ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຈົ່ງມີສະຕິລະວັງຕົວ ຕໍ່ກົນອຸບາຍກຸ່ມຄົນສໍ້ໂກງຊັບທາງອອນລາຍ.

May 23, 2025

ອີງຕາມ ແຈ້ງການຂອງ ປກສ ແຂວງຫົວພັນ ລົງເມື່ອວັນທີ 22 ພຶດສະພາ 2025 ກ່ຽວກັບ ເພິ່ມທະວີຍົກສູງສະຕິລະວັງຕົວຕໍ່ກົນອຸບາຍຂອງກຸ່ມຄົນບໍ່ຫວັງຫຼອກລວງ (ສໍ້ໂກງຊັບ) ທາງອອນລາຍ ດ້ວຍເລ່ລ່ຽມ, ກົນອຸບາຍຫຼາຍຮູບແບບ ແລະ ວິທີການທີ່ແຕກຕ່າງກັນສະແດງອອກດັ່ງລຸ່ມນີ້:
1. ຮູບແບບການໂຄສະນາເລກ 06 ໂຕ, ເລກລາວ, ເລກໄທ, ລົງໃນສື່ສັງຄົມອອນລາຍເຊັ່ນ: ວັອດແອບ ຫຼື ເຟັສບຸກ ເພື່ອໃຫ້ຜູ້ເສຍຫາຍຫຼົງເຊື່ອ ແລະ ແອບອ້າງວ່າ : ຖ້າຕ້ອງການຖືກເລກ 06 ໂຕ ແມ່ນຕ້ອງໄດ້ໂອນເງິນ ມາລົງທະບຽບ ເພື່ອແລກກັບເລກດັ່ງກ່າວ ຈິ່ງມີຄົນຫຼົງເຊື່ອແລ້ວໂອນເງິນໃຫ້ ເມື່ອຮອດກໍານົດເວລາເລກອອກແມ່ນ ບໍ່ໄດ້ຮັບເລກຕາມທີ່ໄດ້ຕົກລົງນໍາກັນ ຈິ່ງຮູ້ວ່າຕົວເອງຕົກເປັນຜູ້ເສຍຫາຍເປັນເງິນຈໍານວນຫຼວງຫຼາຍ.
2. ການໂຄສະນາປ່ອຍເງິນກູ້ຢືມອອນລາຍ ດ້ວຍຮູບການນໍາໃຊ້ວິທີການສ້າງເຟດບຸກຂອງບັນດາທະນາ ຄານເປັນຕົ້ນແມ່ນທະນາຄານ JDB, ທະນາຄານພັດທະນາລາວ…ຂຶ້ນມາເພື່ອແອບອ້າງ ແລ້ວໂຄສະນາການກູ້ຢືມ ໂດຍບໍ່ມີຫຼັກຊັບຄໍ້າປະກັນ, ພຽງແຕ່ມີບັດປະຈໍາຕົວ ຫຼື ປຶ້ມສໍາມະໂນຄົວ ກໍ່ສາມາດກູ້ຢືມເງິນໄດ້ ຈິ່ງພາໃຫ້ຫຼົງເຊື່ອ ແລະ ຕົກເປັນຜູ້ເສຍຫາຍ ຫຼື ຜູ້ຖືກສໍ້ໂກງຊັບທັນທີໂດຍບໍ່ຮູ້ຕົວ.
3. ຮູບແບບການນໍາໃຊ້ເຟດບຸກແຊັດຫາ ຫຼື ໂທຫາທາງເມັສເຊັນເຈີ (messenger) ຈະຝາກເຄື່ອງມາແຕ່ ຕ່າງປະເທດ ເປັນຕົ້ນແມ່ນຝາກປະເພດເຄື່ອງໃຊ້, ເງິນໂດລາຈໍານວນຫຼວງຫຼາຍ ຫຼື ຊັບສິນປະເພດຕ່າງໆທີ່ມີມູນຄ່າ ເພື່ອໃຫ້ຜູ້ເສຍຫາຍຫຼົງເຊື່ອ ແລ້ວໂອນເງິນຄ່າຝາກເຄື່ອງ – ຄ່າທໍານຽມໄປກ່ອນ ພ້ອມທັງບອກເລກບັນຊີ ຫຼື ຊ່ອງ ທາງຕ່າງໆໃຫ້ຜູ້ເສຍຫາຍໂອນເງິນໄປໃຫ້.
