ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຈີນ-ລາວ-ມຽນມາ-ໄທ ສືບຕໍ່ຮ່ວມມື ໃນການປົກປັກຮັກ ສາຊາຍແດນ

Feb 11, 2026

 

ກອງປະຊຸມພົບປະແລກປ່ຽນ ສະພາບການຮ່ວມມື ໃນການລາດຕະເວນທາງນໍ້າຕາມລຳແມ່ນໍ້າຂອງ ຄັ້ງທີ 162 ລະຫວ່າງ 4 ປະເທດ (ຈີນ-ລາວ-ມຽນມາ-ໄທ) ຈັດຂຶ້ນໃນວັນທີ 10 ກຸມພາ 2026 ທີ່ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ໂດຍມີ ທ່ານ ພົນຕີ ຫລີສູຈຸນ ຮອງຫົວໜ້າກອງບັນຊາການຕຳຫລວດ ລາດຕະເວນທາງນໍ້າ ແຂວງຢຸນນານ ສປ ຈີນ, ທ່ານ ພັນເອກ ແສງເພັດ ແສງມະນີ ຫົວໜ້າການທະຫານ ກອງບັນຊາການທະຫານ ແຂວງບໍໍ່ແກ້ວ, ທ່ານ ພັນໂທ ອ່ອງມຽກໂມ ຫົວໜ້າກອງບັນຊາການຕຳຫລວດ ບ້ານປຸງ ເມືອງ ແລະ ແຂວງທ່າຂີ້ເຫລັກ ປະເທດມຽນມາ, ທ່ານ ພັນເອກ ມົນຕຣີ ຮອງຫົວໜ້າແມ່ທັບພາກ 5 ປະເທດໄທ ພ້ອມດ້ວຍສອງກໍາລັງ ທະຫານ-ຕຳຫລວດ 2 ແຂວງ (ບໍ່ແກ້ວ-ຫລວງນ້ຳທາ) ແລະ ຄະນະທີມງານ 4 ປະເທດເຂົ້າຮ່ວມ.


ກອງປະຊຸມ, ໄດ້ທົບທວນຄືນສະພາບການຮ່ວມມື ໃນການປົກປັກຮັກສາຊາຍແດນ ໃນໄລຍະຜ່ານມາ ເປັນຕົ້ນ ການຮ່ວມມືກັນໃນການປະຕິບັດກົດໝາຍ ຮ່ວມລາດຕະ ເວນຮ່ວມທາງນໍ້າ ຕາມລຳແມ່ຂອງຕອນເໜືອ, ໃນການແກ້ໄຂບັນຫາສະພາບຂ້າມແດນຜິດກົດໝາຍ, ຄ້າຂາຍເຖື່ອນ,ຄ້າຂາຍຢາເສບຕິດຕາມຊາຍແດນ.ນອກນັ້ນ, ກອງປະຊຸມ ຍັງໄດ້ທົບທວນຄືນ ແລະ ຍົກໃຫ້ເຫັນວຽກງານການປະສານສົມທົບ ລະຫວ່າງ 4 ປະເທດ (ຈີນ-ລາວ- ມຽນມາ-ໄທ) ທີ່ໄດ້ມີການພົວພັນປະສານສົມທົບກັນຢ່າງແໜ້ນແຟ້ນ ໃນການປະຕິບັດກົດໝາຍລາດຕະເວນຮ່ວມ ກັນ ເພື່ອຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບ ຮ້ອຍຕາມລຳແມ່ນໍ້າຂອງ ຂອງ 4 ປະເທດ, ການພົວພັນຮ່ວມມືຊ່ວຍເຫລືອເຊິ່ງກັນແລະກັນ ບົນພື້ນຖານຈິດໃຈສາມັກຄີ, ມິດຕະພາບ ແລະ ການຮ່ວມມື.
ກອງປະຊຸມຄັ້ງນີ້, ໄດ້ເອກກະພາບກ່ຽວກັບທິດທາງແຜນການທີ່ 4 ຝ່າຍ ຈະໄດ້ສືບຕໍ່ຮ່ວມມືກັນໃນຕໍ່ໜ້າເປັນຕົ້ນ ການກຽມຄວາມພ້ອມໃນການລາດຕະເວນຮ່ວມກັນຄັ້ງທີ 163 ທີ່ຈະມາເຖິງນີ້ ແລະ ການຍົກລະດັບການພົວ ພັນຮ່ວມມືປະສານສົມທົບ ລະຫວ່າງກຳລັງປ້ອງກັນຊາຍ ແດນຂອງ 4 ປະເທດ ໃຫ້ນັບມື້ກ້າວເຂົ້າສູ່ລວງເລິກ ເພື່ອພ້ອມກັນເຮັດສໍາເລັດໜ້າທີ່, ພ້ອມກັນສ້າງຊາຍແດນໃຫ້ເປັນຊາຍແດນສັນຕິພາບ, ມິດຕະພາບ ແລະ ຮ່ວມມືພັດ ທະນາ. ພ້ອມກັນນັ້ນ, 4 ປະເທດ (ຈີນ-ລາວ-ມຽນມາ-ໄທ) ແມ່ນຈະສືບຕໍ່ແລກປ່ຽນສະພາບເຊິ່ງກັນ ແລະ ກັນໃຫ້ເປັນປົກກະຕິ.

ຂ່າວ: ນີ່ ທຳມະວົງ