ວັນທີ 30 ຕຸລາ 2024, ຢູ່ໂຮງແຮມເອຣາວັນ ຣີເວີຊາຍ ນະຄອນປາກເຊໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍການສຶກສາສໍາຫຼວດຄວາມເປັນໄປໄດ້ໃນການລົງທຶນພັດທະນາເນື້ອທີ່ດິນເພື່ອຮັບໃຊ້ໂຄງການປູກພືດຜັກ, ກ້າເບ້ຍໄມ້ ແລະ ໄມ້ໃຫ້ໝາກ ເສດ ຖະກິດແບບປະສົມປະສານຢູ່ຄຸ້ມຫ້ວຍຕ້ອງ ບ້ານຫ້ວຍພື້ນ ເມືອງບາຈຽງຈະເລີນສຸກ ລະຫວ່າງ ອົງການປົກຄອງແຂວງຈຳປາສັກ ກັບ ບໍລິສັດ ລາວເດລີ້ຟາມ ຈໍາກັດຜູ້ດຽວ.
ເນື້ອທີ່ສຶກສາສໍາຫຼວດມີທັງໝົດ 18,59 ເຮັກຕາ, ຮູບແບບການລົງທຶນ ພາຍໃນ 100%, ກິດຈະການຂອງໂຄງການແມ່ນ ປູກພືດຜັກ, ກ້າເບ້ຍໄມ້ ແລະ ໄມ້ໃຫ້ໝາກ ເສດຖະກິດແບບປະສົມປະສານ. ການດໍາເນີນການສຶກສາສໍາຫຼສດ ຕ້ອງໄດ້ມີການສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ – ເຕັກນິກ, ຕ້ອງໄດ້ສຶກສາເບື້ອງຕົ້ນກ່ຽວກັບຜົນກະທົບຕໍ່ສິ່ງແວດລ້ອມ – ສັງຄົມ ແລະ ທໍາມະຊາດ ເພື່ອເຮັດໃຫ້ການສຶກສາສໍາຫຼວດ ດໍາເນີນໄປຖືກຕ້ອງຕາມລະບຽບກົດໝາຍ ແລະ ມີຜົນສໍາເລັດ.
ຕາງໜ້າອົງການປົກຄອງແຂວງຈຳປາສັກ ໂດຍພະແນກແຜນການ ແລະ ການລົງທຶນແຂວງ ລົງນາມໂດຍ ທ່ານ ສຸກສະຫວັນ ວິໄລວົງ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ. ຝ່າຍບໍລິສັດ ລົງນາມໂດຍ ທ່ານ ຄໍາຜາດ ສຸລິນພູມີ ອໍານວຍການບໍລິສັດ ລາວເດລີ້ຟາມ ຈໍາກັດຜູ້ດຽວ. ຝ່າຍອົງການປົກຄອງແຂວງ ລົງນາມເປັນພະຍານ ມີ ທ່ານ ສົມລິດ ບັນທະບົວສີ ເຈົ້າເມືອງບາຈຽງຈະເລີນສຸກ, ທ່ານ ແສງຈັນ ສຸກປະເສີດ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ. ຝ່າຍບໍລິສັດ ລົງນາມເປັນພະຍານ ມີ ທ່ານ ຈິງ ຂົວ ຟູ ຮອງອໍານວຍການບໍລິສັດ ຊິໂນ – ອາກຣີ – ໂປຕາສ, ທ່ານ ສົມຮັກ ສີບຸນເຮືອງ ຊ່ຽວຊານດ້ານການຜະລິດຖົ່ວລຽນ ແລະ ທ່ານ ພູມີ ອິນທະປັນຍາ ທີ່ປຶກສາບໍລິສັດ.
ຂ່າວ-ພາບ: ທູນທອງໃຈ





