ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຈໍານວນບ້ານຢູ່ແຂວງສະຫວັນນະເຂດ ໄດ້ໃຊ້ໄຟຟ້າແລ້ວກວມເອົາ 95.51%

Feb 23, 2025

ວັນທີ 19 ກຸມພາ 2025 ທີ່ແຂວງສະຫວັນນະເຂດ ໄດ້ຈັດກອງປະຊຸມເສວະນາກ່ຽວກັບການດໍາເນີນທຸລະກິດຂອງ ລັດວິສາຫະກິດໄຟຟ້າລາວ ທີ່ຕິດພັນກັບການປັບປຸງໂຄງສ້າງລາຄາໄຟຟ້າໃໝ່ ປີ 2025-2029 ຊຶ່ງເປັນໜຶ່ງໃນແຜນວຽກປະຕິຮູບຂອງລັດວິສາຫະກິດໄຟຟ້າລາວ ໂດຍການເປັນປະທານຮ່ວມຂອງ ທ່ານ ແສນສັກ ສຸລິສັກ ຮອງເຈົ້າແຂວງ ແຂວງສະຫວັນນະເຂດ ແລະ ທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງພະລັງງານ ແລະບໍ່ແຮ່ ແລະ ທ່ານ ອາຄົມເດດ ວົງໄຊ ຜູ້ອຳນວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ.
ການຈັດກອງປະຊຸມຄັ້ງນີ້ ເພື່ອທຳຄວາມເຂົ້າໃຈໃຫ້ເລິກເຊິ່ງຂຶ້ນຕື່ມ ກ່ຽວກັບການດໍາເນີນທຸລະກິດຂອງລັດວິສາຫະກິດໄຟຟ້າລາວ ເຊິ່ງເປັນວິສາຫະກິດຍຸດທະ ສາດຂອງປະເທດ ຢູ່ໃນການຄຸ້ມຄອງ ດ້ານເຕັກນິກ-ວິຊາການ ໂດຍກະຊວງພະລັງ ງານ ແລະບໍ່ແຮ່, ເປັນວິສາຫະກິດ ທີ່ປະຕິບັດພາລະບົດບາດ ຄື: ຮັບຜິດຊອບໜ້າທີ່ການເມືອງ ກໍ່ຄືການປະຕິບັດໜ້າທີ່ສະໜັບສະໜູນ ແລະຈັດຕັ້ງປະຕິບັດແຜນພັດ ທະນາເສດຖະກິດ-ສັງຄົມແຫ່ງຊາດ ໃນແຕ່ລະໄລຍະ ໃຫ້ເປັນຮູບປະທຳ, ໂດຍສະເພາະແມ່ນຮັບປະກັນການສະໜອງໄຟໃຫ້ປະຊາຊົນລາວບັນດາເຜົ່າ ສາມາດມີໄຟຟ້າໃຊ້ຢ່າງພຽງພໍ ແລະທົ່ວເຖິງ ຕາມທິດທາງນະໂຍບາຍ ທີ່ລັດຖະບານກໍານົດໄວ້ (ເຊິ່ງມາ ຮອດປະຈຸບັນ ປະຊາຊົນລາວສາມາດມີໄຟຟ້າໃຊ້ແລ້ວ ເຖິງ 95% ຂອງຈໍານວນຄົວເຮືອນທັງໝົດ ທົ່ວປະເທດ) ແລະດໍາເນີນທຸລະກິດໃຫ້ມີປະສິດທິພາບ ແລະປະສິດ ທິຜົນ ໂດຍແນໃສ່ສ້າງອຸດສາຫະກໍາໄຟຟ້າໃຫ້ເປັນຂະແໜງການຫຼັກໃນການພັດທະນາເສດຖະກິດ-ສັງຄົມ ແລະສ້າງລາຍຮັບໃຫ້ແກ່ປະເທດ, ພ້ອມທັງຊຸກຍູ້ສົ່ງເສີມຂະ ແໜງການປິ່ນອ້ອມໃຫ້ມີການພັດທະນາໄປຄຽງຄູ່ກັນ ເພື່ອສ້າງວຽກເຮັດງານທໍາໃຫ້ປະຊາຊົນລາວບັນດາເຜົ່າ ແລະໄດ້ຊົມໃຊ້ໄຟຟ້າໃນລາຄາທີ່ສົມເຫດສົມຜົນ.
ການປະຕິບັດສອງໜ້າທີ່ຍຸດທະສາດໃຫ້ສອດຄ່ອງກັນນັ້ນ ເປັນພາລະໜ້າທີ່ອັນໜັກໜ່ວງ ຂອງລັດວິສາຫະກິດໄຟຟ້າລາວ ແລະຈໍາເປັນຕ້ອງໃຊ້ທຶນຮອນອັນມະຫາ ສານ ເຂົ້າໃນການພັດທະນາລະບົບໂຄງລ່າງພື້ນຖານ ນັບຕັ້ງແຕ່ການລົງທຶນກໍ່ສ້າງສາຍສົ່ງ-ສະຖານີໄຟຟ້າແຮງສູງ, ກໍ່ສ້າງຕາຂ່າຍໄຟຟ້າແຮງກາງ ແລະແຮງຕໍ່າ, ຈົນຮອດໝໍ້ນັບໄຟທີ່ຕິດຕັ້ງຢູ່ຕາມຄົວເຮືອນຂອງປະຊາຊົນ.
ແຂວງສະຫວັນນະເຂດ ປະກອບມີທັງໝົດ 14 ເມືອງ,1 ນະຄອນ, ມີ 1,025 ບ້ານ, ໃນນີ້ ມີໄຟຟ້າໃຊ້ແລ້ວ 979 ບ້ານ, ກວມເອົາ 95.51%, ມີ 169,773 ຄົວເຮືອນ, ມີໄຟຟ້າໃຊ້ແລ້ວ 166,605 ຄົວເຮືອນ, ກວມເອົາ 98.13%.
ເພື່ອຮັບປະກັນການດໍາເນີນທຸລະກິດໃຫ້ມີປະສິດທິຜົນ ລັດວິສາຫະກິດໄຟຟ້າລາວ ກຳລັງດໍາເນີນການປະຕິຮູບຮອບດ້ານ ເພື່ອສະໜອງນະໂຍບາຍຂອງລັດຖະ ບານ ໃນການຫັນເອົາພະລັງງານໄຟຟ້າໃຫ້ກາຍເປັນກະດູກສັນຫຼັງຂອງການພັດທະ ນາປະເທດ ຕາມທິດຫັນເປັນອຸດສາຫະກຳ ແລະທັນສະໄໝ ຕອບສະໜອງການປະ ຕິບັດ ວາລະແຫ່ງຊາດ ເພື່ອແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ທີ່ ສະພາແຫ່ງຊາດໄດ້ຮັບຮອງໃຫ້ມີປະສິດທິຜົນ ແລະ ປະກົດຜົນເປັນຈິງ.
ທີ່ມາ: ສະຫວັນພັດທະນາ ຂ່າວ