ຈີນ ໃຫ້ການຊ່ວຍເຫຼືອສຸກເສີນແກ່ມຽນມາ 100 ລ້ານຢວນ ເພື່ອກູ້ໄພແຜ່ນດິນໄຫວ

ວັນທີ 29 ມີນານີ້, ທ່ານ ຫຼີມິງ ໂຄສົກອົງການການພັດທະນາ ແລະ ຮ່ວມມືສາກົນແຫ່ງຊາດຈີນ ກ່າວວ່າ: ເກີດແຜ່ນດິນໄຫວຢູ່ມຽນມາຢ່າງໜັກໜ່ວງ ເຮັດໃຫ້ມີຜູ້ເສຍຊີວິດ ແລະ ບາດເຈັບ
ກໍຄືຄືຜົນເສຍຫາຍທາງດ້ານຊັບສິນເປັນຈຳນວນຫຼວງຫຼາຍ.
ເພື່ອຕອບສະໜອງຕາມຄຳຮ້ອງຂໍຂອງລັດຖະບານມຽນມາ, ລັດຖະບານຈີນ ໄດ້ຕົກລົງໃຫ້ການຊ່ວຍເຫຼືອດ້ານມະນຸດສະທຳຈຳນວນ 100 ລ້ານຢວນ ເພື່ອນໍາໃຊ້ເຂົ້າໃນການກູ້ໄພແຜ່ນດິນໄຫວດັ່ງກ່າວ, ນອກນີ້ຈີນ ຍັງໄດ້ແຕ່ງຕັ້ງ 2 ໜ່ວຍງານກູ້ໄພ ໄປເຂດປະສົບໄພ ແລະ ສະໜໜອງ ເຕັ້ນ, ຜ້າຫົ່ມ, ຖົງຢາປະຖົມພະຍາ ບານ, ອາຫານ, ນ້ຳດື່ມ ແລະ ວັດຖຸອື່ນໆ ທີ່ຕ້ອງການສຸກເສີນໃຫ້ແກ່ເຂດປະສົບໄພ.
ເຄື່ອງຊ່ວຍເຫຼືອງວດທຳອິດຈາກລັດຖະບານຈີນ ຈະເລີ່ມຂົນສົ່ງໃນວັນທີ 31 ມີນານີ້ຕາມແຜນການ. ນອກຈາກນີ້, ຈີນ ຍັງຈະສືບຕໍ່ໃຫ້ການຊ່ວຍເຫຼືອຕາມຄວາມຕ້ອງການຂອງມຽນມາ ຕື່ມອີກ.
ທີ່ມາ: CMG




