ວັນທີ 16 ມີນານີ້, ຜູ້ຮັບຜິດຊອບທີ່ກ່ຽວຂ້ອງຂອງກະຊວງການຄ້າຈີນແຈ້ງໃຫ້ຮູ້ວ່າ: ວຽກງານການດຶງດູດການລົງທຶນຈາກຕ່າງປະເທດຢ່າງໜັກແໜ້ນຂອງຈີນໃນປີນີ້ຈະປະສານສົມທົບກັບເຂດພັດທະນາເສດຖະກິດ ແລະ ເຕັກໂນໂລຊີລະດັບຊາດ, ເຂດສາທິດ-ເຂດທົດລອງສັງລວມການເປີດກວ້າງການເປີດປະຕູສູ່ພາຍນອກຂອງຂະແໜງການບໍລິການແຫ່ງຊາດ, ເຂດທົດລອງການຄ້າເສລີ ແລະ ເວທີອື່ນໆ ເພື່ອເພີ່ມທະວີປະສິດທິພາບຂອງເວທີດັ່ງກ່າວ.
ຕາມຂ່າວແຈ້ງວ່າ: ປັດຈຸບັນ, ທົ່ວປະເທດຈີນມີເຂດພັດທະນາເສດຖະກິດລະດັບຊາດ 232 ແຫ່ງ, ເຂດພັດທະນເສດຖະກິດດັ່ງກ່າວກວມເອົາເນື້ອທີ່ທົ່ວປະເທດຈີນບໍ່ຮອດ 3‰, ແຕ່ໄດ້ກວມເອົາ 1/10 ຂອງລວມຍອດຜະລິດຕະພັນພາຍໃນ ຫຼື GDP ຂອງເຂດແຄວ້ນໃນທົ່ວປະເທດ ແລະ ໄດ້ກວມເອົາຫຼາຍກວ່າ 1/5 ຂອງມູນຄ່າການນຳໃຊ້ທຶນຈາກຕ່າງປະເທດຂອງຈີນ.
ນອກນີ້, ໃນປີ 2024, ຢູ່ 11 ແຂວງ ແລະ ກຳແພງນະຄອນ ທີ່ເປັນເຂດສາທິດ-ເຂດທົດລອງລັງລວມ ການເປີດກວ້າງການເປີດປະຕູສູ່ພາຍນອກຂອງຂະແໜງການບໍລິການ, ມູນຄ່າການດຶງດູດທຶນຈາກຕ່າງປະເທດຂອງຂະແໜງການບໍລິການບັນລຸເຖິງ 41,3 ຕື້ໂດລາ, ກວມເອົາປະມານ 50,2% ຂອງຂະແໜງການບໍລິການທົ່ວປະເທດຈີນ.
ແຜນດຳເນີນງານວ່າດ້ວຍການດຶງດູດທຶນຈາກຕ່າງປະເທດຢ່າງໜັກແໜ້ນປີ 2025 ທີ່ຈີນເປີດເຜີຍໃນເດືອນກຸມພາປີນີ້ໄດ້ລະບຸກ່ຽວກັບການເພີ່ມທະວີປະສິທິພາບຂອງເວທີເປີດປະຕູສູ່ພາຍນອກ, ຍົກລະດັບການພັດທະນາເສດຖະກິດແບບເປີດກວ້າງຂອງເຂດພັດທະນາເສດຖະກິດ ແລະ ເຕັກໂນໂລຊີລະດັບຊາດ ແລະ ການປະຕິບັດຍຸດທະສາດເພື່ອຍົກລະດັບເຂດທົດລອງການຄ້າເສລີ.
ທີ່ມາ: CMG



