ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຈີນ ເປັນຕະຫຼາດການຂາຍຍ່ອຍຜ່ານທາງອິນເຕີເນັດໃຫຍ່ທີ່ສຸດຂອງໂລກ 12 ປີລຽນຕິດ

Feb 26, 2025

ກອງປະຊຸມວຽກງານການຄ້າເອເລັກໂຕຣນິກທົ່ວປະເທດຈີນ ໄດ້ຈັດຂຶ້ນຢູ່ນະຄອນ ຫຼວງປັກກິ່ງໃນລະຫວ່າງວັນທີ 24-25 ກຸມພານີ້. ກອງປະຊຸມໄດ້ສະຫຼຸບຜົນສໍາເລັດທີ່ໄດ້ຮັບໃນວຽກງານການຄ້າເອເລັກໂຕຣນິກປີ 2024 ຢ່າງຮອບດ້ານ,​ ພ້ອມທັງໄດ້ວິເຄາະສະພາບການພັດທະນາ ແລະ ວາງແຜນວຽກງານຈຸດສຸມໃນປີ 2025.
ກອງປະຊຸມ ໄດ້ຊີ້ໃຫ້ເຫັນວ່າ: ປີ 2024, ລະບົບການຄ້າທົ່ວປະເທດຈີນໄດ້ຊຸກຍູ້ການພັດທະນາວຽກງານການຄ້າເອເລັກໂຕຣນິກຢ່າງມີຄຸນນະພາບສູງ ແລະ ການຫັນເປັນດີຈີຕອນໃນຂົງເຂດຕ່າງໆ ທາງການຄ້າຢ່າງໝັ້ນທ່ຽງ, ວຽກງານຕ່າງໆ ໄດ້ຮັບຄວາມຄືບໜ້າຢ່າງຕັ້ງໜ້າ. ປີ 2024, ຍອດມູນຄ່າການຂາຍຍ່ອຍຜ່ານທາງອິນເຕີເນັດຂອງຈີນ ເພີ່ມຂຶ້ນ 7,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023, ເຮັດໃຫ້ ຈີນ ກາຍເປັນຕະຫຼາດການຂາຍຍ່ອຍຜ່ານທາງອິນເຕີເນັດໃຫຍ່ທີ່ສຸດຂອງໂລກ 12 ປີລຽນຕິດ.
ທີ່ມາ: CMG