ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຈີນ ແລະ ລາວ ​ຮ່ວມ​ກັນ​ບຸກ​ເບີກ​ເສັ້ນ​ທາງ​ໃໝ່​ຂອງ​ການ​ຮ່ວມ​ມື​ດ້ານ​ປັນ​ຍາ​ປະ​ດິດ

Feb 28, 2025

​
ເມື່ອ​ບໍ່​ດົນ​ມາ​ນີ້, ຈີນ-ລາວ ໄດ້ຮ່ວມກັນລົງ​ນາມ​ໃນ​ສັນ​ຍາ​ວ່າ​ດ້ວຍ​ການ​ຮ່ວມ​ກັນ​ສ້າງ​ສູນ​ຮ່ວມ​ມື​ການ​ປະ​ດິດ​ສ້າງ​ໃໝ່​ດ້ານ​ປັນ​ຍາ​ປະ​ດິດ ຫຼື AI ຢູ່​ນະ​ຄອນ ຫຼວງວຽງ​ຈັນ​ຂອງ​ລ​າວ. ​ນີ້​ແມ່ນ​ເວ​ທີ​ການ​ຮ່ວມ​ມື​​ປະ​ດິດ​ສ້າງ​ໃໝ່​ດ້ານປັ​ນ​ຍາ​ປະ​ດິດ​ແຫ່ງ​ທຳ​ອິດ​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນ ເຊິ່ງ​ມີ​ຈຸດ​ປະ​ສົງ​ເພື່ອ​ຍົກ​ລະ​ດັບ​ຄວາມ​ສາ​ມາດ​ພື້ນ​ຖານ​ຂອງ​ລາວໃຫ້ສູງຂຶ້ນຢ່າງ​ເປັນ​ລະ​ບົບ​ໃນ​ຍຸກ​ປັນ​ຍາ​ປະ​ດິດ, ສ້າງ​ພະ​ລັງ​ຂັບ​ເຄື່ອນ​ໃຫ້​ແກ່​ຂະ​ແໜງ​ການ​ຕ່າງໆ​ຂອງ​ລ​າວ. ເຫດ​ການດັ່ງ​ກ່າວນີ້ ຖືເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ: ຈີນ ແລະ ບັນ​ດາ​ປະ​ເທດສະມາຊິກ​ອາ​ຊຽນ​ໄດ້​ມີ​ບາດ​ກ້າວ​ອັນ​ໜັກ​ແໜ້ນ​ໃນ​ການ​ຮ່ວມ​ມື​ດ້ານ​ປັ​ນ​ຍາ​ປະ​ດິດ ແລະ ເປັນ​ແບບ​ຢ່າງ​ທີ່​ດີ​ໃຫ້​ແກ່​ຈີນ ແລະ ອາ​ຊຽນເພື່ອ​ລົງ​ເລິກ​ການ​ຮ່ວມ​ມື​ໃນຂົງ​ເຂດ​ດັ່ງ​ກ່າວ​ໃນ​ອະ​ນາ​ຄົດ.
