ໃນລະດູການປູກພືດລະດູຝົນປີ 2024 ທົ່ວແຂວງຄໍາມ່ວນມີເນື້ອທີ່ແຜນການປູກພືດລວມທັງໝົດ 13,261 ເຮັກຕາ, ຄາດຄະເນຜົນຜະລິດ 213,831 ໂຕນ. ໃນນັ້ນ, ເນື້ອທີ່ແຜນການປູກພືດເພື່ອເປັນສະບຽງອາຫານ 2,534 ເຮັກຕາ, ຄາດຄະເນຜົນຜະລິດ 27,204 ໂຕນ, ເນື້ອທີ່ແຜນການປູກພືດເພື່ອເປັນສິນຄ້າ 10,727 ເຮັກຕາ, ຄາດຄະເນຜົນຜະລິດ 186,627 ໂຕນ.
ຜ່ານການຈັດຕັ້ງປະຕິບັດເນື້ອທີ່ປູກພືດລວມທັງໝົດໄດ້ 26,796 ເຮັກຕາ ເທົ່າກັບ 202% (ລື່ນແຜນການ 102 %), ເນື້ອທີ່ເສຍຫາຍຈາກນໍ້າຖ້ວມ 603 ເຮັກຕາ, ເນື້ອທີ່ຍັງເຫຼືອ 22,166 ເຮັກຕາ. ໃນນີ້, ເນື້ອທີ່ແຜນການປູກພືດເພື່ອເປັນສະບຽງອາຫານປະຕິບັດໄດ້ຕົວຈິງ 2,528 ເຮັກຕາ, ເນື້ອທີ່ເສຍຫາຍ 65 ເຮັກຕາ, ເນື້ອທີ່ຍັງເຫຼືອ 2,463 ເຮັກຕາ; ເນື້ອທີ່ແຜນການປູກພືດເພື່ອເປັນສິນຄ້າປະຕິບັດໄດ້ຕົວຈິງ 24,268 ເຮັກຕາ, ເນື້ອທີ່ເສຍຫາຍ 538 ເຮັກຕາ, ເນື້ອທີ່ຍັງເຫຼືອ 23,730 ເຮັກຕາ. ມາຮອດປັດຈຸບັນການເກັບກູ້ພືດລວມປະຕິບັດໄດ້ 19,772 ເຮັກຕາ ເທົ່າກັບ 75.48%. ໃນນີ້, ພືດເພື່ອເປັນສະບຽງອາຫານເກັບກູ້ໄດ້ 1,875 ເຮັກຕາ ເທົ່າກັບ 76.12%; ພືດເພື່ອເປັນສິນຄ້າເກັບກູ້ໄດ້ 17,897 ເຮັກຕາ ເທົ່າກັບ 75.41% . ສ່ວນວ່າເມືອງທີ່ມີເນື້ອທີ່ແຜນການປູກພືດລວມຫຼາຍກວ່າໝູ່ແມ່ນເມືອງໄຊບົວທອງ, ເມືອງຄູນຄໍາ, ເມືອງຍົມມະລາດ, ເມືອງນາກາຍ ແລະ ເມືອງທ່າແຂກ.
ຂ່າວ-ພາບ: ແດງສະຫວັດ ແສນພານິດ





