ວັນທີ 20 ກຸມພານີ້, ທ່ານ ໂກ່ວເຈ່ຍຄຸ່ນ, ໂຄສົກກະຊວງການຕ່າງປະເທດຈີນ ໄດ້ເປັນປະທານຈັດກອງປະຊຸມຖະແຫຼງຂ່າວ. ມີນັກຂ່າວໄດ້ຍົກຄຳຖາມກ່ຽວກັບຈີນ, ໄທ, ມຽນມາ ແລະ ປະເທດອື່ນໆ ຮ່ວມມືກັນປາບປາມການຫຼອກລວງທາງໂທລະຄົມ ແລະ ການພະນັນທາງອິນເຕີເນັດ.
ທ່ານໂກ່ວເຈ່ຍຄຸ່ນ ກ່າວວ່າ: ການປາບປາມການຫຼອກລວງທາງໂທລະຄົມ ແລະ ການພະນັນທາງອິນເຕີເນັດຢ່າງເດັດຂາດ ໄດ້ສ່ອງແສງໃຫ້ເຫັນເຖິງການຈັດຕັ້ງປະຕິ ບັດຕາມແນວຄິດການພັດທະນາທີ່ຖືປະຊາຊົນເປັນໃຈກາງ ແລະ ເປັນທາງເລືອກທີ່ຈຳເປັນເພື່ອປົກປ້ອງຜົນປະໂຫຍດຮ່ວມຂອງປະເທດໃນພາກພື້ນ ເຊິ່ງສອດຄ່ອງກັບຄວາມປາດຖະໜາຮ່ວມຂອງປະຊາຊົນບັນດາປະເທດ.
ຈີນ ພວມດຳເນີນການຮ່ວມມືແບບສອງຝ່າຍ ແລະ ຫຼາຍຝ່າຍກັບໄທ, ມຽນມາ ແລະ ປະເທດອື່ນໆ ຢ່າງຕັ້ງໜ້າ, ໃຊ້ມາດຕະການແບບສັງລວມ, ແກ້ໄຂບັນຫາທັງຕົ້ນເຫດ ແລະ ປາຍເຫດ, ຮ່ວມກັນສະກັດກັ້ນພວກຄົນຮ້າຍທີ່ກໍ່ອາຊະຍະກຳຢູ່ປະເທດທີ່ກ່ຽວຂ້ອງ, ຮ່ວມກັນປາບປາມການຫຼອກລວງທາງໂທລະຄົມ ແລະ ການພະນັນທາງອິນເຕີເນັດ, ປົກປັກຮັກສາຄວາມປອດໄພດ້ານຊີວິດ ແລະ ຊັບສິນຂອງປະຊາຊົນ, ລວມເຖີງຄວາມປອດໄພ ແລະ ຄວາມເປັນລະບຽບໃນການໄປມາຫາສູ່ກັນຂອງປະເທດໃນພາກພື້ນ.
ທີ່ມາ: CMG



