ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຈີນ ແລະ ອາຊຽນ ຮ່ວມກັນສ້າງຕະຫລາດຂະໜາດໃຫຍ່ພິເສດ ໂດຍຈະນຳມາເຊິ່ງພະລັງຂັບເຄື່ອນການພັດທະນາທີ່ແຂງແຮງ ແລະ ຍາວນານກວ່າເກົ່າ

Oct 12, 2024

ວິທະຍຸໂທລະພາບສູນກາງຈີນ CMG ໄດ້ລາຍງານວ່າ: ວັນທີ 10 ຕຸລານີ້, ທ່ານ ຫລີສຽງ ນາຍົກລັດຖະມົນຕີຈີນ ໄດ້ເຂົ້າຮ່ວມກອງປະຊຸມຜູ້ນຳ ຈີນ-ອາຊຽນ ຄັ້ງທີ 27 (10+1) ຢູ່ນະຄອນຫລວງວຽງຈັນ ສປປ ລາວ. ກອງປະຊຸມຄັ້ງນີ້ ໄດ້ຮັບຮອງເອົາເອກະສານຕ່າງໆທີ່ສຳຄັນເຊັ່ນ: ຖະແຫລງການຮ່ວມວ່າດ້ວຍການສະຫລຸບເນື້ອໃນສຳຄັນ ຂອງການເຈລະຈາຍົກລະດັບສັນຍາການຄ້າເສລີ ຈີນ-ອາຊຽນ ສະບັບທີ 3,0, ຖະແຫລງການຮ່ວມ ຈີນ-ອາຊຽນ ວ່າດ້ວຍການຮ່ວມມືເພື່ອອຳນວຍຄວາມສະດວກໃນການສ້າງສະບົບນິເວດດີຈິຕອນ ທີ່ກວມລວມ ແລະ ຍືນຍົງ, ຖະແຫລງການຮ່ວມ ຈີນ-ອາຊຽນ ວ່າດ້ວຍການລົງເລິກການແລກປ່ຽນ ແລະ ການຮ່ວມມືດ້ານວັດທະນະທຳ ແລະອື່ນໆ ເຊິ່ງສອດຄ່ອງກັບຂໍ້ລິເລີ່ມຂອງລາວ ປະເທດປະທານໝູນວຽນອາຊຽນ ກ່ຽວກັບການເພີ່ມທະວີການຮ່ວມມືໃນ 9 ຂົງເຂດອັນສຳຄັນ ເຊັ່ນ: ການເຊື່ອມໂຍງເຊື່ອມຈອດກັນ, ຄວາມສາມາດການຟື້ນຕົວ, ຄວາມເຂັ້ມແຂງດ້ານການພັດທະນາເປັນຕົ້ນ ພາຍໃຕ້ຫົວຂໍ້ປະຈຳປີ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງຂອງອາຊຽນ”.
ການພັດທະນາເປັນຜົນປະໂຫຍດຮ່ວມຂອງບັນດາປະເທດສະມາຊິກອາຊຽນ. ພາຍຫລັງສົງຄາມເຢັນສິ້ນສຸດລົງເປັນຕົ້ນມາ, ອາຊຽນ ໄດ້ດຳເນີນການຮ່ວມມືກັນໃນຂົງເຂດຕ່າງໆກັບປະເທດໃຫຍ່ໃນໂລກຢ່າງຕັ້ງໜ້າ ໂດຍອາໄສ “ອາຊຽນ+1” “ອາຊຽນ+3” “ອາຊຽນ+8” ແລະ ກົນໄກຫລາຍຝ່າຍອື່ນໆທີ່ຖືອາຊຽນເປັນໃຈກາງ ເຊິ່ງໄດ້ເຮັດໃຫ້ອາຊຽນກາຍເປັນກ້ອນກຳລັງທີ່ບໍ່ສາມາດປະໝາດໄດ້ໃນພາກພື້ນອາຊີ-ປາຊີຟິກ. ຈີນໄດ້ຕັ້ງໜ້າຊຸກຍູ້ການປະສານງານຍຸດທະສາດ ແລະ ການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານກັບອາຊຽນ, ດຳເນີນການຮ່ວມມືດ້ານເສດຖະກິດການຄ້າ ກັບບັນດາປະເທດສະມາຊິກອາຊຽນ, ຊຸກຍູ້ການຮ່ວມກັນສ້າງບ້ານເມືອງແຫ່ງສັນຕິພາບ, ຄວາມສະຫງົບ, ຄວາມຈະເລີນຮຸ່ງເຮືອງ, ສວຍງາມ ແລະ ໄມຕີຈິດມິດຕະພາບ ແລະ ຊຸກຍູ້ການພັດທະນາຮ່ວມຂອງພາກພື້ນ ບົນພື້ນຖານຫລັກການຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ. ໃນປີ 2023, ມູນຄ່າການຄ້າລະຫວ່າງ ຈີນກັບອາຊຽນ ໄດ້ບັນລຸເຖິງປະມານ 911,7 ຕື້ໂດລາ, ສອງຝ່າຍໄດ້ຄອງຖານະເປັນຄູ່ການຄ້າໃຫຍ່ອັນດັບໜຶ່ງ ຂອງກັນແລະກັນເປັນເວລາ 4 ປີລຽນຕິດ, ການຮ່ວມມືດ້ານເສດຖະກິດການຄ້າອັນແໜ້ນແຟ້ນລະຫວ່າງ ຈີນ ກັບ ອາຊຽນ ໄດ້ກາຍເປັນພະລັງຂັບເຄື່ອນອັນສຳຄັນສຳລັບການເຕີບໂຕຂອງເສດຖະກິດພາກພື້ນ.
