ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຈໍາປາສັກ ຈັດການສະແດງ ກ້ອນກຳລັງ ທີ່ຈະມາສະແດງໃນພິທີປິດງານມະຫະກຳກິລາແຫ່ງຊາດ ຄັ້ງທີ 12 ທີ່ນະຄອນຫຼວງວຽງຈັນ ເພື່ອຮັບທຸງໄຊເປັນເຈົ້າພາບຈັດງານມະຫະກຳກິລາແຫ່ງຊາດ ຄັ້ງທີ 13 ໃນປີ 2028.

Nov 24, 2025

ທ່ານ ອາລຸນໄຊ ສູນນະລາດ ເລຂາພັກແຂວງຈໍາປາສັກ, ທ່ານ ສຸກສະຫວັນ ວິໄລວົງ ຮອງເລຂາພັກແຂວງ ປະທານຄະນະກໍາມະການປົກຄອງແຂວງ, ທ່ານ ພູວົງ ອະໄພ ກຳມະການພັກແຂວງ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ພ້ອມຄະນະນໍາຂອງແຂວງ ແລະ ມວນຊົນ ໄດ້ເຂົ້າຮ່ວມຊົມການສະແດງກ້ອນກຳລັງ ທີ່ຈະມາສະແດງໃນພິທີປິດງານມະຫະກຳກິລາແຫ່ງຊາດ ຄັ້ງທີ 12 ທີ່ນະຄອນຫຼວງວຽງຈັນ ເພື່ອຮັບເອົາທຸງໄຊເປັນເຈົ້າພາບຈັດງານມະຫະກຳກິລາແຫ່ງຊາດ ຄັ້ງທີ 13 ໃນປີ 2028.
ການສະແດງກ້ອນກໍາລັງມີຂຶ້ນໃນຕອນແລງວັນທີ 21 ພະຈິກ 2025 ທີ່ສະໜາມກິລາແຂວງ (ຫຼັກ2) ນະຄອນປາກເຊ, ໂດຍແມ່ນພະແນກສຶກສາທິການ ແລະ ກິລາແຂວງ – ຄະນະກຳມະການ ກອງເລຂາ ຮ່ວມກັບ ພະແນກວັດທະນະທຳ ແລະ ທ່ອງທ່ຽວແຂວງຈັດຂຶ້ນ.
May be an image of one or more people, clarinet and text May be an image of one or more people and people performing martial arts
ການຝຶກຊ້ອມຂອງກ້ອນກໍາລັງແມ່ນເລີ່ມແຕ່ວັນທີ 15 ພະຈິກ 2025 ເປັນຕົ້ນມາ, ເນື້ອໃນການສະແດງແມ່ນເນັ້ນໃສ່ຍິນດີຕ້ອນຮັບ ສູ່ແຂວງຈໍາປາສັກ. ບັນດາບົດຟ້ອນ, ບົດເພງ, ສັດນໍາໂຊກ ແລະ ຄໍາຂວັນ ລ້ວນແຕ່ ໄດ້ຈັດການປະກວດແຂ່ງຂັນ ແລະ ຮັບຮອງເອົາຜູ້ຊະນະເລີດ ເພື່ອເປັນຕົວແທນ ສະແດງອອກຢູໃນບົດສະແດງລວມມີ 4 ຕອນ:
ຕອນທີ 01 ສະເໜີເປັນຈັງຫວະ ລໍາສີພັນດອນ ເຊີນທ່ຽວຈໍາປາສັກ ເຊີນຊວນແຂກໃກ້ – ໄກ ເຂົ້າມາຊົມ ມົນສະເໜ່ທໍາມະຊາດລາວໃຕ້ທີ່ມີສະຖານທີ່ທ່ອງທ່ຽວສວຍສົດງົດງາມຫຼາຍແຫ່ງ ແລະ ທ່ຽວຊົມວັດທະນະທໍາ ຮີດຄອງປະເພນີອັນດີງາມຂອງຊາວຈໍາປາສັກ. ນອກນັ້ນຍັງໄດ້ເວົ້າ ເຖິງຄວາມອຸດົມສົມບູນທາງດ້ານ ເຂົ້າປາອາຫານ, ພືດພັນທັນຍາຫານ ແລະ ໝາກໄມ້ນາໆຊະນິດ ພ້ອມທັງໄດ້ຮັບຊົມສິລະປະວັນນະຄະດີ ທີ່ເປັນເອກະລັກສະເພາະຂອງພີ່ນ້ອງລາວ-ຊາວໃຕ້ ແລະ ຈະໄດ້ທ່ຽວ ຊົມສີມືຫັດຖະກຳທີ່ລະອຽດອ່ອນທີ່ສືບສານມາແຕ່ສະໄໝບູຮານ.
