ຫວ່າງບໍ່ດົນມານີ້, ສຳນັກງານຕຳຫລວດກວດຄົນເຂົ້າເມືອງແຫ່ງຊາດຈີນ ໄດ້ປະກາດການດຳເນີນນະໂຍບາຍຢ່າງເປັນທາງການວ່າ: ການອະນຸຍາດເຂົ້າໄປແຂວງໄຫຫລຳ ໂດຍບໍ່ຕອ້ງຂໍວີຊ່າສຳລັບປະຊາຊົນທີ່ມາຈາກ 59 ປະເທດ ເຊິ່ງມີຈຸດປະສົງເພື່ອມາທອ່ງທ່ຽວ, ດຳເນີນທຸລະກິດ, ຢ້ຽມຢາມພີ່ນອ້ງ, ມາປິ່ນປົວສຸຂະພາບ, ການແຂ່ງຂັນກິລາ ແລະ ເຂົ້າຮ່ວມເທດສະການຕ່າງໆ ໂດຍສາມາດພັກອາໄສຢູ່ໃນແຂວງໄຫຫລຳໄດ້ບໍ່ເກີນ 30 ວັນ. ເຊິ່ງສະແດງໃຫ້ເຫັນວ່າ ການໃຊ້ນະໂຍບາຍການຍົກເວັ້ນວີຊ່າເປັນເວລາໜຶ່ງເດືອນກວ່າຜ່ານມາ ມີຊາວຕ່າງປະເທດຫລາຍ 30.000 ຄົນ ໄດ້ເດີນທາງເຂົ້າໄປແຂວງໄຫຫລຳໂດຍບໍ່ຕອ້ງຂໍວີຊາແຕ່ຢ່າງໃດ.
ທ່ານ ຫວັງ ຈຸນຊິງ ຜູ້ອຳນວຍການສຳນັກງານການບິນພົນລະເຮືອນ ກົມການຂົນສົ່ງແຂວງໄຫຫລຳກ່າວວ່າ: ໃນຂັ້ນຕອນຕໍ່ໄປຈະພະຍາຍາມຂະຫຍາຍຖ້ຽວບິນລະຫວ່າງປະເທດ ແລະ ເປີດເສັ້ນທາງໂດຍກົງໄປປະເທດສະມາຊິກ RCEP ເພີ່ມຕື່ມ, ສະໜາມບິນຊ່ານຢາເຟິ່ງຫວງກໍ່ຈະເປີດເສັ້ນທາງການບິນໄປເມືອງຕ່າງໆແລະພາກພື້ນເຊັ່ນ: ຍີ່ປຸ່ນ, ສ.ເກົາຫລີ, ຣັດເຊຍ ແລະ ອາຊີກາງ.
ສ່ວນສະໜາມບິນ ສົງໄຫໂປອ່າວມີແຜນຈະເປີດເສັ້ນທາງການບິນຕ່າງປະເທດພາຍໃນປິນີ້ ເພື່ອອຳນວຍຄວາມສະດວກໃນການແລກປ່ຽນບຸກຄະລາກອນ ແລະ ດຶງດູດນັກທອ່ງທ່ຽວຕ່າງປະເທດເຂົ້າມາທ່ຽວແຂວງໄຫຫລຳ ຫລື ເກາະໄຫຫລຳໃຫ້ນັບມື້ຫລາຍຂຶ້ນກວ່າເກົ່າ.



