ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຈີນ ແລະ ລາວ​ ຮ່ວມ​ກັນ​ສ້າງ​ອະ​ນາ​ຄົດ​ທີ່​ດີ​ງາມ​ໃນ​ດ້ານ​ກະ​ສິ​ກຳ

Feb 27, 2025

ຊຸມ​ປີ​ມໍ່ໆ​ມາ​ນີ້, ພາຍ​ໃຕ້​ການ​ຊຸກ​ຍູ້ຈາກຂໍ້​ລິ​ເລີ່ມ​ການຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”, ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ ແລະ ລາວ​ໃນ​ຂົງ​ເຂດ​ກະ​ສິ​ກຳ ​ໄດ້ກ້າວເຂົ້າສູ່​ລວງ​ເລິກ​ຢ່າງ​ບໍ່​ຢຸດ​ຢັ້ງ ແລະ ໄດ້​ຮັບ​ປະ​ສິດທິຜົນ​ນັບມື້ນັບພົ້ນເດັ່ນ. ວັນ​ທີ 23 ກຸມພາ 2025, ເອກະສານເລກໜຶ່ງຂອງ​ສູນ​ກາງ​ພັກ​ຄອມ​ມູ​ນິດ​ຈີນ​ ໄດ້​ເຜີຍ​ແຜ່​ຢ່າງ​ເປັນ​ທາງ​ການ ໂດຍໄດ້​ເນັ້ນ​ໜັກ​ເຖິງ​ການ​ຖື​ເອົາ​ການ​ປະ​ຕິ​ຮູບ-ເປີດ​ປະ​ຕູ​ສູ່​ພາຍ ນອກ ແລະ ການ​ປະ​ດິດ​ສ້າງ​ໃໝ່​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ເປັນພະລັງຂັບ​ເຄື່ອນທີ່ສໍາຄັນ, ປັບ​ປຸງ​ບູ​ລະ​ນະ​ລະ​ບຽບ​ການ​ເຄື່ອນ​ໄຫວທາງທຸລະກິດພື້ນ​ຖານຢູ່ຊົນ​ນະ​ບົດ, ຊຸກ​ຍູ້​ການ​ພັດ​ທະ​ນາ​ຊົນ​ນະ​ບົດ​ໃຫ້​ຈະ​ເລີນ​ຮຸ່ງ​ເຮືອງ​ຢ່າງ​ຮອບ​ດ້ານ. ສິ່ງ​ນີ້​ໄດ້​ສະ​ໜອງ​ພື້ນ​ທີ່​ອັນ​ກວ້າງ​ຂວາງກວ່າ​ເກົ່າ​ໃຫ້​ແກ່​ການ​ຮ່ວມ​ມື​ດ້ານ​ເຕັກ​ໂນ​ໂລ​ຊີ​ກະ​ສິ​ກຳ, ເງິນ​ທຶນ ແລະ ການ​ແລກ​ປ່ຽນ​ບົດ​ຮຽນ​ລະ​ຫວ່າງ​ຈີນ ແລະ ລາວ ທັງ​ໄດ້​ສ້າງ​ໂອ​ກາດ​ໃໝ່​ໃຫ້​ແກ່​ການ​ພັດ​ທະ​ນາ​ດ້ານກະ​ສິ​ກຳຂອງ​ລາວ.