ຕອນທີ 02 ສະເໜີບົດເພັງ ຈໍາປາສັກກ້າວໄກ ບັນລະຍາຍເຖິງ ຄໍາຂວັນຂອງແຂວງຈໍາປາສັກ:
ເອກະລັກວັດພູ ກຸຫຼາບປາກເຊ
ກາເຟປາກຊ່ອງ ນໍ້າຂອງໂຕນຄອນ
ສີພັນດອນລືນາມ ງາມນໍ້າໃຈຊາວຈໍາປາ
ລືຊາກ້ອງໄກ ກອງໄຊຈັກກະພັດ
ພັກ – ລັດນໍາພາ- ປວງປະຊາ ຢູ່ດີກິນດີ
ຕອນທີ 03 ສະເໜີເປັນດົນຕີນົກສິດາເປັນຕົວລະຄອນເອກໃນວັນນະຄະດີພື້ນເມືອງລາວ, ເປັນຕໍານານທີ່ເລົ່າຂານສືບຕໍ່ກັນມາ, ນົກສິດາຕິດພັນກັບການດຳລົງຊີວິດຂອງປະຊາຊົນຊາວແຂວງຈໍາປາສັກມາເປັນເວລາຍາວນານ ໂດຍສະເພາະໃນເຂດຄອນພະເພັງ, ຫຼີ່ຜີ ເປັນນົກທີ່ມີສີສັນສວຍງາມ ແລະ ເປັນສິລິມຸງຄຸນໃຫ້ແກ່ຜູ້ພົບເຫັນໃນເວລາໄປທຳມາຫາກິນ ແລະ ເປັນສັດນໍາໂຊກ
ຕອນທີ 04 ສະເໜີກອນເຊິ້ງ ເຊີນຊວນຮ່ວມນໍ້າໃຈເນື້ອໃນເວົ້າເຖິງ: ເຊີນຊວນປວງຊົນລາວ ຊາວແຂວງຈໍາປາສັກຮ່ວມແຮງຮ່ວມ ໃຈສ້າງສາພັດທະນາຕາມວິຖີຊີວິດ ແລະ ການທຳມາຫາກິນອັນອຸດົມສົມບູນ ໄປຕາມລະດູການ ແລະ ທ່າແຮງທີ່ບົ່ມຊ້ອນໄປດ້ວຍພູມປັນຍາຂອງແຕ່ລະເຂດ ເພດໄວຊາວແຂວງຈໍາປາສັກ ເພື່ອພ້ອມກັນສ້າງສາພັດທະນາເສດຖະກິດ, ຊີວິດການເປັນຢູ່ນັບມື້ນັບດີຂຶ້ນເທື່ອລະກ້າວ.
May be an image of one or more people May be an image of one or more people, clarinet, oboe, flute and text
ໃນໂອກາດນີ້ ທ່ານ ອາລຸນໄຊ ສູນນະລາດ ເລຂາພັກແຂວງຈຳປາສັກ ໄດ້ກ່າວຄໍາຊົມເຊີຍຕໍ່ຄະນະຮັບຜິດຊອບ, ອາຈານຜູ້ປະດິດຄິດແຕ່ງບົດການສະແດງຂອງກ້ອນກໍາລັງ ແລະ ຊົມເຊີຍນັກສະແດງ, ພ້ອມທັງຊຸກຍູ້ໃຫ້ທຸກຄົນເອົາໃຈໃສ່ປະກອບສ່ວນເຂົ້າຮ່ວມການສະແດງດ້ວຍຄວາມຮັບຜິດຊອບ ແລະ ມີຜົນສໍາເລັດ ໃນການທີ່ຈະເປັນເຈົ້າພາບຈັດງານມະຫະກຳກິລາແຫ່ງຊາດ ຄັ້ງທີ 13 ທີ່ແຂວງຈຳປາສັກ ໃນປີ 2028.
May be an image of one or more people, clarinet and text May be an image of dancing
May be an image of dancing, martial arts and clarinet May be an image of one or more people
ຂ່າວ-ພາບ: ຈັນທະວີສັກ