ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຈີນ ແລະ ອາຊຽນ​ຮ່ວມ​ມື​ກັນ​ເພື່ອ​ປົກ​ປ້ອງ​​ສັນ​ຕິ​ພາບ ແລະ ສະ​ຖຽນ​ລະ​ພາບ​ຂອງພາ​ກ​ພື້ນ.

Apr 8, 2024

ເມື່ອ​ບໍ່​ດົນ​ມາ​ນີ້, ທ່ານ​ປ​ຣາໂບ​ໂວ ຊຸ​ບຽນ​ໂຕ ປະ​ທາ​ນາ​ທິ​ບໍ​ດີ​ອິນ​ໂດ​ເນ​ເຊຍ​ທີ່​ໄດ້​ຮັບ​ການ​ເລືອກ​ຕັ້ງ, ທ່ານ​ສະ​ເຫຼີມ​ໄຊ ກົມ​ມະ​ສິດ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ລາວ, ທ່ານ​ບຸຍ​ແທັງ​ເຊິ​ນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ, ທ່ານ​ເບັນ​ດີ​ໂຕ ເຟ​ຣ​ຕັ​ສ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຕີ​ມໍ​ແລັດ​ສະ​ເຕ ແລະ ສົມເດັດພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບພະຣັດຣາຊະສຸດາ ສະຫຍາມບໍຣົມຣາຊະກຸມາຣີ ແຫ່ງ ຣາຊະອານາຈັກໄທ ໄດ້​ເດີນ​ທາງ​ມາ​ຢ້ຽມ​ຢາມ​ຈີນ​ຕາມລຳ​ດັບ ເຊິ່ງ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ຄວາມ​ປາ​ຖະ​ໜາ​ອັນ​ຕັ້ງ​ໜ້າ​ຂອງ​ປະ​ເທດ​ທີ່​ກ່ຽວ​ຂ້ອງ​ໃນ​ການ​ພັດ​ທະ​ນາ​ການ​ພົວ​ພັນ​ກັບ​ຈີນ.
ກ​ານ​ຮ່ວມ​ມື​ລະ​ຫວ່​າງ​ຈີນ ແລະ​ ອາ​ຊຽນໃນ​ຂົງ​ເຂດ​ຄວາມ​ໝັ້ນ​ຄົງ​ດ້ານ​ການ​ເມືອງ, ເສດ​ຖະ​ກິດ​ການ​ຄ້າ, ການ​ແລກ​ປ່ຽນ​ດ້ານ​ວັດ​ທະ​ນະ​ທຳ ແລະ ຂົງ​ເຂດ​ອື່ນໆ​ໄດ້ຂະ​ຫຍາຍ​ຕົວ​ເຂົ້າ​ສູ່​ລວງເລິກ​ຢ່າງ​ຕໍ່​ເນື່ອງ​ມາ​ໂດຍ​ຕະຫຼອດ, ຫຼາຍ​ໂຄງ​ການ​ທີ່ຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ທີ່​ກ່ຽວ​ພັນ​ກັບ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນໄດ້​ຮັບ​ຄວາມ​ຄືບ​ໜ້າ​ເລື່ອຍໆ. ຈີນ​ໄດ້​ຍຶດ​ໝັ້ນ​ໃນ​ການ​ຄຸ້ມ​ຄອງ, ຄວບ​ຄຸ​ມ ແລະ ແກ້​ໄຂ​ຂໍ້​ຂັດ​ແຍ້ງ​ໂດຍ​ຜ່ານ​ການ​ເຈ​ລະ​ຈາ​ສັນ​ຕິ​ພ​າບ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ. ພຶດ​ຕິ​ກຳ​ຕົວ​ຈິງ​ໄດ້​ພິ​ສູດ​ແລ້ວ​ວ່າ: ການ​ທີ່​ຢູ່​ທະ​ເລ​ຈີນ​ໃຕ້​ ສາ​ມາດ​ຮັກ​ສາ​ສັນ​ຕິ​ພາບ ແລະ ສະ​ຖຽນ​ລະ​ພາບ ແມ່ນ​ປາ​ສະ​ຈາກ​ຄວາມ​ພະ​ຍາ​ຍາມ​ຮ່ວມ​ກັນ​ຂອງ​ຈີນ ແລະ ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ອາຊ​ຽນ​ບໍ່​ໄດ້ ເຊິ່ງ​ເປັນ​ເລື່ອງທີ່​ບໍ່​ແມ່ນ​ງ່າຍ ແລະ ມີ​ຄວາມ​ລ້ຳ​ຄ່າ​ເປັນ​ພິ​ເສດ.