​ປັດ​ຈຸ​ບັນ ເຊິ່ງເປັນຍຸກແຫ່ງ​​ເຕັກ​ໂນ​ໂລ​ຊີ​ວິ​ທະ​ຍາ​ສາດ​ໄດ້ຮັບການພັດ​ທະ​ນາ​ຢ່າງວ່ອງ​ໄວ, ປັນ​ຍາ​ປະ​ດິດ​ໄດ້​ກາຍ​ເປັນ​ຈຸດ​ສຸມ​ທີ່​ທົ່ວ​ໂລກໃຫ້ຄວາມ​ສົນ​ໃຈ​ຮ່ວມ​ກັນ, ບັນ​ດາ​ປະ​ເທດ​ໃນ​ໂລກ​ຕ່າງພາ​ກັນ​ເພີ່ມ​ການ​ລົງ​ທຶນ ແລະ ວາງ​ແຜນ​ໃນ​ຂົງ​ເຂດ​ນີ້. ໃນຊຸມ​ປີ​ມໍ່ໆມາ​ນີ້, ​ຈີນ​ໄດ້​ປະ​ສົບ​ຜົນ​ສຳ​ເລັດ​ຢ່າງ​ພົ້ນ​ເດັ່ນ​ໃນ​ຂົງ​ເຂດ​ປັ​ນ​ຍາ​ປະ​ດິດ. ໃນ​ດ້ານ​ການ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ, ຈີນໄດ້ລົງ​ທຶນ​ຢ່າງຫຼວງຫຼາຍ​ໃນດ້ານ​ຊັບ​ພະ​ຍາ​ກອນ​ມະນຸດ ເຊິ່ງໄດ້​ບົ່ມ​ສ້າງ​ຜູ້​ມີ​ຄວາມ​ຮູູ້​ຄວາມ​ສາ​ມາດ​ດ້ານ​ວິ​ຊາ​ການ​ເປັນ​ຈຳ​ນວນຫຼວງຫຼາຍ, ສະ​ຖາ​ບັນ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ ແລະ ຫ້ອງ​ທົດ​ລອງ​ຕ່າງໆ ໄດ້​ແຕກ​ໜໍ່​ຈໍ່​ແໜງຂຶ້ນເລື້ອຍໆ. ໃນ​ດ້ານ​ການ​ນຳ​ໃຊ້​ຕົວ​ຈິງ, ເຕັກ​ນິກ AI ທີ່​ທັນ​ສະ​ໄໝ ເຊັ່ນ DeepSeek ເປັນ​ຕົ້ນ ໄດ້​ນຳ​ໃຊ້​ເຂົ້າ​ໃນ​ການ​ປິ່​ນ​ປົວ​ພະ​ຍາດ, ການ​ສຶກ​ສາ, ການຄົມ​ມະ​ນາ​ຄົມ, ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ ແລະ ຂົງ​ເຂດ​ອື່ນໆ.
ອີງ​ຕາມ​ສະ​ຖິ​ຕິ​ທີ່​ກ່ຽວ​ຂ້ອງ ​ສະ​ແດງ​ໃຫ້​ເຫັນ​ວ່າ: ນັບ​ມາ​ຮອດ​ປີ 2025, ຈີນ​ມີແບບຈຳ​ລອງ AI ຂະ​ໜາດ​ໃຫຍ່ທີ່​ມີ​ດັດ​ຊະ​ນີ 1 ຕື້​ຂຶ້ນ​ໄປ​ ເກືອບ 80 ອັນ, ​ປະ ສິດທິພາບໃນການປະມວນຜົນຂໍ້ມູນຂອງ AI ​ຂ​ອງ​ຈີນໄດ້​ບັນ​ລຸ 1.000 EFLOPS, ຂະ​ໜາດ​ອຸ​ດ​ສາ​ຫະ​ກຳ​ແກນ​ກາງ AI ມີ​ເກືອບ 600 ຕື້​ຢວນ. ຂໍ້​ມູນ​ເຫຼົ່າ​ນີ້​ໄດ້​ສ່​ອງ​ແສງ​ໃຫ້​ເຫັນ​ເຖິງ​ຄວາມສາມາດ​ຕົວ​ຈິງ​ອັນ​ໜາ​ແໜ້ນ​ຂອງ​ຈີນ​ໃນ​ດ້ານ​ປັນຍາ​ປະ​ດິດ.
