ຈໍາປາສັກ ສົ່ງເສີມການລົງທຶນ-ການຄ້າ-ການທ່ອງທ່ຽວ

ແຂວງຈຳປາສັກ ຈັດກອງປະຊຸມສົ່ງເສີມການລົງທຶນ-ການຄ້າ-ການທ່ອງທ່ຽວ ໃນວັນທີ 11 ກຸມພາ 2025 ທີ່ນະຄອນປາກເຊ ໂດຍມີທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງໆຈຳປາສັກ ພ້ອມດ້ວຍການນໍາຂັ້ນສູງ ຈາກສູນກາງ, ແຂວງ, ສະຖານທູດ, ຜູ້ຕາງໜ້າຈາກ ສສ ຫວຽດນາມ, ຣາຊະອານາຈັກໄທ ແລະ ຣາຊະອານາຈັກກຳປູເຈຍ ເຂົ້າຮ່ວມ,
ກອງປະຊຸມຄັ້ງນີ້ ເພື່ອເປັນການດຶງດູດສົ່ງເສີມການລົງທຶນ-ການຄ້າ-ການທ່ອງ ທ່ຽວ, ປະກອບສ່ວນສໍາຄັນໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງ ໃຫ້ມີຄວາມເຂັ້ມແຂງ ເປັນການເປີດປະຕູສູ່ຄວາມຮຸ່ງເຮືອງທາງດ້ານການລົງທຶນ-ການຄ້າ-ການທ່ອງທ່ຽວ.
ບັນດາຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການນໍາສະເໜີວີດີໂອທ່າແຮງໃນການດຶງດູດການລົງທຶນ, ທ່າແຮງໃນການດຶງດູດການລົງທຶນ, ການດຶງດູດການລົງທຶນໃນຂົງເຂດ ກິດຈະການທົ່ວໄປ ຢູ່ແຂວງຈໍາປາສັກ ພ້ອມທັງນຳສະເໜີແລກປ່ຽນໃນຫົວຂໍ້ “ກິດ ຈະການ, ການທ່ອງທ່ຽວຢູ່ແຂວງຈຳປາສັກ” ແລະ ນຳສະເໜີແລກປ່ຽນໃນຫົວຂໍ້ “ບົດຮຽນໃນການ ລົງທຶນຢູ່ ສປປ ລາວ” ຕື່ມອີກ.
ໂອກາດນີ້ ຍັງໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU), ເຊັນສັນຍາສໍາປະທານ (CA) ແລະ ຍັງໄດ້ມີພິທີມອບໃບອະນຸຍາດການລົງທຶນໃຫ້ນັກລົງທຶນຕື່ມອີກ, ເຊິ່ງເປັນການສະແດງເຖິງການຜັນຂະຫຍາຍນະໂຍບາຍແຜນຍຸດທະສາດຂອງແຂວງ ໃນການສົ່ງເສີມດຶງດູດການລົງທຶນ ກໍຄືບັນຍາກາດການລົງທຶນຢູ່ແຂວງຈໍາປາສັກ ມີທ່ວງທ່າທີ່ດີ ແລະ ຄ່ອງຕົວ ນັບມື້ນັບຂະຫຍາຍຕົວ.
Cr: ຈັນທະວີສັກ