4. ຮູບແບບການແຮັກເຟັສບຸກ ຫຼື ນໍາໃຊ້ຮູບພາບຫນ້າເຟັສບຸກຂອງບຸກຄົນອື່ນເພື່ອເປັນເຄື່ອງມືໃນການ ຫຼອກລວງສໍ້ໂກງ ດ້ວຍການສົ່ງຂໍ້ຄວາມໄປຂໍກູ້ຢືມເງິນນໍາເພື່ອນໃນເຟັສບຸກ, ຄອບຄົວ, ຍາດພີ່ນ້ອງຂອງເຈົ້າຂອງຮູບ ໃນຫນ້າເຟັສບຸກຕົວຈິງ ຫຼື ນໍາໃຊ້ເຂົ້າໃນການໂຄສະນາການຫຼີ້ນເກມອອນລາຍ, ຂາຍເຄື່ອງອອນລາຍຕ່າງໆ ເຊັ່ນ: ການໂຄສະນາຂາຍສິ້ນໄຫມ, ຂາຍລົດຈັກ – ລົດໃຫ່ຍ, ການຮັບແລ່ນເອກະສານປະເພດຕ່າງໆ ແລ້ວທ່ານຈະກາຍເປັນຜູ້ໂຊກດີຖືກລາງວັນໃຫຍ່ໄດ້ຮັບເງິນເປັນຈໍານວນຫຼາຍ ເພື່ອເປັນແຮງດຶງດູດຄວາມສົນໃຈໃຫ້ແກ່ຜູ້ເສຍ ຫາຍ ຕ້ອງໄດ້ໂອນເງິນຄ່າມັດຈໍາ, ຄ່າພາສີ, ອາກອນ, ພາຍຫຼັງໂອນເງິນສໍາເລັດແມ່ນບໍ່ສາມາດຕິດຕໍ່ໄດ້.
5. ມາດຕະການຈັດຕັ້ງປະຕິບັດ:
5.1. ພາຍຫຼັງໄດ້ຮັບແຈ້ງການສະບັບນີ້ແລ້ວ, ມອບໃຫ້ກອງບັນຊາການ ປກສ 10 ເມືອງເປັນເຈົ້າການໃນ ການປະສານສົມທົບກັບການນໍາເມືອງ, ຫ້ອງການອ້ອມຂ້າງເມືອງຂອງຕົນ ຈັດຕັ້ງເຜີຍແຜ່, ຜັນຂະຫຍາຍ, ເຊື່ອມ ຊຶມໃຫ້ທົ່ວເຖິງນັບແຕ່ຂັ້ນເມືອງລົງຮອດຂັ້ນບ້ານດ້ວຍຫຼາຍຊ່ອງທາງເປັນຕົ້ນທາງໂທລະໂຄ່ງ,ວິທະຍຸກະຈາຍສຽງ…
5.2. ກໍລະນີພົບເຫັນ ຫຼື ຕົກເປັນຜູ້ເສຍຫາຍຖືກຕົວະຍົວະຫຼອກລວງສໍ້ໂກງຊັບຜ່ານສື່ສັງຄົມອອນລາຍ ແມ່ນໃຫ້ບັນດາທ່ານເຂົ້າມາແຈ້ງຄວາມຕໍ່ເຈົ້າຫນ້າທີ່ ປກສ ເມືອງຂອງຕົນ ເພື່ອລາຍງານຂໍທິດຊີ້ນໍາຈາກ ປກສ ແຂວງ ຫົວພັນ ພ້ອມທັງມີວິທີການປ້ອງກັນ, ສະກັດກັ້ນ ແລະ ແກ້ໄຂໃຫ້ທັນເວລາ.