ຜູ້​ຊ່ຽວ​ຊານ​ໄດ້​ວິ​ເຄາະ​ແລ້​ວ​ຊີ້​ອອກວ່າ: ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ​ຮັກ​ສາ​ຄວາມ​ສາ​ມັກ​ຄີ​ເປັ​ນ​ເລື່ອງ​ທີ່​ສຳ​ຄັນ​ທີ່​ສຸດ ເພາະ​ວ່າ​ມີ​ແຕ່​ສາ​ມັກ​ຄີ​ກັນ​ຈຶ່ງ​ສາ​ມາດ​ປົກ​ປ້ອງ​ສິດ ແລະ ຜົນ​ປະ​ໂຫຍດ​ຂອງ​ຕົນໄດ້. ອາ​ເມ​ຣິ​ກາ​ ດຶງ​ເອົາ​ປະ​ເທດ​ຈຳ​ນວນ​ໜຶ່ງ​ຕໍ່​ຕ້ານ​ກັບ​ຈີນ, ທີ່​ຈິງ​ແລ້ວ​ແມ່ນ​ທຳ​ລາຍ​ຄວາມ​ສາ​ມັກ​ຄີ​ຂອງ​ອາ​ຊຽນ ແລະ ເຮັດ​ໃຫ້​ປະ​ຊາ​ຊົນ​ປະ​ເທດ​ສະ​ມາ​ຊິກ​ອາ​ຊ​ຽນ​ເກີດ​ມີ​ຄວາມ​​ກັງ​ວົນ. ສາ​ເຫດ​ທີ່​ປະ​ເທດ​ຈີນ​ມີ​ຄວາມ​ສາ​ມາດ​ດຶງ​ດູດຫຼາຍກວ່າ ແມ່ນ​ຍ້ອນ​ປະ​ເທດ​ຈີນ​ໄດ້​ສະ​ໜອງ​ສິດ​ເປັນ​ເຈົ້າ​ການຫຼາຍກວ່າ​ໃຫ້​ແກ່​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ໃນ​ພາກ​ພື້ນ ແລະ ນະ​ໂຍ​ບາຍ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ຂອງ​ຈີນ​ເປັນ​ນະ​ໂຍ​ບາຍ​ຍາວ​ນານ​ ແລະ ສະ​ເໝີ​ຕົ້​ນ​ສະ​ເໝີ​ປາຍ.
ໃນ​ປີ 2023 ທີ່​ຜ່ານ​ມາ, ຈີນ ແລະ ອາ​ຊຽນ​ໄດ້​ເປັນ​ຄູ່​ການ​ຄ້າ​ໃຫຍ່​ທີ່​ສຸດ​ເຊິ່ງ​ກັນ​ແລະ​ກັນ​ເປັນ​ເວ​ລາ 4 ປີ​ລຽນ​ຕິດ. ປັດ​ຈຸ​ບັນ, ການ​ເຈ​ລະ​ຈາ​ຍົກ​ລະ​ດັບ​ເຂດ​ການ​ຄ້າ​ເສ​ລີ​ຈີນ-ອາ​ຊຽນ​ໃຫ້​ເປັນ​ເຂດ​ການ​ຄ້າ​ເສ​ລີ 3,0 ກຳ​ລັງ​ໄດ້​ດຳ​ເນີນ​ໄປຢ່າງ​ເປັນແບບ​ແຜນ. ພ້ອມ​ກັນ​ນັ້ນ, ປີ​ນີ້​ຍັງ​ເປັນ “ປີ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ຈີນ-ອາ​ຊຽນ”, ສອງ​ຝ່າຍ​ຈະ​​ຮ່ວມ​ກັນຈັດ​ກິດ​ຈະ​ກຳ 200 ກວ່າ​ຄັ້ງ. ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ ແລະ ອາຊຽນ​ໄດ້​ກ້າວ​ເຂົ້າ​ສູ່​ລວງ​ເລິກ​ຢ່າງ​ບໍ່​ຢຸດ​ຢັ້ງ ແລະ ກາ​ຍ​ເປັນ​ເສົາ​ຄ້ຳ​ທີ່​ສຳ​ຄັນ​ໃນ​ການ​ປົກ​ປ້ອງ​ສັນ​ຕິ​ພາບ ແລະ ສະ​ຖຽນ​ລະ​ພາບ ກໍ​ຄື​ການ​ຊຸກ​ຍູ້​ການ​ພັດ​ທະ​ນາ ແລະ ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ພາກ​ພື້ນ.