ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຈີນ ສ້າງອຸດສາຫະກຳມູນຄ່າພັນຕື້ຢວນຢູ່ເທິງນ້ຳກ້ອນ ແລະ ຫິມະ

Jan 19, 2026

ຈີນ ສ້າງອຸດສາຫະກຳມູນຄ່າພັນຕື້ຢວນຢູ່ເທິງນ້ຳກ້ອນ ແລະ ຫິມະ

ໃນຕອນເຊົ້າທີ່ສົດຊື່ນຂອງລະດູໜາວໃນແຂວງຊານຕຸງຂອງຈີນ, ທ່ານ ຢານ ບໍ່ໄດ້ຄິດເຖິງເລື່ອງເສດຖະສາດມະຫາພາກ. ໃນຖານະເປັນຜູ້ໜຶ່ງທີ່ມັກການຫຼິ້ນສະໂນບອດມາຕະຫຼອດຊີວິດ, ລາວໃຊ້ເວລາຫຼາຍປີຕິດຕາມຫິມະໃໝ່ໆ ທົ່ວເຄືອຂ່າຍສະຖານທີ່ຫຼິ້ນສະກີທີ່ກຳລັງເຕີບໂຕຂອງຈີນ. ປີນີ້, ລາວໄດ້ກ້າວຂ້າມຜ່ານອີກຂັ້ນ: ລາວໄດ້ສ້າງຕັ້ງບໍລິສັດສະໂນບອດຂອງຕົນເອງ ຊື່: SnowRidge, ປ່ຽນຄວາມມັກສ່ວນຕົວໃຫ້ກາຍເປັນການລົງທຶນດ້ານການຄ້າ. ການຂາຍຫາກໍ່ເລີ່ມຕົ້ນ, ແຕ່ທ່ານກໍາລັງເຂົ້າສູ່ຕະຫຼາດໃນໄລຍະເວລາທີ່ໜ້ອຍຄົນຈະຄາດຄະເນໄດ້ເມື່ອສິບປີກ່ອນ – ເມື່ອກິລາລະດູໜາວໃນຈີນຍັງເປັນສິ່ງທີ່ໜ້າສົນໃຈສຳລັບກຸ່ມຄົນລະດັບສູງເທົ່ານັ້ນ.

ປັດຈຸບັນ, ນໍ້າ ແລະ ຫິມະໄດ້ກາຍເປັນອຸດສາຫະກຳພັນຕື້ຢວນ:  ເສດຖະກິດນໍ້າກ້ອນ ແລະ ຫິມະຂອງຈີນໄດ້ກ້າວຂ້າມໜຶ່ງພັນຕື້ຢວນ (ປະມານ 140 ຕື້ໂດລາ) ໃນປີ 2025 ເຊິ່ງເປັນການສະຫຼຸບການຂະຫຍາຍຕົວໃນທົດສະວັດທີ່ຫາໄດ້ຍາກໃນຕະຫຼາດກິລາ ຫຼື ການພັກຜ່ອນທົ່ວໂລກ. ສິ່ງທີ່ເລີ່ມຕົ້ນຈາກຄວາມພະຍາຍາມທີ່ໄດ້ຮັບການສະໜັບສະໜູນຈາກລັດໃນການເຜີຍແຜ່ກິລາລະດູໜາວໄດ້ພັດທະນາເປັນອຸດສາຫະກຳການບໍລິໂພກທີ່ກວ້າງຂວາງລະຫວ່າງການທ່ອງທ່ຽວ, ການຜະລິດ ແລະ ປະກົດການທາງວັດທະນະທຳ ເຊິ່ງກໍາລັງປ່ຽນແປງພູດອຍຈາກຊິນຈຽງ ໄປຫາເຫີເປີ່ຍຂອງຈີນ.

