັນດ້ານເຕັກນິກວິທະຍາສາດ ແລະ ການພັດທະນາແບບຍືນຍົງ. ການວາງແຜນໄລຍະຍາວ ແມ່ນໄດ້ອີງໃສ່ຈຸດພິເສດຂອງຍຸກສະໄໝນັ້ນ, ໄດ້ກາຍເປັນແບບຢ່າງທີ່ມີຄວາມກ້າວໜ້າ ແລະ ໝັ້ນຄົງໃຫ້ແກ່ບັນດາປະເທດທີ່ກຳລັງພັດທະນາ.
No photo description available. May be an image of dais
ຕໍ່ການເປັນຄູ່ຮ່ວມຊະຕາກຳລາວ-ຈີນ ໄດ້ເຕົ້າໂຮມຄວາມເປັນເອກະພາບກັນ ລະຫວ່າງ ລາວ-ຈີນ ໃນດ້ານການຊົມໃຊ້ສິດຜົນປະໂຫຍດຮ່ວມກັນທາງດ້ານການວາງແຜນ. ການວາງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຂອງ ສປ ຈີນ ແມ່ນມີຄວາມໝາຍທາງດ້ານຍຸດທະສາດ ແລະ ມີເນື້ອໃນທີ່ຕິດແທດຕົວຈິງ ເພື່ອໃຫ້ປະຊາຊົນສາມາດເຂົ້າເຖິງ ແລະ ສາມາດຈັດຕັ້ງປະຕິບັດໄດ້ຢ່າງເປັນເອກະພາບ, ຊຶ່ງກາຍເປັນບົດຮຽນອັນມີຄຸນຄ່າໃຫ້ກັບລາວ ໃນການພັດທະນາຕົນເອງ ເພື່ອກ້າວໄປສູ່ຄວາມທັນສະໄໝ ທີ່ແທດເໝາະກັບສະພາບຕົວຈິງ ຂອງ ສປປ ລາວ.
May be an image of text