ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຈໍາປາສັກ ໂຮມຊຸມນຸມສະຫຼອງວັນຊາດ 2 ທັນວາ, ຕິດພັນກັບການສະຫຼອງ 3 ວັນປະຫວັດສາດ ແລະ ການສ້າງເສດຖະກິດໃນໄລຍະໃໝ່

Nov 29, 2024

ພິທີໂຮມຊຸມນຸມສະເຫຼີມສະຫຼອງວັນສະຖາປະນາ ສາທາລະ ນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 49 ປີ (2 ທັນ ວາ 1975 – 2 ທັນວາ 2024) ຕິດພັນກັບການເປີດຂະບວນ ການສະເຫຼີມສະຫຼອງ 3 ວັນປະຫວັດສາດ ປີ 2025 ແລະ ຂະ ບວນການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງໃນໄລຍະໃໝ່ທົ່ວແຂວງຈໍາປາສັກ.
ພິທີຈັດຂຶ້ນໃນຕອນເຊົ້າວັນທີ 29 ພະຈິກ 2024 ທີ່ເດີ່ນສະໜາມແດງນະຄອນປາກເຊ ໃຫ້ກຽດເຂົ້າຮ່ວມພ້ອມກ່າວປາໃສຕໍ່ທີ່ໂຮມຊຸມນຸມຂອງສະຫາຍ ອາລຸນໄຊ ສູນນະລາດ ກໍາມະການ ສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຈໍາປາສັກ, ພ້ອມດ້ວຍການນໍາ, ພະນັກງານ ແລະ ມວນຊົນຊາວແຂວງຈໍາປາສັກ ເຂົ້າ ຮ່ວມ.
ໃນພິທີໂຮມຊຸມນຸມອັນມີຄວາມໝາຍສໍາຄັນທາງດ້ານປະ ຫວັດສາດສະຫາຍ ອາລຸນໄຊ ສູນນະລາດ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຈໍາປາສັກ ໃຫ້ກຽດກ່າວປາຖະກະຖາ ໂດຍຍົກໃຫ້ເຫັນການໄດ້ຮັບໄຊຊະນະ, ການເຕີບໃຫຍ່ຂະຫາຍຕົວໃນແຕ່ລະໄລຍະຢ່າງຮອບດ້ານໃນການນໍາພາ-ຊີ້ນໍາຂອງພັກ-ລັດ.
ວັນທີ 2 ທັນວາ 1975 ແມ່ນວັນທີ່ມີຄວາມໝາຍສໍາຄັນ ສໍາລັບທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດ, ແມ່ນວັນແຫ່ງໄຊຊະນະອັນຍິ່ງໃຫຍ່ ໃນປະຫວັດສາດແຫ່ງການຕໍ່ສູ້ ຂອງຊາດລາວເຮົາ; ແມ່ນວັນທີປະຊາຊົນລາວບັນດາເຜົ່າ ໄດ້ມີອິດ ສະຫຼະພາບ ແລະ ໄດ້ເປັນເຈົ້າ ຂອງປະເທດຊາດຢ່າງແທ້ຈິງ; ທັງ ເປັນວັນແຫ່ງການກ້າວສູ່ຍຸກສະໄໝໃໝ່ແຫ່ງການສ້າງປະເທດລາວສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ, ວັດ ທະນະຖາວອນ ປະທານ ໄກສອນ ພົມວິຫານ ໄດ້ຕີລາຄາ ວັນທີ 2 ທັນວາ ປີ 1975 ວ່າ: “ບໍ່ທັນມີເວລາໃດທີ່ປະຊາຊົນເຮົາ ເຊິ່ງເປັນຜູ້ສ້າງປະຫວັດສາດຂອງຊາດນັ້ນ ໄດ້ຍາດເອົາໄຊຊະນະອັນສົມບູນຢ່າງສະຫງ່າລາສີຄືແນວນີ້ຈັກເທື່ອ, ໄຊຊະນະນັ້ນບໍ່ສະເພາະແຕ່ ໄດ້ຟື້ນຟູຄວາມເປັນເອກະລາດ ຂອງປະເທດເຮົາ, ຫາກຍັງເປັນຄັ້ງທຳອິດ ທີ່ປະຊາຊົນບັນດາເຜົ່າ ຜູ້ເຄີຍດຳລົງຊີວິດເປັນທາດໄດ້ກາຍມາເປັນເຈົ້າຂອງແທ້ຈິງ ຂອງຊາດໜຶ່ງ ທີ່ມີເອກະລາດ, ມີອິດສະຫຼະພາບຢ່າງສົມບູນ ແລະ ພວມກ້າວຂຶ້ນສູ່ສັງຄົມນິຍົມ, ເຮັດໃຫ້ຄວາມມຸ່ງຫວັງອັນແຮງກ້າຂອງປວງຊົນລາວ ກໍຄື ຂອງມວນມະນຸດປະກົດເປັນຈິງ ຢູ່ບົນຜືນແຜ່ນ ດິນອັນແສນຮັກ ຂອງພວກເຮົາ”.
ທ່ານໄດ້ຍົກຜົນສໍາເລັດໃນການພັດທະນາປະເທດຊາດພາຍຫຼັງໄດ້ຮັບການປົດປ່ອຍ ແລະ ສະຖາປະນາ ສປປ ລາວ ໃນວັນທີ 2 ທັນວາ 1975 ພັກ ໄດ້ເປັນແກນນໍາໃນລະບົບການ ເມືອງຂອງລະບອບປະຊາທິປະໄຕ ປະຊາຊົນ, ນໍາພາປະເທດຊາດກ້າວເດີນຕາມເສັ້ນ ທາງສັງຄົມນິຍົມ ແລະ ນໍາພາປວງຊົນລາວທັງຊາດປະຕິບັດ 2 ໜ້າທີ່ຍຸດທະສາດ ຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ເຖີງວ່າພົບກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍປະການກໍຕາມ, ແຕ່ພາຍໃຕ້ການນໍາພາຂອງພັກ ທີ່ມາການຫັນປ່ຽນໃໝ່ຢ່າງເປັນລະບົບ ແລະ ມີຫຼັກ ການ ເຮັດໃຫ້ສາມາດຍາດໄດ້ຜົນງານ ແລະ ໄຊຊະນະອັນໃຫຍ່ ຫຼວງໃນແຕ່ລະດ້ານ ເຮັດໃຫ້ເສດຖະກິດ-ສັງຄົມຂອງລາວນັບມື້ເຕີບໃຫຍ່ຂະຫຍາຍຕົວມາຮອດປັດຈຸບັນນີ້.
ໃນໂອກາດນີ້, ທ່ານຫຍັງໄດ້ປະກາດເປີດຈະບວນການສ້າງຜົນງານຕ້ອນຮັບ3 ວັນປະຫວັດສາດໃນປີ 2025 ຄື: ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ, ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ທີ່ເຄົາລົບຮັກ ຄົບຮອບ 105 ປີ ຕື່ມອີກ.
ຂ່າວ-ພາບ: ຈັນທະວີສັກ