ຕົວເລກຂໍ້ມູນທີ່ຊີ້ບອກເຖິງແຮງຂັບເຄື່ອນ. ໃນເດືອນທຳອິດຂອງລະດູຫິມະປະຈຳປີ 2026 ທີ່ກໍາລັງດໍາເນີນຢູ່, ສະຖານທີ່ຫຼິ້ນສະກີຢູ່ຈີນມີຈຳນວນຜູ້ເຂົ້າຊົມ 35 ລ້ານຄົນ, ເພີ່ມຂຶ້ນ 10% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2025. ໃນນັ້ນ, ນັກທ່ອງທ່ຽວຈາກຕ່າງປະເທດມີຈຳນວນ 190,000 ຄົນ, ເພີ່ມຂຶ້ນ 66% ຈາກລະດູກ່ອນ. ໃນທົດສະວັດທີ່ຜ່ານມາ, ອຸດສາຫະກໍານໍ້າກ້ອນ ແລະ ຫິມະຂອງຈີນເຕີບໂຕດ້ວຍອັດຕາສະເລ່ຍຕໍ່ປີເກີນ 20%. ການບໍລິໂພກທີ່ກ່ຽວຂ້ອງເກີນ 187,5 ຕື້ຢວນ, ເພີ່ມຂຶ້ນຫຼາຍກວ່າ 25%.

ຈາກເນີນພູສູງສູ່ສະຖານທີ່ພັກຜ່ອນ: ສະຖານທີ່ຫຼິ້ນສະກີຮູບແບບໃໝ່ທີ່ເປັນຈຸດໝາຍ ເຊິ່ງອອກແບບມາຈາກສະຖານທີ່ຫຼິ້ນສະກີແບບຄົບວົງຈອນຫຼາຍກວ່າສະຖານທີ່ດັ່ງກ່າວໃນເອີຣົບ ໄດ້ກາຍເປັນເຄື່ອງຈັກຂັບເຄື່ອນການຂະຫຍາຍຕົວຂອງອຸດສາຫະກຳນີ້ ເຖິງແມ່ນສະຖານທີ່ຫຼິ້ນສະກີເຫົຼົ່ານີ້ມີພື້ນທີ່ພຽງ 4% ຂອງພື້ນທີ່ຫຼິ້ນສະກີທັງໝົດຂອງຈີນ, ແຕ່ສະຖານທີ່ປະມານ 30 ແຫ່ງດັ່ງກ່າວສາມາດດຶງດູດນັກຫຼິ້ນສະກີໄດ້ເກືອບ 29% ຂອງຈໍານວນນັກສະກີທັງໝົດທົ່ວປະເທດຈີນ.

 

ເຄືອຂ່າຍລົດໄຟຄວາມໄວສູງທີ່ຂະຫຍາຍຕົວຂອງຈີນໄດ້ຊ່ວຍສົ່ງເສີມໃນດ້ານນີ້. ການພັກຜ່ອນຫຼິ້ນສະກີແບບສັ້ນໆ 2 ຫຼື 3 ວັນໄດ້ກາຍເປັນທີ່ນິຍົມ, ໂດຍສະເພາະໃນບັນດາຄອບຄົວ ແລະ ຜູ້ເຮັດວຽກໃນຕົວເມືອງທີ່ກຳລັງຊອກຫາການພັກຜ່ອນເພື່ອຫຼີກລ່ຽງຄວາມວຸ່ນວາຍ. ສະຖານທີ່ຕ່າງໆ ເລີ່ມໂຄສະນາຕົນເອງໃນຖານະເປັນຈຸດໝາຍປານທາງຂອງການທ່ອງທ່ຽວຕະຫຼອດ 4 ລະດູ ໂດຍການໃຫ້ບໍລິການບໍ່ນໍ້າຮ້ອນ, ການຍ່າງປ່າ, ເຕັນນິສ, ກິລາ pickleball, ສວນນໍ້າເທິງພູດອຍ ແລະ ເທ ສະການລະດູໜາວທີ່ປະສົມປະສານລະຫວ່າງກິລາ ແລະ ການພັກຜ່ອນເຂົ້າດ້ວຍກັນ.

“ສະຖານທີ່ເຫຼົ່ານີ້ບໍ່ໄດ້ມີພຽງສະຖານທີ່ທີ່ມີແຕ່ລິຟອີກຕໍ່ໄປແລ້ວ ແລະ ເນີນສະກີອີກຕໍ່ໄປ”, ທ່ານ ເວີຍ ຊິງຮົວ, ປະທານບໍລິສັດ China Mountain Development ເຊິ່ງເປັນບໍລິສັດທີ່ປຶກສາກ່າວ. “ມັນແມ່ນສະຖານຫຼາຍອຸດສາຫະກຳ ທີ່ລວມເອົາທີ່ພັກ, ຮ້ານອາຫານ, ການສອນ, ການຂາຍຍ່ອຍ ແລະ ກິດຈະກຳຕະຫຼອດປີ ເຊິ່ງຊ່ວຍຂັບເຄື່ອນການບໍລິໂພກໄປໄກກວ່າລະດູໜາວ”.

