ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຈີນ​-ອາ​ຊຽນ​ ລົງ​ເລິກ​ການ​ຮ່​ວມ​ມື​ດ້ານ​​ວັດ​ທະ​ນະ​ທຳ​ແລະ​ທ່ອງ​ທ່ຽວຂ້າມ​ຊາດ

Dec 10, 2024

ວັນ​ທີ 8 ທັນ​ວາ​ນີ້, ກອງ​ປະ​ຊຸມ​ເວ​ທີ​ເປິກ​ສາ​ຫາ​ລື​​ການ​ແລກ​ປ່ຽນ​ ແລະ​ ການ​ຮ່ວມ​ມື​ດ້ານ​ວັດ​ທະ​ນະ​ທຳ​ທີ່​ມຸ່ງ​ໜ້າ​ສູ່ອາ​ຊຽນ 2024 ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ນານ​ໜິງ​ເຂດ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ຈວ້າງກວາງ​ຊີ​ຂອງ​ຈີນ.
ທ່ານ​ ຈ່າງ​ຈ້ຽນ​ຜິງ ຮອງ​ຫົວ​ໜ້າ​ກົມ​ການ​ແລກ​ປ່ຽນ​ ແລະ​ ຮ່ວມ​ມື​ສາ​ກົນ​ຂອງ​ກະ​ຊວງວັດ​ທະ​ນະ​ທຳ​ ແລະ ​ທ່ອງ​ທ່ຽວ​ຈີນ​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ ໂດຍ​ກ່າວ​ວ່າ: ການ​ຮ່ວມ​ມື​ດ້ານ​ວັດ​ທະ​ນະ​ທຳ ​ແລະ​ ທ່ອງ​ທ່ຽວ​ລະ​ຫວ່​າງ​ຈີນ​-ອາ​ຊຽນ​ມີ​ອະ​ນາ​ຄົດ​ທີ່ກວ້າງ​ຂວາງ ແລະ ມີ​ກຳ​ລັງ​ບົ່ມ​ຊ້ອນ​ອັນ​ໃຫຍ່ຫຼວງ, ຈີນ​ຍິນ​ດີ​ທຳ​ຄວາມ​ພະ​ຍາ​ຍາມ​ຮ່ວມ​ກັບ​ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ​ຕ່າງໆ, ຮ່ວມ​ກັນ​ຊຸກ​ຍູ້​ໃຫ້​ການ​ຮ່ວມ​ມື​ດ້ານ​ວັດ​ທະ​ນະ​ທຳ​ ແລະ ​ທ່ອງ​ທ່ຽວ​ພັດ​ທະ​ນາ​ເຂົ້າ​ສູ່​ລວງ​ເລິກ.
ທ່ານ​ ວັນ​ສີ ກົວ​ມົວ ຮອ​ງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຖະ​ແຫຼງ​ຂ່າວ, ວັດ​ທະ​ນະ​ທຳ​ ແລະ ທ່ອງ​ທ່ຽວ​ລາວ​ໄດ້​ກ່າວ​ຄຳ​ປາ​ໄສ​ໃນ​ກອງ​ປະ​ຊຸມ​ດັ່ງ​ກ່າວ​ວ່າ: ໃນ​ຖາ​ນະ​ເປັນ​ປະ​ເທດ​ປະ​ທານ​ໝູນ​ວຽນ​ອາ​ຊຽນ​ປີ 2024, ສ​ປ​ປ ລາວ​ ໄດ້​ຮັບ​ໝາກ​ຜົນຫຼາຍ​ຢ່າງ​ໃນ​ດ້ານ​ການ​ພັດ​ທະ​ນາ​ວຽກ​ງານ​ວັດ​ທະ​ນະ​ທຳ​ ແລະ ​ສິລະ​ປະ. ລະ​ຫວ່າງ​ເດືອນ​ມັງ​ກອນ​ຫາ​ເດືອນ​ຕຸ​ລາ​ 2024, ​ມີ​ນັກ​ທ່ອງ​ທ່ຽວ​​​ຈີນໄປ​ທ່ຽວ​ລາວຫຼາຍກວ່າ 600.000 ຄົນ​ ເຊິ່ງ​ໄດ້​ປະ​ກອບ​ສ່ວນ​ອັນ​ສຳ​ຄັນ​ເຂົ້າ​ໃນ​ການ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ອາ​ຊຽນ-ຈີນ.
ທີ່ມາ: CMG
May be an image of lighting and text