ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຈໍາປາສັກ​ ຈັດງານ ຫອມກິ່ນລາວເດີມ 2024

Oct 26, 2024

ວັນທີ 25 ຕຸລາ 2024,​ ພະແນກຖະແຫຼງຂ່າວ,​ ວັດທະນະທຳ​ ແລະ​ ທ່ອງທ່ຽວ​ (ຖວທ)​ ແຂວງຈໍາປາສັກ ຮ່ວມກັບ​ ມະຫາວິທະຍາໄລຈໍາປາສັກ,​ ໂຮງຮຽນວິຈິດສິນຊັ້ນກາງແຂວງຈໍາປາສັກ​ ແລະ​ ສູນການຄ້າ ແຟຣນຊີບມໍ​ ໄດ້ຈັດຈັດງານ ຫອມກິ່ນລາວເດີມ 2024​ ຢູ່ສູນການຄ້າເເຟຣນຊີບມໍ​ຫຼັກ​ 2 ນະຄອນປາກເຊ​ ໂດຍການເຂົ້າຮ່ວມຂອງ ທ່ານ ອາລຸນໄຊ​ ສູນນະລາດ​​ ເຈົ້າແຂວງຈໍາປາສັກ​.​
ການຈັດງານ “ ຫອມກິ່ນນລາວເດີມ​ ປີ​ 2024​ ” ຄັ້ງນີ້​ ເພື່ອເປັນການອະນຸລັກຮັກສາຮີດຄອງປະເພນີ,​ ວິຖີຊີວິດ,​ ວັດທະນະທຳລາວ​ ທັງເປັນການສົ່ງເສີມການທ່ອງ ທ່ຽວລາວ ໂດຍການສະທ້ອນໃຫ້ເຫັນວີຖີຊີວິດ, ທຳນຽມປະເພນີ​ -​ ວັດທະນະທຳຂອງຄົນລາວທີ່ສືບທອດກັນມາແຕ່ສະໄໝບູຮານນະການ​ ພ້ອມທັງສົ່ງເສີມ ທັກສະດ້ານສີລະປະການແຕ້ມ, ຄວດ, ການປັ້ນຫຼ່ໍ ແລະ ອື່ນໆ ຂອງລາວທີ່ມີມາແຕ່ດົນນານ
​ ກິດຈະກໍາທີ່ຈັດຂຶ້ນໃນງານ​ຄັ້ງນີ້​ ໄດ້ນໍາເອົາສິ່ງທີ່ມີຄວາມທັນສະໄໝ ມາປະສົມປະສານເຂົ້າກັບ ວັດທະນະທຳ,​ ຮີດຄອງປະເພນີ​ອັນ​ດີ​ງາມຂອງຊາດ ແລະ​ ທ້ອງ​ຖິ່ນ​ ເພື່ອວາງສະແດງ,​ ໂຄສະນາເຜີຍແຜ່ໃຫ້ອະນຸຊົນຄົນຮຸ່ນຫຼັງ ໄດ້ຮັບຮູ້ເຖິງຄຸນຄ່າທາງດ້ານວັດທະນະທໍາ,​ ຮີດຄອງປະເພນີ​ ນັບແຕ່​ວັດທະນະທຳ​ໃນການນຸ່ງຖືທີ່ເປັນເອກະ ລັກ,​ ສີລະປະ,​ ຫັດຖະກໍາ, ປະຕິມາກໍາ ລວມທັງອາຫານການກິນແບບລາວໆ​ ເພື່ອປູກຈິດສໍານຶກໃຫ້ລູກຫຼານ ເອົາໃຈໃສ່ປະກອບສ່ວນ​ໃນການອະນຸລັກ,​ ປົກ​ປັກ​ຮັກສາ​ ສິ່ງເຫຼົ້ານີ້ໃຫ້ຍືນຍົງຄົງຢູ່ຄຽງຄູ່ກັບຊາດລາວ ແລະ​ ຄົນລາວຕະຫຼອດໄປ.​
ທ່ານ ອາລຸນໄຊ​ ສູນນະລາດ​​ ມີຄໍາເຫັນວ່າ: ການ​ຈັດງານ​ຄັ້ງນີ້​ ໄດ້​ສ່ອງແສງ​ໃຫ້ເຫັນເຖິງຄວາມພະຍາຍາມຂອງທຸກພາກສ່ວນທີ່ກ່ຽວຂ້ອງ ເພື່ອປະກອບສ່ວນ​ສົ່ງ ເສີມ, ອະນຸລັກ​ຮັກສາ​ ແລະ​ ເສີມ​ຂະຫຍາຍ​ສິລະປະ,​ວັດທະນະທຳ,​ ຮີດຄອງປະເພນີ​ອັນ​ດີ​ງາມຂອງຊາດ ແລະ​ ທ້ອງ​ຖິ່ນ,​ ງານຄັ້ງນີ້ ໄດ້ອອກແບບຢ່າງລະອຽດອ່ອນ,​ ມີຫົວຄິດປະດິດສ້າງ ເຊິ່ງສະແດງອອກເຖິງຄວາມຕັ້ງໃຈຂອງຜູ້ອອກແບບ,​ ຜູ້ຈັດງານ ດ້ວຍເຫື່ອແຮງ,​ ສະຕິປັນຍາ​ຂອງຄົນຮຸ່ນໜຸ່ມ ເຮັດໃຫ້ງານຄັ້ງນີ້​ ມີຄຸນນະພາບ,​ ມີດ້ານເນື້ອໃນຄວາມໝາຍເລິກເຊິ່ງ​ ແລະ​ ເຂົ້າໃຈ​ງ່າຍ.​
ຂ່າວ​-ພາບ​: ທູນທອງໃຈ