ເອ​ກະ​ສານ​ເລກ​ໜຶ່ງ​ຂອງ​ສູນ​ກາງ​ພັກ​ຄອມ​ມູນິດ​ຈີນ​ ໄດ້​ສະ​ເໜີ​ນິ​ຍາມ​ໃໝ່, ຄື: ຖືເອົາການປະ​ດິດ​ສ້າງໃໝ່ດ້ານວິທະຍາ​ສາດ​ເຕັກ​ໂນ​ໂລ​ຊີ​ເປັນຕົວນຳໃນການລວມຕົວຂອງປັດ​ໄຈ​ການ​ຜະ​ລິດທີ່ກ້າວໜ້າ, ພັດ​ທະ​ນາ​ກຳ​ລັງ​ການ​ຜະ​ລິດ​ດ້ວຍ​ຄຸນ​ນະ​ພາບ​ໃໝ່​ໃນດ້ານກະ​ສິ​ກຳ ໂດຍອີງໃສ່ເງື່ອນໄຂທີ່ເອື້ອອຳນວຍ​ຂອງທ້ອງຖິ່ນຕ່າງໆ. ປັດ​ຈຸ​ບັນ​, ການ​ປະ​ດິດ​ສ້າງ​ໃໝ່​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ກະ​ສິ​ກຳ​​ໂດຍ​ລວມຂອງ​ຈີນ​ ໄດ້​ກ້າວ​ຂຶ້ນ​ສູ່​ລະ​ດັບ​ນຳ​ໜ້າ​ຂອງ​ໂລກ, ອັດ​ຕາ​ການປະ​ກອບ​ສ່ວນຕໍ່ຄວາມຄືບ​ໜ້າ​ຂອງ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລຊີດ້ານກະສິ​ກຳ​ ມີ​ເຖິງ 63,2%, ​​ການໃຊ້ແນວພັນພືດຄຸນນະພາບດີກວມຫຼາຍກວ່າ 96%, ອັດ​ຕາ​ການໃຊ້​ກົນ​ຈັກ​ໂດຍ​ສັງ​ລວມໃນການໄຖ,​ປູກ ແລະ ເກັບ​ກ່ຽວກວມຫຼາຍກວ່າ 75%. ປີ 2024, ຜົນຜະ​ລິດທັນຍະພືດຂອງ​ຈີນ​ໄດ້​ບັນລຸເຖີງ 700 ລ້ານ​ໂຕນ​ເປັນ​ຄັ້ງ​ທຳ​ອິດ ແລະ ກຳ​ລັງ​ການ​ຜະ​ລິດ​ສັງ​ລວມ​ດ້ານ​ກະ​ສິ​ກຳ​ເພີ່ມສູງ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ.
ຈີນ ​ມີ​ບົດ​ຮຽນ ແລະ ເຕັກ​ໂນ​ໂລ​ຊີ​ທີ່​ກ້າວ​ໜ້າ​ໃນ​ຂົງ​ເຂດ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ດ້ານກະ​ສິ​ກຳ ແລະ ​ໄດ້​ໃຫ້​ການ​ສະ​ໜັບ​ສະ​ໜູນ​ທີ່​ສຳ​ຄັນ​​ແກ່​ການ​ຫັນເປັນທັນ​ສະ​ໄໝ​ດ້ານ​ກະ​ສິ​ກຳຂອງ​ລາວ. ຕົວ​ຢ່າງ: ສະ​ຖາ​ບັນ​ວິ​ທະ​ຍາ​ສາດ​ການກະ​ເສດ​ແຂວງ​ຢຸນ​ນານ ໄດ້​ສ້າງ​ສວນ​ນິ​ຄົມ​ທົດລອງວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ກະ​ສິ​ກຳຢູ່​ນະ​ຄອນຫຼວງວຽງ​ຈັນ ແລະ ປະສົບຜົນສໍາເລັດໃນການເຜີຍແຜ່ແນວ​ພັນ​ເຂົ້າ​ທີ່ນໍາໃຊ້ນໍ້າຢ່າງ​ປະ​ຢັດ​ ແລະ ທົນທານ​ຕໍ່ຄວາມ​ແຫ້ງ​ແລ້ງ ທັງໃຫ້ຜົນ​ຜະ​ລິດ​ສູງກວ່າ​ແນວ​ພັນ​ເຂົ້າ​ທຳ​ມະ​ດາ​ຢູ່​ນະ​ຄອນຫຼວງວຽງ​ຈັນ​; ນັບ​ແຕ່​ປີ 2013 ມາ​ຮອດ​ປັດ​ຈຸ​ບັນ​, ສະ​ຖາ​ນີ​ທົດ​ລອງ​ແນວ​ພັນພືດ​ທີ່​ດີ​ຈີນ(ກວາ​ງ​ຊີ)-ລາວ​ ໄດ້​ທົດ​ລອງ​ປູກ​ພືດ 262 ແນວ​ພັນ, ​ສົ່ງເສີມ​ການ​ປູກ​ພືດຢູ່​ນະ​ຄອນຫຼວງວຽງ​ຈັນ​ ໃນ​ເນື້ອ​ທີ່ຫຼາຍກວ່າ 3.000 ເຮັກ​ຕາ ເຊິ່ງ​ໄດ້ເສີມ​ຂະ​ຫຍາຍ​ບົດ​ບາດ​​ທີ່​ດີໃນ​ການ​ຍົກ​ສູງ​ຄຸນນະພາບດ້ານ​ການ​ຜະ​ລິດ​ກະ​ສິ​ກຳ​ຂອງ​ລາວ.