ຂະ​ນະ​ດຽ​ວ​ກັນ, ບັນ​ດາ​ປະ​ເທດສະມາຊິກ​ອາ​ຊຽນ​ກໍ​ໄດ້ຮັບ​ຮູ້​ກ່ຽວ​ກັບ​ໂອ​ກາດ​ການ​ພັດ​ທະ​ນາ​ທີ່ໄດ້ມາຈາກການນໍາໃຊ້​ປັ​ນ​ຍາ​ປະ​ດິດ, ພ້ອມ​ກັນ​ວາງ​ຍຸດ​ທະ​ສາດ​ການ​ພັດ​ທະ​ນາ​ດ້ານປັນ​ຍາ​ປະ​ດິດ, ຊຸກ​ຍູ້​ການ​ຫັນ​ເປັນ​ດີ​ຈີ​ຕອນ ແລະ ປັ​ນ​ຍາ​ປະ​ດິດ. ຕາມ​ຂ່າວ​ລາຍ​ງານ​ວ່າ: ໃນ​ປີ 2023, ໂຄງ​ການ​ປັ​ນ​ຍາ​ປ​ະ​ດິດ​ຂອງ​ບັນ​ດາ​ປະ​ເທດ​ສະມາຊິກອາ​ຊຽນ​ ​ເພີ່ມ​ຂຶ້ນ 80%, ຄ​າດ​ວ່າ​ໃນ​ລະ​ຫວ່າງ​ປີ 2024 ຫາ​ 2025 ຍັງ​ຈະສືບຕໍ່​ເພີ່ມ​ຂຶ້ນອີກ 67%, ປັ​ນ​ຍາ​ປະ​ດິດ​ມີ​ທ່າອ່ຽງ​ໄດ້ຮັບການ​ພັດ​ທະ​ນາ​ຢ່າງ​ຄຶກ​ຄື້ນໃນ​ອາ​ຊຽນ. ຢ່າງໃດກໍຕາມ, ​ຄຽງ​ຄູ່​ກັບ​ປັ​ນ​ຍາ​ປະ​ດິດ​ໄດ້ຮັບການພັດ​ທະ​ນາ​ຢ່າງວ່ອງ​ໄວ, ຄວາມ​ສ່​ຽງ​ທີ່ຈະ​ເກີດ​ຂຶ້ນ​ຕາມ​ມາ​ນັ້ນ​ ໄດ້ກາຍເປັນສິ່ງ​ທ້າ​ທາຍ​ຢ່າງ​ໃຫຍ່ຫຼວງ. ເພື່ອ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ດັ່ງ​ກ່າວ, ໃນກອງ​ປະ​ຊຸ​ມ​ຜູ້​ນຳ​ປະ​ເທດ​ສະມາຊິກອາ​ຊ​ຽນ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 10 ຕຸ​ລາ 2024, ຈີນ ແລະ ອາ​ຊຽນ​ໄດ້​ຮ່ວມ​ກັນ​ອອກ​ຖ​ະ​ແຫຼງ​ການ​ຮ່ວມ​ວ່າ​ດ້ວຍ​ການ​ສ້າງ​ການ​ຮ່ວມ​ມື​ດ້ານ​ນິ​ເວດ​ທາງ​ດ້ານ​ດີ​ຈີ​ຕອນ​ທີ່​ຍືນ​ຍົງ ແລະ ກວມ​ລວມ, ສົ່ງ​ເສີມໃຫ້​ສອງ​ຝ່າຍ​ລົງ​ເລິກ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ດີ​ຈີ​ຕອນ​ພາຍ​ໃຕ້​ກົນ​ໄກ​ທີ່​ກ່ຽວ​ຂ້ອງ, ຮ່ວມ​ກັນ​ສ້າງ​ລະ​ບົບ​ນິ​ເວ​ດ​ທາງ​ດ້ານ​ດີ​ຈີ​ຕອນ​ທີ່​ຍື​ນ​ຍົງ ແລະ ກວມ​ລວມ.