ທີ່ສະຖານທີ່ຫຼິ້ນສະກີ ແລະ ສວນພູດອຍ Taiwoo ໃນຈຸ່ງກິ່ງ (Chongli) ເຂດເຈົ້າພາບໂອ ແລັມປິກທາງເໜືອປັກກິ່ງ, ການປ່ຽນແປງນີ້ສາມາດເຫັນໄດ້ຢ່າງຈະແຈ້ງ. ຈາກຜູ້ເຂົ້າຊົມທັງໝົດ 2,6 ລ້ານຄົນທີ່ສະຖານທີ່ແຫ່ງນີ້ຕ້ອນຮັບໃນປີກ່ອນ, ເກືອບ 70% ມາໃນເດືອນລະດູຮ້ອນ. 10 ປີກ່ອນ ຈຳນວນຜູ້ເຂົ້າຊົມຕໍ່ປີບໍ່ເຖິງ 100,000 ຄົນ.

“ປັດຈຸບັນພວກເຮົາອອກແບບສຳລັບຮອງຮັບວິຖີຊີວິດທີ່ແຕກຕ່າງອອກໄປ”, ທ່ານ ເນຍ ໜິ່ງໜິ່ງ, ຮອງປະທານຂອງຣີສອດດັ່ງກ່າວ ໄດ້ກ່າວ. ມີການຈັດກິດຈະກຳຂະໜາດໃຫຍ່ ທີ່ດຶງດູດຜູ້ເຂົ້າຊົມກວ່າ 2,000 ຄົນ ໂດຍ ຈັດຂຶ້ນເດືອນລະ 2 ຫຼື 3 ຄັ້ງ. ການຫຼິ້ນສະກີຍາມກາງຄືນ, ເທສະການດົນຕີ ແລະ ດອກໄມ້ໄຟ, ລວມເຖິງການຈັດຕັ້ງກິດຈະກຳທີ່ອະນຸຍາດໃຫ້ນຳສັດລ້ຽງເຂົ້າມາຮ່ວມໄດ້ກາຍເປັນສ່ວນໜຶ່ງຂອງການບໍລິການ.

ແຮງດຶງດູດຈາກພາກເໜືອ: ການທ່ອງທ່ຽວຂາເຂົ້າກຳລັງເພີ່ມຂຶ້ນຢ່າງວ່ອງໄວ. ລະດູໜາວນີ້, ການຈອງທີ່ພັກສຳລັບຈຸດໝາຍຫິມະຂອງຈີນຈາກຕ່າງປະເທດເພີ່ມຂຶ້ນເກືອບສອງເທົ່າ ໂດຍມີອັດຕາການເຕີບໂຕກວ່າ 130% ໃນເຂດເຫີເປີ່ຍ, ຊິນຈຽງ ແລະ ມົງໂກໄນ. ປັດຈຸບັນ, ອາຊີຕາເວັນອອກສຽງໃຕ້ກວມເອົາເກືອບ 70%ຂອງນັກທ່ອງທ່ຽວຕ່າງປະເທດ, ສ່ວນໜຶ່ງມາຈາກນະໂຍບາຍການຍົກ ເວັ້ນວີຊາທີ່ຂະຫຍາຍອອກ. ໃນໄລຍະ 10 ວັນທຳອິດຂອງເດືອນມັງກອນ 2026 ມີການຈອງປີ້ເຮືອບິນຫຼາຍກວ່າ 35,000 ປີ້ຈາກທົ່ວໂລກໄປອັນໄຕ (Altay) ເຂດຫ່າງໄກເຂດໜຶ່ງທາງພາກຕາເວັນອອກສຽງເໜືອຂອງຈີນທີ່ເຄີຍເປັນທີ່ຮູ້ຈັກຕໍ່ຜູ້ມັກຫິມະຜົງເທົ່ານັ້ນ, ເຊິ່ງເປັນການເພີ່ມຂຶ້ນ 50% ເມື່ອທຽບໃສ່ປີຜ່ານມາ.

