ເຮືອບິນ China Eastern Airlines ທີ່ບັນທຸກເຄື່ອງເພື່ອໄປຊ່ວຍເຫລືອມຽນມາ ທີ່ປະສົບໄພແຜ່ນດິນໄຫວ ໄດ້ອອກເດີນທາງຈາກນະຄອນຄຸນໝິງ ເມືອງຫຼວງຂອງແຂວງຢູນນານທາງພາກຕາເວັນຕົກສ່ຽງໃຕ້ຂອງຈີນ ໃນຕອນບ່າຍວັນທີ 30 ມີນາ 2025 ນີ້.
ເຄື່ອງຊ່ວຍເຫຼືອມີນໍ້າໜັກລວມທັງໝົດ 7,3 ໂຕນ, ໃນນັ້ນ ປະກອບມີ: ເຄື່ອງນຸ່ງຫົ່ມ, ຢາປິ່ນປົວ, ເຕັ້ນ ແລະ ສິນຄ້າຈຳເປັນອື່ນໆ.
ສໍາລັບປະເທດຈີນ, ກ່ອນໜ້ານີ້ ຄືວັນທີ 29 ມີນານີ້ ທີມງານກູ້ໄພຈາກແຂວງຢຸນຂອງຈີນ ໄດ້ເດີນທາງໄປຮອດມຽນມາ ເຊິ່ງເປັນທີມກູ້ໄພຈາກຕ່າງປະເທດຂະບວນທຳອິດທີ່ເຂົ້າໄປຊ່ວຍ ເຫລືອກູ້ໄພແຜ່ນດິນໄຫວຮຸນແຮງໃນຄັ້ງນີ້.
ນອກຈາກນີ້, ລັດຖະບານຈີນໄດ້ປະກາດໃຫ້ການຊ່ວຍເຫຼືອສຸກເສີນແກ່ມຽນມາ 100 ລ້ານຢວນ.