​ສູນ​ຮ່ວມ​ມື​ການ​ປະ​ດິດ​ສ້າງ​ໃໝ່​ດ້ານ​ປັນ​ຍາ​ປະ​ດິດທີ່ສ້າງ​ຕັ້ງ​ຂຶ້ນໃນຄັ້ງນີ້ຈະ​ສຸມ​ກຳ​ລັງ​ເພື່ອ​ຊ່ວຍ​ປະເທດລາວ​ສ້າງ​ແບບ​ຈຳ​ລອງ AI ຂະ​ໜາດ​ໃຫຍ່​ຂອງ​ຕົນ​ເອງ ແລະ ຄວບ​ຄຸ​ມ​ດ້ວຍ​ຕົນ​ເອງ, ສ້າງ​ຖານຂໍ້​ມູນ​ພາ​ສາ, ແບ​ບ​ຈຳ​ລອງ​ຂະ​ແໜງ​ການ ແລະ ຮູບແບບການ​ນຳ​ໃຊ້​ຕົວ​ຈິງ, ຫຼຸດຜ່ອນ​ການ​ອາໄສ​ເຕັກ​ໂນ​ໂລ​ຊີ​ຕ່າງ​ປະ​ເທດ. ​ສ້າງ​ພະ​ລັງ​ຂັບ​ເຄື່ອນ​ໃຫ້​ແກ່ຂົງເຂດ​ກະ​ສິ​ກຳ, ການ​ແພດ ແລະ ຂົງ​ເຂດ​ອື່ນໆ​ ທີ່​ຕິດ​ພັນ​ກັບ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ ໂດຍ​ຜ່ານ​ເຕັກ​ນິກ AI. ນອກນີ້, ສູ​ນ​ຮ່ວມ​ມື​ດັ່ງ​ກ່າວ​ ຍັງ​ຈະ​ຊ່ວຍຍົກ​ລະ​ດັບດ້ານ​ປັນ​ຍາ​ປະ​ດິດ​ໃຫ້ແກ່ການພັດທະນາຊັບພະຍາກອນມະນຸດ ກໍຄື ​ການ​ສຶກ​ສາ​ຂອງ​ລາວ ແລະ ສ້າງ​ພະ​ລັງ​ຊີ​ວິດ​ໃໝ່​ໃຫ້​ແກ່​ການ​ພັດ​ທະ​ນາ​ເສດຖະກິດ-ສັງຄົມຂອງ​ລາວ. ການ​ຮ່ວມ​ມື​ດັ່ງ​ກ່າວ​ ບໍ່​ພຽງ​ແຕ່​ແມ່ນ​ການ​ຮ່ວມ​ມື​ຢ່າງ​ເປັນ​ລະ​ບົບ​ຄັ້ງ​ທຳ​ອິດ​ລະ​ຫວ່າງ​ຈີນ ແລະ ປະ​ເທດ​ສະມາຊິກອາ​ຊ​ຽນ​ໃນ​ຂົງ​ເຂດເຕັກ​ນິກ AI ເທົ່າ​ນັ້ນ, ຫາກຍັງ​ເປັນ​ການ​ຕອບ​ສະ​ໜອງ​ຢ່າງ​ຕັ້ງ​ໜ້າ​ຕໍ່​ຖ​ະ​ແຫຼງ​ການ​ຮ່ວມ​​ຈີນ-ອາ​ຊຽນ ວ່າ​ດ້ວຍ​ການ​ສ້າງ​ການ​ຮ່ວມ​ມື​ດ້ານ​ນິ​ເວດ​ທາງ​ດ້ານ​ດີ​ຈີ​ຕອນ​ທີ່​ຍືນ​ຍົງ ແລະ ກວມ​ລວມ ອີກ​ດ້ວຍ ເຊິ່ງ ທ່ານ​ບໍ່​ວຽງ​ຄຳ ວົງ​ດ​າ​ລ​າ​ ລັດຖະມົນຕີ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ຂອງລາວ ໄດ້ຍ້ອງ​ຍໍ​ຊົມເຊີຍ ວ່າ: ນີ້​ແມ່ນ​ການ​ກະ​ທຳ​ທີ່​ຫັນຈາກແຜນ​ຜັງ​ໃຫ້​ກາຍເປັ​ນ​ໝາກ​ຜົນ​ຕົວ​ຈິງ.