ຈີນ ​ເປັນ​ຕະຫຼາດສົ່ງອອກສິນຄ້າໃຫຍ່ທີ່ສຸດຂອງລາວ ແລະ ເປັນ​ປະ​ເທດທີ່ເຂົ້າໄປລົງທຶນຫຼາຍເປັນ​ອັນ​ດັບ​ໜຶ່ງ​ຢູ່​ລາວ. ໂຄງ​ການ​ລົງ​ທຶນ​ຂອງ​ວິ​ສາ​ຫະ​ກິດ​ຈີນ​ຢູ່​ລາວ ບໍ່​ພຽງ​ແຕ່​ໄດ້​ຊຸກ​ຍູ້​ການ​ພັດ​ທະ​ນາ​ດ້ານກະ​ສິ​ກຳ​ຂອງ​ລາວ​ເທົ່າ​ນັ້ນ, ຫາກຍັງ​ໄດ້​ເຮັດ​ໃຫ້​ຊາວ​ກະ​ສິ​ກອນຂອງລາວ​ມີ​ລາຍ​ຮັບ​ນັບມື້ເພີ່ມ​ຂຶ້ນ. ກຸ່ມ​ບໍ​ລິ​ສັດການບຸກເບີກການກະເສດຢຸນ​ນານ​ໄດ້​ປະ​ຕິ​ບັດ​ໂຄງ​ການທົດລອງປູກ​ພືດທົດ​ແທນການປູກ​ຝິ່ນ​ຢູ່​ແຂວງ​ຜົ້ງ​ສາ​ລີ, ດ້ວຍ​ການ​ປູກ​ຢາງ​ພາ​ລາ, ສາ​ລີ ແລະອື່ນໆ, ບໍ່​ພຽງ​ແຕ່​ໄດ້​ຊຸກ​ຍູ້​ການ​ຫັນ​ປ່ຽນ​ຮູບ​ແບບ​ອຸດ​ສາ​ຫະ​ກຳ​ຂອງ​ທ້ອງ​ຖິ່ນ​ເທົ່າ​ນັ້ນ, ຫາກຍັງ​ໄດ້​ເຮັດ​ໃຫ້​ປະຊາຊົນ​ແຕ່​ລະ​ຄອບ​ຄົວ​ມີ​ລາຍ​ຮັບ​ຢ່າງໜ້ອຍ 15.000 ຢວນ​ຂຶ້ນ​ໄປ ເຊິ່ງ​ໄດ້​ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ເຂົາເຈົ້າ​ໃຫ້​ດີ​ຂຶ້ນ​ຢ່າງ​ແທ້​ຈິງ.
ນອກ​ນີ້, ຄຽງຄູ່ກັບການ​ເປີດ​ນຳ​ໃຊ້​ທາງ​ລົດ​ໄຟ​ລາວ​-ຈີນ ແລະ ການ​ມີຜົນບັງ​ຄັບໃຊ້ຂອງສັນຍາການພົວພັນຄູ່ຮ່ວມເສດຖະກິດຮອບດ້ານຂອງພາກພື້ນ ຫຼື RCEP, ໄດ້​ຊຸກ​ຍູ້​ການ​ເຊື່ອມ​ໂຍງ​-ເຊື່ອມ​ຈອດ​ດ້ານ​ພື້ນ​ຖານ​ໂຄງ​ລ່າງ​ຂອງ​ພາກ​ພື້ນ ແລະ ຄວາມ​ໂລ່ງ​ລ່ຽນ​ດ້ານ​ການ​ຄ້າ ແລະ ໄດ້​ອຳ​ນວຍ​ຄວາມ​ສະ​ດວກ​ໃຫ້​ແກ່​ການ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ​ຂອງ​ລາວດີຂຶ້ນແບບກ້າວກະໂດດ.
