ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຊານໄຊ ທຳລາຍຊິ້ນສ່ວນພາຫະນະປະເພດລົດຈັກ ທີ່ບໍ່ຖືກຕາມເຕັກນິກ

Apr 30, 2024

ຊານໄຊ ທຳລາຍຊິ້ນສ່ວນພາຫະນະປະເພດລົດຈັກ ທີ່ບໍ່ຖືກຕາມເຕັກນິກ
ວັນທີ 26 ເມສາ 2024 ນີ້ ເມືອງຊານໄຊ ແຂວງອັດຕະປື ໄດ້ຈັດພິທີ ທໍາລາຍຊິ້ນສ່ວນພາຫະນະປະເພດລົດຈັກ ທີ່ບໍ່ຖືກຕາມເຕັກນິກ ຂື້ນທີ່ກອງບັນຊາການປ້ອງກັນຄວາມສະຫງົບເມືອງຊານໄຊ ແຂວງອັດຕະປື.
ທ່ານ ພັທ ພູມີ ແກ້ວບົວລະພາ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບເມືອງ ໄດ້ລາຍງານໃຫ້ຮູ້ວ່າ: ຜ່ານມາ ຄະ ນະພັກ-ຄະນະກອງບັນຊາການ ປກສ ເມືອງຊານໄຊ ໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາ ແລະ ຊຸກຍູ້ ພະນັກງານວິຊາສະເພາະລົງເຄື່ອນໄຫວໂຄສະນາເຜີຍແຜ່ກົດລະບຽບຈະລາຈອນໃນການນຳໃຊ້ລົດໃຊ້ຖະໜົນ ຕາມທ້ອງຖະໜົນຫຼວງ ຢູ່ນຳບັນດາໂຮງຮຽນແຫ່ງຕ່າງໆ ແລະ ບັນດາບ້ານໃນທົ່ວເມືອງຢ່າງປົກກະຕິຕໍ່ເນື່ອງ ເພື່ອເຮັດໃຫ້ເຂົາເຈົ້າມີຄວາມຮັບຮູ້, ເຂົ້າໃຈຕໍ່ວຽກງານດັ່ງກ່າວ ທັງເຮັດໜ້າທີ່ສຶກສາອົບຮົມໃຫ້ພໍ່ແມ່ຜູ້ປົກຄອງເດັກໄດ້ກ່າວເຕື່ອນລູກຫຼານຂອງຕົນເອງທີ່ນອນໃນຄວາມຮັບຜິດຊອບຂອງຕົນ, ໃຫ້ມີສະຕິ ລະວັງຕົວໃນການນຳໃຊ້ລົດ ໃຊ້ຖະໜົນ, ເພື່ອຕ້ານ, ສະກັດກັ້ນ ແລະ ການແກ້ໄຂບັນຫາປະກົດການຫຍໍ້ທໍ້ໃນສັງຄົມເວົ້າລວມ, ເວົ້າສະເພາະຕໍ່ກັບ ກຸ່ມແກ້ງໄວລຸ້ນ ທີ່ໄດ້ມີການເຄື່ອນໄຫວ ດັດແປງສະພາບເຕັກນິກພາຫະນະລົດຈັກ ແລະ ບັນຫາອື່ນໆທີ່ຜິດຕໍ່ກົດລະບຽບຈາລະຈອນ .
ໃນນັ້ນ ໄດ້ກັກລົດຈັກທີ່ດັດແປງສະພາບເຕັກນິກທັງໝົດ 64 ຄັນ, ປະເພດທໍ່ແຕ່ງຈໍານວນ 64 ທໍ່, ປະເພດຢາງນອ້ຍຈໍານວນ 30 ເສັ້ນ, ປະເພດຕາສີຈໍານວນ 5 ດອກ, ປ້າຍປອມ 2 ຄັນ. ຕໍ່ກັບຜູ້ລະເມີດກົດລະບຽບຈະລາຈອນ ແລະ ຜູ້ທີ່ໄດ້ມີການດັດແປງສະພາບເຕັກນິກພາຫະນະປະເພດລົດຈັກ ແມ່ນທາງເຈົ້າໜ້າທີ່ວິຊາສະເພາະໄດ້ມີການສຶກສາອົບຮົມກ່າວເຕື່ອນພ້ອມເຮັດບົດບັນທຶກ ແລະ ໃຫ້ພວກກ່ຽວປົດຊິ້ນສ່ວນຂອງພາຫະນະທີ່ໄດ້ມີການດັດແປງສະພາບເຕັກນິກ ດັ່ງກ່າວນັ້ນ ໃຫ້ຢູ່ໃນສະພາບເດີ່ມ ເຊິ່ງມີຈໍານວນຜູ້ທີ່ຖືກລະເມີດ ແລະ ສຶກສາອົບຮົມທັງໝົດ 64 ລາຍ, ຍິງ 2 ລາຍ.
Cr: ອັດອີສານ ບຽດມະນີ