ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຊານໄຊ – ດັກໄລ ຮ່ວມກັນກວດກາສະພາບຄວາມປອດໄພຢູ່ເສັ້ນຊາຍແດນ

Dec 9, 2024

ໃນລະຫວ່າງວັນທີ​ 5-6 ທັນວາ 2024 ຄະນະນໍາເມືອງຊານໄຊ ແຂວງອັດຕະປື ແຫ່ງສາທາລະນະລັດ ປະຊາທິປະໄຕ​ ປະຊາຊົນລາວ ແລະ​ ຄະນະນໍາ​ເມືອງດັກໄລ ແຂວງ​ກອນຕູມ​ ແຫ່ງສາທາ ລະນະລັດ​ ສັງຄົມນິຍົມ​ຫວຽດນາມ​ ໄດ້ຮ່ວກັນຮ່ວມກັນລົງກວດກາສະພາບຄວາມປອດໄພຢູ່ເສັ້ນຊາຍແດນຕິດຈອດລະຫວ່າງ ເມືອງ ຊານໄຊ​ ແລະ​ ເມືອງດັກໄລ,​ ໂດຍມີ ສະຫາຍ ສູວັນສີ ແກ້ວວີເສີດ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າ ເມືອງຊານໄຊ ພ້ອມຄະນະ,​ມີສະຫາຍ ໂດ໊ສຸມ ຮອງເຈົ້າເມືອງ -ເມືອງດັກໄລ ພ້ອມຄະນະ.​
ການລົງກວດກາຄັ້ງນີ້, ຄະນະນໍາຂອງສອງເມືອງໄດ້ຮັບຟັງການລາຍງານສະພາບການຢູ່ຕາມລຽບຊາຍແດນກ່ຽວກັບປະ ກົດການຫຍໍ້ທໍ້ຕ່າງໆທີ່ເກີດຂື້ນ ແລະ ສະພາບການລົງແກ້ໄຂໃນໄລຍະຜ່ານມາ,ຈາກນັ້ນຄະນະທັງສອງເມືອງໄດ້ລົງກວດກາຕົວຈິງກ່ຽວກັບສະພາບການຮ່ວມມືວຽກງານປ້ອງກັນຄວາມສະຫງົບ,​ ຄວາມປອດໄພຢູ່ເສັ້ນຊາຍແດນ,​ ກວດກາຄວາມເປັນລະບຽບຮຽບຮ້ອຍ ແລະ ບ່າງບັນຫາທັງສອງເມືອງໄດ້ເປັນເອກະພາບກັນ​ ຄື: ສະພາບເຂດນໍ້າແດນດິນ ແລະເຂດຫຼັກໝາຍຊາຍແດນ ເສັ້ນ ທາງລຽບຊາຍແດນ,​ ສະພາບຄວາມປອດໄພຢູ່ເຂດຊາຍແດນມີຄວາມສະຫງົບປອດໄພໂດຍພື້ນຖານ,​ ບັນດາສອງກໍາລັງປ້ອງກັນຄວາມສະຫງົບ​ ມີຄວາມສາມັກຄີມິດຕະພາບ​ພາບ,​ ພິເສດບໍ່ມີການບຸກລຸກລ່ວງລໍ້າເຂດນໍ້າແດນດິນຂອງກັນ ແລະ ກັນ, ທັງສອງຝ່າຍຈະສືບຕໍ່ປະສານສົມທົບ ແລະຊີ້ນຳບັນດາຂະແໜງການທີ່ຢູ່ເຂດຊາຍແດນ ເພີ່ມທະວີກວດກາ,​ ຄວບຄຸມປະຊາຊົນ,​ ສິນຄ້າ ແລະ​ ພາຫະນະຜ່ານຊາຍແດນ ແລະ​ ເປີດດ່ານທ້ອງຖິ່ນໃຫ້ຖືກ ຕ້ອງຕາມກົດໝາຍຂອງແຕ່ລະຝ່າຍ.
ສອງກໍາລັງປ້ອງກັນຄວາມສະຫງົບ​ຊາຍແດນຈະປະສານສົມ ທົບເຊິ່ງກັນ ແລະ ກັນໃນການຕິດຕາມກວດກາລາດຕະເວນ,​ ກວດກາຄົນເຂົ້າ-ອອກເມືອງຕາມເສັ້ນທາງລຽບຊາຍແດນ,​ ຫຼັກໝາຍຊາຍແດນຢູ່ໃນລະຫວ່າງສອງເມືອງ,​ ແຕ່ລະປີສອງຝ່າຍຈັດຕັ້ງຄະນະຜູ້ແທນຂະແໜງການຕ່າງໆ ເພື່ອສົມທົບກັນກວດ ກາ,​ ພົບປະແລກປ່ຽນ,​ ກວດກາສະພາບຄວາມສະຫງົບ,​ ຄວາມ ເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນໂດຍອີງຕາມສະພາບ ການຕ່າງໆເກີດຂື້ນທີ່ບໍ່ອາດຄາດເນໄດ້, ສະເໜີໃຫ້ບັນດາເຈົ້າ ໜ້າທີ່ກ່ຽວຂ້ອງເອົາໃຈໃສ່ລົງທຶນກໍ່ສ້າງພື້ນຖານໂຄງລ່າງຢູ່ເຂດຊາຍແດນ ໂດຍສະເພາະການຍົກລະດັບດ່ານປະເພນີໃຫ້ເປັນດ່ານແຫ່ງຊາດ, ສອງຝ່າຍສືບຕໍ່ເພີ່ມທະວີຊີ້ນຳ-ນຳພາຂະແໜງການໂຄສະນາເຜີຍແຜ່ໃຫ້ປະຊາຊົນທັງສອງເມືອງທີ່ດຳລົງຊີວິດຕິດແປະກັບເສັ້ນຊາຍແດນ ບໍ່ໃຫ້ຕັດໄມ້ທຳລາຍປ່າ,​ ເຮັດໄຮ່-ເຮັດສວນ, ເພື່ອປ້ອງກັນ ແລະປົກປອງຮັກສາຊັບພະຍາກອນໃຫ້ຂຽວງາມຕະຫຼອດໄປ.
ທັງ​ນີ້ກໍ່​ເພື່ອຮັດແໜ້ນສາຍພົວພັນສາມັກຄີແບບພິເສດລະຫວ່າງສອງຊາດ,ລາວ-ຫວຽດນາມຫວຽດນາມ-ລາວ ໂດຍ ສະເພາະແມ່ນລະຫວ່າງສອງເມືອງສອງແຂວງ​ ຄື: ເມືອງຊານໄຊ ແຂວງອັດຕະປື ແຫ່ງ ສາທາລະນະລັດ ປະຊາທິປະໄຕ​ ປະຊາຊົນລາວ ແລະ​ ເມືອງດັກໄລ ແຂວງກອນຕູມ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໃຫ້ມີຄວາມໝັ້ນຄົງທະນົງແກ່ນຕະຫຼອດໄປ.
ຂ່າວ: ສຸກສະຫວ່າງ