ສຳລັບນັກທ່ອງທ່ຽວໜ້າໃໝ່ຫຼາຍຄົນ, ຄວາມສະດວກໃນການເຂົ້າເຖິງແມ່ນສ່ວນໜຶ່ງຂອງການດຶງດູດ. “ເມື່ອທຽບກັບການາດາ, ເກືອບທຸກຢ່າງທີ່ນີ້ສາມາດເຊົ່າໄດ້”, ເອັມມາ ໂຈຣິ ລາຊຊາຣິນິ, ຜູ້ທີ່ມັກກິລາລະດູໜາວທີ່ອາໄສຢູ່ໃນຈີນກ່າວ. “ມັນຊ່ວຍໃຫ້ຜູ້ເລີ່ມຕົ້ນໃໝ່ສາມາດລອງຫຼິ້ນໄດ້ງ່າຍຂຶ້ນ”. ພື້ນຖານໂຄງລ່າງການຫຼິ້ນສະກີກໍາລັງຖືກຍົກລະດັບ. ຈາກຂໍ້ມູນໃນປຶ້ມປົກຂາວ ອຸດສາຫະກຳສະກີຈີນປີ 2024–2025, ຈຳນວນລິຟລາກ ແລະ ລິຟລອຍຟ້າ ເພີ່ມຂຶ້ນ 643%ໃນທົດສະວັດທີ່ຜ່ານມາ ໂດຍມີຈໍານວນເຖິງ 119 ແຫ່ງທົ່ວປະເທດຈີນ. ເຖິງວ່າມີຈໍານວນພຽງປະມານໜຶ່ງສ່ວນສີ່ຂອງສະຖານທີ່ຫຼິ້ນສະກີທົ່ວປະເທດ ແຕ່ກໍກວມອັດຕາສ່ວນຫຼາຍກວ່າ 60% ຂອງການເຂົ້າຊົມຂອງນັກຫຼິ້ນສະກີທັງໝົດ ເຊິ່ງເປັນສັນຍານຂອງຄວາມຕ້ອງການທີ່ເພີ່ມຂຶ້ນຈາກຜູ້ໃຊ້ລະດັບສູງ ແລະ ມືອາຊີບ.

ສະຖານທີ່ຫຼິ້ນສະກີໃນຮົ່ມກໍໄດ້ກາຍເປັນປະຕູສູ່ການທ່ອງທ່ຽວສໍາລັບນັກທ່ອງທ່ຽວຕ່າງປະເທດເຊັ່ນດຽວກັນ. ທີ່ Bonski ເຊິ່ງເປັນທີ່ຕັ້ງຂອງສະຖານທີ່ຫຼິ້ນສະກີໃນຮົ່ມໃຫຍ່ທີ່ສຸດໃນໂລກ ແລະ ມີສໍານັກງານໃຫຍ່ຢູ່ພາກໃຕ້ຂອງຈີນ ຈໍານວນການເຂົ້າຊົມນັກທ່ອງທ່ຽວຕ່າງປະເທດຢູ່ສາຂາໃຫຍ່ໃນກວາງໂຈວໃນປີ 2024 ເກີນໜຶ່ງລ້ານຄົນ, ລວມທັງກຸ່ມທົວຫຼາຍກວ່າ 100 ກຸ່ມຈາກອາຊີຕາເວັນອອກສຽງໃຕ້ພຽງຢ່າງດຽວ (ອີງຕາມຕົວແທນບໍລິສັດ).

“ຣີສອດໃນຈີນກໍກຳລັງປັບຕົວເພື່ອໃຫ້ບໍລິການແກ່ແຂກຕ່າງປະເທດເຫຼົ່ານີ້. ພວກເຮົາໄດ້ນຳເອົາຄູຝຶກຫຼາຍພາສາເຂົ້າມາ ແລະ ຍົກລະດັບບໍລິການທຸກດ້ານ, ຕັ້ງແຕ່ການໃຊ້ອຸປະກອນ, ການເກັບຮັກສາໄປຈົນເຖິງການຮັບປະທານອາຫານ, ການຊົມຮູບເງົາ, ການປະສານງານການຂົນສົ່ງ, ການຈອງໂຮງແຮມ ແລະ ການບໍລິການຈັດສົ່ງອຸປະກອນ”, ຕົວແທນບໍລິສັດກ່າວ.