ປັດຈຸບັນ, ການຟື້ນຕົວຂອງເສດຖະກິດໂລກຍັງມີຄວາມອ່ອນແອ, ລັດທິປົກປ້ອງການຄ້າກຳລັງຟື້ນຄືນ, ການເມືອງພູມີພາກມີຄວາມປັ່ນປ່ວນ ແລະ ບັນຫາອື່ນໆໄດ້ເຮັດໃຫ້ຄວາມບໍ່ໝັ້ນທ່ຽງ ແລະ ຄວາມບໍ່ແນ່ນອນໃນດ້ານການພັດທະນາເພີ່ມຂຶ້ນ, ບັນຫາທີ່ຄວາມຕ້ອງການໂດຍລວມໃນທົ່ວໂລກຕົກຕ່ຳມີຄວາມພົ້ນເດັ່ນຍິ່ງຂຶ້ນ, ຕະຫລາດໄດ້ກາຍເປັນຊັບພະຍາກອນທີ່ຫາຍາກທີ່ສຸດໃນການພັດທະນາເສດຖະກິດໃນປັດຈຸບັນ. ຈີນ ແລະ ອາຊຽນ ເປັນສອງຕະຫລາດໃຫຍ່ທີ່ຕ່າງມີປະຊາກອນຫລາຍກວ່າ 1.400 ລ້ານຄົນ ແລະ 600 ລ້ານຄົນ, ປະຊາກອນໄດ້ກວມເອົາ 1/4 ຂອງໂລກ, ຊັບພະຍາກອນຕະຫລາດເປັນທ່າແຮງທີ່ພົ້ນເດັ່ນທີ່ສຸດຂອງພາກພື້ນນີ້. ປັດຈຸບັນ, ຕະຫລາດ ຈີນ-ອາຊຽນ ຍັງສືບຕໍ່ເພີ່ມທະວີການເປີດປະຕູສູ່ພາຍນອກ, ສັນຍາຕ່າງໆກ່ຽວກັບການຄ້າເສລີສອງຝ່າຍ ແລະ ຫລາຍຝ່າຍ ກໍໄດ້ຮັບການຊຸກຍູ້ໃຫ້ເລັ່ງຈັດຕັ້ງປະຕິບັດໃນຊຸມປີມໍ່ໆມານີ້, ຕະຫລາດທີ່ມີຂະໜາດໃຫຍ່ພິເສດໄດ້ກາຍເປັນເສົາຄ້ຳອັນສຳຄັນທີ່ສຸດໃນການຊຸກຍູ້ຄວາມຈະເລີນຮຸ່ງເຮືອງດ້ານເສດຖະກິດຂອງບັນດາປະເທດໃນພາກພື້ນນີ້.
ໃນກອງປະຊຸມດັ່ງກ່າວ, ຜູ້ນຳຈີນ ແລະ ບັນດາປະເທດສະມາຊິກອາຊຽນ ໄດ້ຮ່ວມກັນປະກາດວ່າ: ການເຈລະຈາຍົກລະດັບສັນຍາການຄ້າເສລີ ຈີນ-ອາຊຽນ ສະບັບທີ 3,0 ໄດ້ສິ້ນສຸດລົງດ້ວຍຜົນສຳເລັດອັນແທ້ຈິງ. ໝາກຜົນອັນສຳຄັນດັ່ງກ່າວໄດ້ເປັນສິ່ງຄ້ຳປະກັນດ້ານລະບຽບການໃຫ້ແກ່ຈີນ ແລະ ອາຊຽນ ໃນການຮ່ວມກັນສ້າງຕະຫລາດທີ່ມີຂະໜາດໃຫຍ່ພິເສດ ແລະ ສະແດງໃຫ້ເຫັນເຖິງທ່າທີອັນຊັດເຈນຂອງບັນດາປະເທດ ໃນພາກພື້ນໃນການສະໜັບສະໜູນລັດທິຫລາຍຝ່າຍ ແລະ ການຄ້າເສລີຢ່າງເດັດດ່ຽວ ເຊິ່ງຈະນຳເອົາພະລັງຂັບເຄື່ອນການພັດທະນາທີ່ແຂງແຮງ ແລະ ຍາວນານກວ່າເກົ່າໃຫ້ແກ່ສອງຝ່າຍ ພ້ອມທັງເປັນສິ່ງຄ້ຳປະກັນທີ່ໜັກແໜ້ນກວ່າເກົ່າ ມາໃຫ້ແກ່ຄວາມຈະເລີນຮຸ່ງເຮືອງຮ່ວມກັນຂອງພາກພື້ນ ກໍຄືຂອງໂລກ.