ການ​ລົງ​ເລິກ​ການ​ຮ່ວມ​ມື​ດ້ານ​ກະ​ສິ​ກຳ ແມ່ນ​ບໍ່​ສາ​ມາດ​ປາສະ​ຈາກ​ການ​ສະ​ໜັບ​ສະ​ໜູນ​ຂອງ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ. ຜ່ານການຈັດ​ຊຸດ​ອົບ​ຮົມ​ເຕັກ​ນິກ ແລະ ການ​ຮ່ວມ​ມື​ດ້ານ​ອາ​ຊີ​ວະ​ສຶກ​ສາ, ຈີນໄດ້​ອົບ​ຮົມ​ຜູ້​ບໍ​ລິ​ຫານ ແລະ ນັກ​ວິ​ຊາ​ການ​ກະ​ສິ​ກຳໃຫ້ປະເທດລາວ​ຢ່າງຫຼວງຫຼາຍ. ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ກະ​ຊວງ​ກະ​ສິ​ກຳ ແລະ ຊົນ​ນະ​ບົດ​ຈີນ​ໄດ້​ຈັດ​ຊຸດ​ອົມ​ຮົມ​ເຕັກ​ນິກ 80 ກວ່າ​ຊຸດ​ໃຫ້​ພະ​ນັກ​ງານ​ລາວ​ຢູ່​ຈີນ ມີພະນັກງານ​ບໍ​ລິ​ຫານ​ແລະ ນັກ​ວິ​ຊາ​ການກະສິກຳຈາກລາວເຂົ້າຮ່ວມລວມທັງໝົດເກືອບ 2.000 ຄົນ. ນອກ​ນີ້, ກຸ່ມ​ບໍ​ລິ​ສັດການບຸກເບີກການກະເສດຢຸນ​ນານ​ ຍັງ​ໄດ້ຮ່ວມ​ມື​ກັບ​ສະ​ຖາ​ບັນການ​ສຶກ​ສາ ໂດຍ​ການສ້າງສູນ​ສະ​ໜັບ​ສະ​ໜູນ​ການ​ປະ​ກອບ​ອາ​ຊີບ ແລະ ການ​ສ້າງ​ທຸ​ລະ​ກິດ​ສຳ​ລັບ​ຊາວ​ໜຸ່ມ​ລາວ, ສະ​ໜອງ​ການ​ອົບ​ຮົມ​ສີ​ມື​ແຮງ​ງານ ແລະ ເວ​ທີ​ການ​ປະ​ດິດສ້າງ​ທຸ​ລະ​ກິດ​ໃໝ່​ໃຫ້​ແກ່​ຊາວ​ໜຸ່ມ​ລາວ ເຊິ່ງເປັນການປະກອບສ່ວນທີ່ສໍາຄັນໃນການພັດທະນາດ້ານກະສິກໍາຂອງລາວໃຫ້ດີຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ​.
ການ​ຮ່ວມ​ມື​ດ້ານກະ​ສິ​ກຳ​ລະ​ຫວ່າງ​ຈີນ ແລະ ລາວ​ ເປັນການປະກອບສ່ວນທີ່​ສຳ​ຄັນ​ໃນ​ການເສີມ​ສ້າງ​ຄູ່​ຮ່ວມ​ຊາ​ຕາ​ກຳ​ຈີນ-ລາວ, ລາວ-ຈີນ. ກະ​ສິ​ກຳ​ຂອງ​ຈີນ ແລະ ລາວ ຖືເປັນທ່າແຮງສໍາຄັນ​ທີ່​ຊ່ວຍ​ຊູ​ຍູ້​ໜູນ​ກັນ ແລະ ມີ​ອະ​ນາ​ຄົດ​ຂອງການຮ່ວມມືຢ່າງກວ້າງ​ຂວາງ. ໃນຕໍ່ໜ້າ, ຈີນ​ຈະ​ສືບ​ຕໍ່​ປະ​ຕິ​ບັດ​ຕາມ​ແນວ​ຄິດ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ ແລະ ການຮ່ວມ​ມືບົນພື້ນຖານ​ຕ່າງຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດ, ສືບ​ຕໍ່​ສະ​ໜັບ​ສະ​ໜູນ​ການ​ພັດ​ທະ​ນາ​ດ້ານກະ​ສິ​ກຳ​ຂອງ​ລາວ ແລະ ຊຸກ​ຍູ້​ໃຫ້​ການ​ຮ່ວມ​ມື​ດ້ານ​ກະ​ສິ​ກຳ​ລະ​ຫວ່າງ​ສອງ​ປະ​ເທດນັບມື້​ກ້າວ​ຂຶ້ນ​ສູ່​ລະ​ດັບ​ສູງກວ່າ​ເກົ່າ.
ທີ່ມາ: CMG