 

ຈີນເປັນແມ່ເຫຼັກດຶງດູດຍີ່ຫໍ້ສາກົນ: ເນື່ອງຈາກຜູ້ບໍລິໂພກມີຄວາມຮູ້ຄວາມເຂົ້າໃຈຫຼາຍຂຶ້ນ, ຈີນກຳລັງດຶງດູດເອົາຜູ້ສະໜອງສາກົນທີ່ມີຊື່ສຽງເພີ່ມຂຶ້ນ. ຄວາມຕ້ອງການອຸປະກອນຈາກສະຖານທີ່ຫຼິ້ນສະກີໄດ້ເພີ່ມຂຶ້ນສາມເທົ່າໃນລະດູນີ້, ອີງຕາມທ່ານ ນາງ ອາມີ, ຕົວແທນຂອງ Hootie Hoo, ຍີ່ ຫໍ້ເຄື່ອງນຸ່ງສຳລັບເດັກທີ່ຕັ້ງຢູ່ເມືອງ Vermont ໃຫ້ຮູ້ວ່າ: “ນັບຕັ້ງແຕ່ປີ 2021, ແຮງຂັບເຄື່ອນໄດ້ສືບ ຕໍ່ສ້າງຕົວເປັນຮູບເປັນຮ່າງຂຶ້ນ”. “ຕອນນີ້ພວກເຮົາກຳລັງເຫັນຄຳຂໍສຳລັບຜະລິດຕະພັນທີ່ປັບແຕ່ງໂດຍສະເພາະ ແລະ ທີ່ອີງໃສ່ຊັບສິນທາງປັນຍາ (IP)”.

ຍີ່ຫໍ້ຂອງບໍລິສັດຜູ້ຜະລິດອຸປະກອນຊັ້ນນໍາກໍາລັງເຮັດຕາມຄວາມນິຍົມນີ້. Loop Division, ບໍລິສັດເຄື່ອງນຸ່ງສຳລັບການຫຼິ້ນສະກີຊະນິດຫຼັງຄາຈາກການາດາ ເປີດເຜີຍວ່າ ຈີນກຳລັງໃສ່ໃຈກັບປະ ສິດທິພາບ ແລະ ຄຸນນະພາບເພີ່ມຂຶ້ນ. “ພວກເຂົາຊອກຫາຍີ່ຫໍ້ໃໝ່ ແລະ ອຸປະກອນລະດັບສູງ”, Kyler Fortney, ຜູ້ອຳນວຍການດ້ານການຕະຫຼາດຂອງບໍລິສັດກ່າວ.

ທ່ານ Benny Wu, ຮອງປະທານສະມາຄົມສະກີປັກກິ່ງ ກ່າວວ່າ ສ່ວນໜຶ່ງຂອງການປ່ຽນ ແປງນີ້ມາຈາກການແຜ່ກະຈາຍຢ່າງວ່ອງໄວຂອງສະຖານທີ່ຫຼິ້ນສະກີໃນຮົ່ມ. ຈາກສະຖານທີ່ຫຼິ້ນສະກີໃນຮົ່ມຫຼາຍກວ່າ 130 ແຫ່ງທົ່ວໂລກ, ເກືອບເຄິ່ງໜຶ່ງຢູ່ໃນປະເທດຈີນແລ້ວ. ໃນທົດສະວັດຜ່ານມາ, ຈຳນວນໄດ້ເພີ່ມຂຶ້ນສິບສອງເທົ່າ ແລະ ອີກກວ່າ 10 ແຫ່ງກໍາລັງຢູ່ໃນລະຫວ່າງການກໍ່ສ້າງ. “ແຕ່ລະປີ, ສະຖານທີ່ຫຼິ້ນສະກີໃນຮົ່ມປ່ຽນຜູ້ເລີ່ມໃໝ່ປະມານ 5 ລ້ານຄົນໃຫ້ກາຍເປັນນັກຫຼິ້ນສະກີ”, ທ່ານ ອູ໋ ກ່າວ.

“ດ້ວຍການທຳລາຍຂໍ້ຈຳກັດດ້ານລະດູການ ແລະ ພູມສາດ, ສະຖານທີ່ຫຼິ້ນສະກີໃນຮົ່ມໄດ້ຂະຫຍາຍຕະຫຼາດໄປເກີນກວ່າຜູ້ມັກກິລາມືອາຊີບ ເພື່ອລວມເອົາຄອບຄົວ ແລະ ຜູ້ບໍລິໂພກໃນຕົວເມືອງທີ່ມີອາຍຸຍັງນ້ອຍ”, ຕົວແທນຂອງ Bonski ກ່າວ. ປັດຈຸບັນ, ສາມໃນສີ່ຂອງສະຖານທີ່ຫຼິ້ນສະກີຂອງຍີ່ຫໍ້ນີ້ຕັ້ງຢູ່ໃນພາກໃຕ້ຂອງຈີນ, ບ່ອນທີ່ມີຫິມະຕົກໜ້ອຍ. ຂະນະດຽວກັນບໍລິສັດກຳລັງກຽມພ້ອມທີ່ຈະພັດທະນາສະຖານທີ່ຫຼິ້ນສະກີໃນຮົ່ມແຫ່ງທຳອິດຂອງອົດສະຕາລີ ໂດຍການຮ່ວມມືກັບຄູ່ຮ່ວມງານທ້ອງຖິ່ນ ແລະ ຈະຮັບຜິດຊອບດ້ານການດຳເນີນງານ ແລະ ການຈັດການ.

