ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຈີນ, ລາວ, ມຽນມາ ແລະໄທ ລາດຕະເວນຮ່ວມເພື່ອປະຕິບັດກົດໝາຍຕາມລຳແມ່ນ້ຳ ຄັ້ງທີ 145

Sep 30, 2024

ຫ້ອງການຖະແຫຼງຂ່າວພະແນກປ້ອງກັນຄວາມສະຫງົບຂອງແຂວງຢຸນນານຈີນ ລາຍງານວ່າ: ໃນເວລາ 10 ໂມງ 30 ນາທີຂອງວັນທີ 27 ກັນຍານີ້, ຄຽງຄູ່ກັບເຮືອລາດຕະເວນທີ່ປະຕິບັດກົດໝາຍຂອງຈີນເລກ 53107 ແລະ 53105 ພ້ອມທັງເຮືອລາດຕະເວນທີ່ປະຕິບັດກົດໝາຍຂອງລາວເລກ 001 ຄ່ອຍໆເຂົ້າຈອດຢູ່ທ່າເຮືອຈິງຮ່າກິ່ງແຂວງປົກຄອງຕົນເອງເຜົ່າລື້ສິບສອງພັ່ນນາແຂວງຢຸນນານຈີນ, ການເຄື່ອນໄຫວລາດຕະເວນຮ່ວມເພື່ອປະຕິບັດກົດໝາຍຕາມລຳແມ່ນ້ຳຂອງລະຫວ່າງຈີນ, ລາວ, ມຽນມາ ແລະໄທຄັ້ງທີ 145 ໄດ້ສິ້ນສຸດລົງຢ່າງຈົບງາມ.
ການເຄື່ອນໄຫວຄັ້ງນີ້ໄດ້ດຳເນີນໄປເປັນເວລາ 4 ວັນ 3 ຄືນ, ໄດ້ເດີນເຮືອທັງໝົດຫຼາຍກວ່າ 600 ກິໂລແມັດ. ພາກສ່ວນປະ ຕິບັດກົດໝາຍຂອງ 4 ປະເທດໄດ້ສົ່ງເຮືອເຂົ້າຮ່ວມເພື່ອປະຕິ ບັດກົດໝາຍທັງໝົດ 7 ລຳ, ສຸມໃສ່ດຳເນີນການເຄື່ອນໄຫວລາດຕະເວນ ແລະກວດກາທາງນ້ຳ ແລະທາງບົກຮ່ວມຢູ່ເຂດ “ສາມຫຼ່ຽມຄຳ”, ຊຽງລ້າ, ບ້ານມອມ ແລະເຂດນ້ຳອື່ນໆຕາມລຳແມ່ນ້ຳຂອງ.
ທີ່ມາ: CMG FM93
อาจเป็นรูปภาพของ 4 คน, เรือดำน้ำ และ เรือ