ຍີ່ຫໍ້ຈາກເອີຣົບກໍກຳລັງລົງທຶນກັບການປ່ຽນແປງໄປສູ່ລະດັບສູງ. ຍີ່ຫໍ້ສິນຄ້າສໍາລັບເດັກຊາວດານມາກ ColorKids ເຂົ້າສູ່ຈີນໃນປີ 2025, ຊີ້ໃຫ້ເຫັນວ່າຜູ້ຊື້ຈະຍົກລະດັບຈາກອຸປະກອນລະດັບເລີ່ມຕົ້ນໄປສູ່ຜະລິດຕະພັນທີ່ທົນທານຫຼາຍຂຶ້ນ ແລະ ຮັບຮອງຄວາມປອດໄພ. ຜູ້ຜະລິດແວ່ນຕາຊາວອີຕາລີ Zaio ທີ່ຫາກໍ່ເປີດຕົວຢູ່ຈີນ ກຳລັງເປີດຕົວທັງຊ່ອງທາງອອນລາຍ ແລະ ອ໊ອຟລາຍ, ໂດຍອ້າງເຖິງປະສິດທິພາບ ແລະ ຄວາມເລິກຂອງຕ່ອງໂສ້ການຜະລິດ ແລະ ການສະໜອງຂອງຈີນ.

ຂະໜາດຜູ້ຜະລິດຊາວຈີນທີ່ມຸ່ງເນັ້ນການສົ່ງອອກມາເປັນເວລາດົນກໍກຳລັງປ່ຽນມາສູ່ຕະຫຼາດພາຍໃນປະເທດ. Savior Heat, ຜູ້ຜະລິດຖົງມືໄຟຟ້າໃຫ້ຄວາມຮ້ອນທີ່ຕັ້ງຢູ່ເມືອງເສີນເຈິ້ນ ລາຍງານຍອດການຂາຍອອນລາຍທົ່ວປະເທດເພີ່ມຂຶ້ນ 40%ໃນປີນີ້. ບໍລິສັດດັ່ງກ່າວເປີດເຜີຍວ່າ: ຜູ້ຊື້ທີ່ມີອາຍຸຍັງນ້ອຍ, ກຳລັງຕັ້ງໃຈທີ່ຈະທົດລອງອຸປະກອນທີ່ໃຊ້ເຕັກໂນໂລຊີ, ຕັ້ງແຕ່ການຄວບຄຸມຄວາມຮ້ອນຜ່ານແອັບຕ່າງໆ ໄປຈົນເຖິງການເຊື່ອມຕໍ່ກັບ Bluetooth.

ເວົ້າໄດ້ວ່າ ນໍ້າກ້ອນ ແລະ ຫິມະຢູ່ປະເທດຈີນ ໄດ້ກາຍເປັນອຸດສາຫະກຳທີ່ມີມູນຄ່າຫຼາຍກວ່າພັນຕື້ຢວນ ແລະ ພວມເຕີບໂຕໃນປັດຈຸບັນນີ້ ແລະ ເຊື່ອວ່າໃນຕໍ່ໜ້າອຸດສາຫະກໍາດັ່ງກ່າວຍັງຈະສືບຕໍ່ເຕີບໂຕຕໍ່ໄປ ເຊິ່ງນີ້ເປັນການສະແດງໃຫ້ເຫັນເຖິງແນວທາງການພັດທະນາທີ່ຖືກຕ້ອງຂອງຈີນໃນການໃຊ້ທ່າແຮງດ້ານຊັບພະຍາກອນທໍາມະຊາດທີ່ມີຢູ່ເຂົ້າໃນການພັດທະນາປະເທດຢ່າງມີປະສິດທິຜົນ ແລະ ຍືນຍົງທີ່ສຸດ.